ພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງ ສາມັກຄີໄຊ ແຂວງອັດຕະປື ໄດ້ຈັບຕົວເປົ້າໝາຍຂາຍຢາບ້າໄດ້ 4 ຄົນ ພ້ອມຂອງກາງຢາບ້າ 312 ເມັດ ລົດຈັກ 6 ຄັນ ແລະ ໂທລະສັບ 2 ເຄື່ອງ.

ເຈົ້າໜ້າທີ່ ປກສ ເມືອງສາມະຄີໄຊ ເປີດເຜີຍເມື່ອບໍ່ດົນມານີ້ວ່າ: ຄະດີດັ່ງກ່າວ, ແກ້ໄຂໄດ້ໃນທ້າຍເດືອນກັນ ຍາ ຫາ ຕົ້ນເດືອນ ຕຸລາ 2019 ຈັບຜູ້ຖືກຫາໄດ້ 4 ຄົນ ຄື: ທ້າວ ສະຫວັນ ຫຼື ຕາບ ອາຍຸ 40 ປີ ມີຢາບ້າ 114 ເມັດ ລົດຈັກ 1 ຄັນ ໂທລະສັບ 1 ເຄື່ອງ. ທ້າວ ທອງດຳ ອາຍຸ 29 ປີ ມີຢາບ້າ 6 ເມັດ ລົດຈັກ 1 ຄັນ ທັງ 2 ຢູ່ບ້ານທ່າຫີນ. ທ້າວ ບ້ອບ ອາຍຸ 29 ປີ ປະຊາຊົນ ຢູ່ບ້ານປຸຍ ມີຢາບ້າ 68 ເມັດ ໂທລະສັບ 1 ເຄື່ອງ ແລະ ນາງ ນ້ອຍ ອາ ຍຸ 34 ປີ ຢູ່ບ້ານວັດຫຼວງ ມີຢາບ້າຈຳນວນ 124 ເມັດ ລົດຈັກ 1 ຄັນ ໂທລະສັບ 1 ເຄື່ອງ ທັງ 4 ຄົນ ຢູ່ເມືອງສາມັກ ຄີໄຊ ແຂວງອັດຕະປື.

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນຕົ້ນເດືອນຕຸລານີ້, ເຈົ້າໜ້າທີ່ ປກສ ເມືອງສາມັກຄີໄຊ ໄດ້ກັກໄວລຸ້ນມົ້ວສຸມຢາເສບ ຕິດ ຈຳນວນ 7 ຄົນ ແລະ ໄດ້ທຳການສຶກສາອົບຮົມກ່ອນມອບໃຫ້ຜູ້ປົກຄອງໄປສຶກສາອົບຮົມຕື່ມອີກ.