ຄະນະສານອາຍາສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ເປີດປະຊຸມສານ ໃນວັນທີ 18 ກັນຍາ 2019 ເພື່ອນຳເອົາສຳນວນຄະດີຂອງ ທ້າວ ພັດ (ຈຳເລີຍ) ອາຍຸ 22 ປີ ຢູ່ບ້ານຫ້ວຍເຊີຍ ເມືອງງາ ແຂວງອຸດົມໄຊ ຂຶ້ນມາຕັດ ສິນ ໂດຍຕັດສິນ 3 ປີ ປັບໃໝ 5.000.000 ກີບ ໃນສະຖານ ລັກຊັບພົນລະເມືອງ.
ເມື່ອຄະດີມີຢູ່ວ່າ: ໃນເວລາປະມານ 22:00 ໂມງ ຂອງວັນທີ 11 ມັງກອນ 2019, ທາງເຈົ້າໜ້າທີ່ ປກສ ເມືອງງາ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ຊື່ທ້າວ ຫວງຊົງເວີຍ ວ່າ: ມີຄົນຮ້າຍລັກເອົາລົດກະບະ 4 ປະຕູ ສີດໍາ ໝາຍເລກທະບຽນ JBQ 659 (ລົດມາແຕ່ຈີນ) ຂອງຜູ້ກ່ຽວທີ່ຈອດໄວ້ແຄ້ມອຸມົງຫ້ວຍລາ ເຂດບ້ານຖິ່ນ ເມືອງງາ. ຫຼັງຈາກນັ້ນ, ເມື່ອໄດ້ຮັບແຈ້ງຄວາມຄືແນວນັ້ນ ທາງເຈົ້າໜ້າທີ່ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະ ລົງຕິດ ຕາມ ເເຕ່ລະເສັ້ນທາງ ແລະ ຈຸດຫຼໍ່ແຫຼມຕ່າງໆ. ຮອດ ວັນທີ 12 ມັງກອນ 2019, ກໍສາມາດກັກຕົວຈຳເລີຍ ໄດ້ພ້ອມຂອງກາງລົດກະບະຄັງດັ່ງກ່າວ ຢູ່ເສັ້ນທາງລະຫວ່າງບ້ານໃໝ່ ຫາ ບ້ານນາຄົກ ເມືອງງາ ມາສອບສວນ.
ຜ່ານການສອບສວນຈຳເລີຍຮັບສາລະພາບວ່າ: ໃນວັນທີ 6 ມັງກອນ 2019, ຈຳເລີຍຂັບລົດຈັກເວບຈີນ ສີແດງດໍາ ບໍ່ມີປ້າຍເລກທະບຽນ ຂອງທ້າວ ສີພອນ (ຜູ້ເປັນພໍ່) ໄປຮັບຈ້າງເປັນກໍາມະກອນຢູ່ອຸມົງ ບ້ານໂພນຄໍາ ເມືອງງາ ໄດ້ປະມານ 4 ວັນ, ໄດ້ເງິນຄ່າແຮງງານ ຈໍານວນ 500.000 ກີບ, ເມື່ອໄດ້ເງິນກໍໄປໃຊ້ຈ່າຍໝົດ. ມາວັນທີ 11 ມັງກອນ 2019, ໄດ້ຂັບລົດຈັກໄປຫາພໍ່ຢູ່ເຂດບ້ານຫ້ວຍລາ ແຕ່ບໍ່ເຫັນພໍ່ ຈຶ່ງຂັບລົດກັບຄືນມາຮອດເຂດອຸມົງຫ້ວຍລາ ລົດຈັກໄດ້ເພ ຈຶ່ງຈອດໄວ້ແຄມທາງ ແລ້ວຍ່າງກັບ. ພໍມາຮອດແຄ້ມອຸມົງ ເຫັນລົດກະບະ 4 ປະຕູ ສີດຳ ຈອດຢູ່ແຄ້ມອຸມົງ ຈຶ່ງເຂົ້າໄປໄຂປະຕູລົດ ໄຂເບິ່ງຕັບໂລ ເຫັນກະແຈລົດ ກໍຈັບມາແລ້ວ ທຳການຕິດລົດ ແລ້ວຂັບອອກມາທາງເມືອງໄຊ ພໍຂັບຂີ່ມາຮອດບ້ານໃໝ່ ກໍຄິດຢ້ານເຈົ້າໜ້າທີ່ນໍາທັນ ຈຶ່ງຂັບລົດກັບຄືນ ຈຸດປະ ສົງແມ່ນຈະເອົາລົດໄປໄວ້ບ່ອນເກົ່າ ພໍຂັບມາຮອດເຂດບ້ານນາຄົກ ກໍຖືກເຈົ້າໜ້າທີ່ກັກຕົວມາດໍາເນີນຄະດີ.
ການກະທຳຂອງຈຳເລີຍ ເປັນກະທຳຜິດຕາມກົດໝາຍ ວ່າດ້ວຍການດໍາເນີນຄະດີອາຍາ ສະບັບປັບປຸງ ປີ 2017 ມາດຕາ 156, ປະມວນກົດໝາຍອາຍາ ມາດຕາ 231, ຄໍາເຫັນຜ່ານການກວດກາ, ຄົ້ນຄວ້າບັນດາຂໍ້ມູນຫຼັກ ຖານ ແລະ ເອກະສານຕ່າງໆ ທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນແລ້ວເຫັນວ່າ ຈໍາເລີຍເປັນຜູ້ກະທໍາຜິດຕາມຂໍ້ກ່າວຫາແທ້, ເຊິ່ງມັນສະແດງອອກຕາມບົດບັນທຶກການກັກຕົວ, ບົດບັນທຶກຄໍາໃຫ້ການຂອງຈໍາເລີຍ, ເຫັນວ່າ: ການກະທໍາຜິດໃນຄັ້ງນີ້, ເປັນການກະທໍາຜິດຕໍ່ປະມວນກົດໝາຍອາຍາ ໃນໝວດທີ 5 ການກະທໍາຜິດຕໍ່ກໍາມະສິດ, ເຊິ່ງເປັນການກະທໍາຜິດທາງອາຍາໃນຂໍ້ຫາ: ການລັກຊັບ ຕາມມາດຕາ 231 ວັກ 3 ທີ່ລະບຸໄວ້ວ່າ: ບຸກຄົນໃດຫາກໄດ້ລັກຊັບອາຈີນ, ມີການຈັດຕັ້ງເປັນກຸ່ມ ຫຼື ໃນກໍລະນີທີ່ມີຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ 3-8 ປີ ແລະ ຈະຖືກປັບໃໝ ແຕ່ 5.000.000 -15.000.000 ກີບ ແລະ ຈໍາເລີຍຕ້ອງຮັບຜິດຊອບ.
ເຫັນວ່າ: ຈໍາເລີຍ ເປັນບຸກຄົນທີ່ມີສະຕິສໍາປະຊັນຍະສົມບູນດີ ແລະ ເຖິງກະສຽນອາຍຸທາງອາຍາ, ເຊິ່ງຈໍາເລີຍສາມາດຮູ້ໄດ້ວ່າ: ການລັກເອົາຊັບຂອງບຸກຄົນອື່ນ ມາເປັນຂອງຕົນ ເປັນການກະທໍາຜິດຕໍ່ກົດໝາຍອາຍາ ແລະ ຈໍາເລີຍ ຍັງມີເຈຕະນາລັກຊັບຂອງບຸກຄົນອື່ນມາເປັນຂອງຕົນ, ຕໍ່ການກະທໍາຂອງຈໍາເລີຍໃນຄັ້ງນີ້ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ກໍາມະສິດຂອງບຸກຄົນອື່ນ ເຮັດໃຫ້ສັງຄົມບໍ່ມີຄວາມເປັນລະບຽບຮຽບຮ້ອຍ, ແຕະຕ້ອງເຖິງກໍາມະສິດສ່ວນຕົວຂອງບຸກຄົນອື່ນ.
ເຫັນວ່າ: ລົດກະບະ 4 ປະຕູສີດໍາ ຄັນດັ່ງກ່າວ, ເຈົ້າໜ້າທີ່ໄດ້ເກັບກູ້ຄືນ ແລະ ມອບໃຫ້ ທ້າວ ຫວງ ຊົງເວີຍ ເຈົ້າຂອງລົດເປັນທີ່ຮຽບຮ້ອຍແລ້ວ ຕາມບົດບັນທຶກມອບ-ຮັບ ແລະ ທ້າວ ຫວງ ຊົງເວີຍ ກໍບໍ່ໄດ້ຮ້ອງຂໍຄ່າສິ້ນເປືອງຕ່າງໆນໍາຈຳເລີຍ. ສະນັ້ນ, ອົງການໄອຍະການປະຊາຊົນ ແຂວງອຸດົມໄຊ ຈຶ່ງໄດ້ຖະແຫຼງໃຫ້ສານ ເພື່ອຄົ້ນຄວ້າພິຈາລະນາຕັດສິນລົງໂທດຈຳເລີຍ ຕາມກົດໝາຍ ວ່າດ້ວຍການດໍາເນີນຄະດີອາຍາ ສະບັບປັບປຸງ ປີ 2017 ມາດຕາ 156 ແລະ ປະມວນກົດໝາຍອາຍາ ມາດຕາ 231.