ກອງປະຊຸມໃຫຍ່ ຄັ້ງທີ II ຂອງ ໜ່ວຍພັກກອງຕໍາຫຼວດຈະລາຈອນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນວັນທີ 10 ກັນຍາ 2019, ໂດຍການເຂົ້າຮ່ວມຂອງ ສະຫາຍ ໂພຄໍາ ໄຊຍະສອນ ກໍາມະການພັກ ນະຄອນຫຼວງວຽງຈັນ ເລຂາພັກເມືອງ ເຈົ້າເມືອງໆສີສັດຕະນາກ, ສະຫາຍ ພັທ ທອງສະຫວັດ ແສນສຸວາດ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງ, ມີແຂກຮັບເຊີນ ພ້ອມດ້ວຍສະມາຊິກພັກສົມບູນ ເຂົ້າຮ່ວມ.

ສະຫາຍ ພັທ ບຸນແອັດ ຊູບົວຈັນ ເລຂາໜ່ວຍພັກ ຮອງຫົວໜ້າພະແນກຕໍາຫຼວດ ຜູ້ຊີ້ນໍາວຽກງານຕໍາຫຼວດຈະລາຈອນ ຂຶ້ນຜ່ານບົດສະຫຼຸບ ວ່າ:

ໃນໄລຍະ 5 ປີຜ່ານມາ ໄດ້ເອົາໃຈໃສ່ຄົ້ນຄວ້າ ບັນດາເອກະສານແນວທາງນະໂຍບາຍຂອງພັກ, ມະຕິຄໍາສັ່ງ ແລະ ກົດລະບຽບການຕ່າງໆຂອງລັດ ມາເຜີຍແຜ່ສຶກສາອົບຮົມໃຫ້ພະນັກງານສໍາມະຊິກພັກ, ພະນັກງານນັກຮົບ ເຊື່ອມຊຶມ, ມີຄວາມອຸ່ນອຽນທຸ່ນທ່ຽງ ແລະ ເຊື່ອໜັ້ນຕໍ່ການນໍາພາຂອງພັກ ໄດ້ເປັນຢ່າງດີ; ພ້ອມນັ້ນ, ຍັງໄດ້ມີການປັບປຸງ ລະບົບການຈັດຕັ້ງຕາມພາລະບົດບາດ, ສິດ ແລະ ໜ້າທີ່ໃຫ້ສອດຄ່ອງກັບສະພາບເງື່ອນໄຂໜ້າທີ່ການເມືອງ ໃນໄລຍະໃໝ່.

ໃນໄລຍະຜ່ານມາ, ໄດ້ສຸມໃສ່ເຮັດໜ້າທີ່ວິຊາສະເພາະຢ່າງຕັ້ງໜ້າ ລົງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ຕາມສາຍທາງຕ່າງໆ ແລະ ເຂດຊຸມຊົນ, ຕະຫຼາດ ເປັນປົກກະຕິ, ຄຽງຄູ່ກັນນີ້ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ຈໍາກັດລົດບັນທຸກໜັກເຂົ້າຕົວເມືອງ, ຈັດສັນລະບົບການສັນຈອນໃນຕົວເມືອງ, ອັດຊ່ອງວ່າງຈຸດລ້ຽວທີ່ເຫັນວ່າບໍ່ເໝາະສົມ ແລະ ປັກປ້າຍຫ້າມຢຸດ, ຫ້າມຈອດໃນບາງເສັ້ນທາງເປີດມູມລ້ຽວ ແລະອື່ນໆ; ນອກນັ້ນ, ໄດ້ເອົາໃຈໃສ່ປະຈໍາຈຸດ, ປະຈໍາປ້ອມ ກຽມພ້ອມລະບາຍການສັນຈອນໃນໂມງຮີບດ່ວນ ໃນຕອນເຊົ້າ ແລະ ຕອນແລງ ເພື່ອຮັບປະກັນບໍ່ໃຫ້ລົດຕິດຂັດອັ່ງອໍ ແລະ ຫຼຸດຜ່ອນອຸບັດຕິເຫດທີ່ເກີດຂຶ້ນຕາມທ້ອງຖະໜົນ.

ຕະຫຼອດ 5 ປີຜ່ານມາ, ພາຍໃຕ້ການຊີ້ນໍາໆພາຂອງ ຄະນະໜ່ວຍພັກ ໄດ້ຈັດຕັ້ງປະຕິບັດໂຄສະນາເຜີຍແຜ່ກົດລະບຽບຈະລາຈອນ ໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນ ຢູ່ບັນດາໂຮງຮຽນມັດທະຍົມ ຕອນຕົ້ນ, ຕອນປາຍ, ວິທະຍາໄລ ຕາມທາງ 3 ແຍກ, 4 ແຍກ ໄດ້ທັງໝົດ 169 ຄັ້ງ, ມີຜູ້ຮ່ວມຮັບຟັງ 18.923 ຄົນ ຍິງ 10.055 ຄົນ, ອອກອາທິດສັນຈອນ 515 ຄັ້ງ, ກວດໜວກກັນກະທົບຕາມຈຸດຕ່າງໆ 43 ຄັ້ງ ແລະ ກວດທາດເຫຼົ້າ 15 ຄັ້ງ; ນອກນັ້ນ, ໄດ້ຕິດຕາມລົດບັນທຸກໜັກເຂົ້າຕົວເມືອງ ໄດ້ທັງໝົດ 1.135 ຄັນ, ກັກເອກະສານທັງໝົດ 225 ໃບ, ກັກລົດ 10 ຄັນ, ມີອຸບັດຕິເຫດເກີດຂຶ້ນທັງໝົດ 887 ຄັ້ງ, ພາຫະນະເປ່ເພທັງໝົດ 1.777 ຄັນ, ຄົນໄດ້ຮັບບາດເຈັບທັງໝົດ 1.139 ຄົນ ແລະ ເສຍຊີວິດ 82 ຄົນ.

ໃນຕໍ່ໜ້າ, ຄະນະໜ່ວຍພັກ ກອງຕໍາຫຼວດຈະລາຈອນ ຕ້ອງໄດ້ເອົາໃຈໃສ່ສືກສາອົບຮົມການເມືອງແນວຄິດ ໃຫ້ແກ່ບັນດາສະຫາຍຢ່າງເລີກເຊິ່ງ ແລະ ກວ້າງຂວາງ ດ້ວຍຫຼາຍຮູບຫຼາຍວິທີຍົກສູງແນວຄິດດ້ານການເມືອງ, ຢຶດໜັ້ນອຸດົມການສັງຄົມນິຍົມ ທັງຕອບຕ້ານທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ ໃນທຸກຮູບແບບ.

ສໍາລັບວຽກງານວິຊາສະເພາະ ແມ່ນຈະໄດ້ເອົາໃຈໃສ່ເຜີຍແຜ່ຂໍ້ມູນຂ່າວສານ, ກົດລະບຽບຈະລາຈອນ ໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນ, ເອົາໃຈໃສ່ເຄື່ອນໄຫວໂຄສະນາ ລະບຽບການສັນຈອນ ຕາມສະຖາບັນການສຶກສາຕ່າງໆໃຫ້ທົ່ວເຖິງ, ເອົາໃຈໃສ່ຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຕາມສາຍທາງ ຮັບປະກັນການສັນຈອນມີຄວາມສະດວກ ແລະ ປອດໄພ.

ໂອກາດນີ້, ໃນກອງປະຊຸມ ຍັງໄດ້ເລືອກຕັ້ງ ຄະນະໜ່ວຍພັກຊຸດໃໝ່. ໃນນີ້, ເລືອກໄດ້ ສະຫາຍ ພັທ ບຸນແອັດ ຊູບົວຈັນ ເປັນເລຂາໜ່ວຍພັກ, ພັຕ ສິນນະສອນ ຈັນທະວົງສາ ເປັນຮອງເລຂາ, ພັຕ ບຸນຈັນ ບຸນນະສິງ ເປັນປະທານກວດກາ ແລະ ອີກ 2 ສະຫາຍ ເປັນຄະນະໜ່ວຍພັກ.