ໃນວັນທີ 16 ຕຸລາ 2019, ວິທະຍາຄານຕໍາຫຼວດປະຊາຊົນ ກະຊວງ ປກສ ຈັດປາຖະກະຖາ 3 ເອກະສານສໍາຄັນ ເຊັ່ນ: ປາຖະກະຖາວັນປະກາດເອກະລາດ, ມະຕິກອງປະຊຸມໃຫຍ່ ຄັ້ງທີ 8 ຂອງ ສູນກາງພັກ ສະໄໝທີ 10 ແລະ ມະຕິກົມການເມືອງສູນກາງພັກ ວ່າດ້ວຍ ການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ; ເຊິ່ງການເຜີຍແຜ່ຄັ້ງນີ້ ກໍເພື່ອໃຫ້ພະນັກງານ-ນັກຮົບ ໄດ້ຮັບຮູ້, ເຂົ້າໃຈ, ກໍາແໜ້ນໄດ້ເນື້ອໃຈ ຢ່າງເລິກເຊິ່ງ ແລະ ກວ້າງຂວາງ, ໂດຍການເຂົ້າຮ່ວມ ແລະ ປາຖະກະຖາຂອງ ສະຫາຍ ພົຈວ ປອ ບຸນຊູ ນາມມະຈັກ ອໍານວຍການວິທະຍາຄານຕໍາຫຼວດປະຊາຊົນ, ເຊິ່ງມີ ຄະນະພັກ-ຄະນະນໍາ, ຄູ-ອາຈານ ແລະ ພະນັກງານພາຍໃນ ເຂົ້າຮ່ວມ.

ສະຫາຍ ພົຈວ ປອ ບຸນຊູ ນາມມະຈັກ ໄດ້ໃຫ້ຮູ້ວ່າ:

ພົຈວ ປອ ບຸນຊູ ນາມມະຈັກ ອໍານວຍການວິທະຍາຄານຕໍາຫຼວດປະຊາຊົນ

ມູນເຊື້ອວັນປະກາດເອກະລາດ ເຊິ່ງກ່ອນໜ້ານີ້ 74 ປີ ຄື ວັນທີ 12 ຕຸລາ 1975 ໄດ້ມີການໂຮມຊຸມນຸມໃຫຍ່ຢູ່ວຽງຈັນ ( ນະຄອນຫຼວງວຽງຈັນ ) ເພື່ອປະກາດຄວາມເປັນເອກະລາດຂອງຊາດລາວເຮົາ ເປັນຄັ້ງທໍາອິດຈາກແອກປົກຄອງຂອງພວກລ່າເມືອງຂຶ້ນ ແລະ ພວກຮຸກຮານຕ່າງຊາດ; ເຊິ່ງວັນດັ່ງກ່າວນັ້ນ ໄດ້ກາຍເປັນຂີດໝາຍແຫ່ງໄຊຊະນະຂອງການຕໍ່ສູ້ ຢ່າງພິລະອາດຫານ ດ້ວຍຄວາມສາມັກຄີ ແລະ ການເສຍສະຫຼະອັນໃຫຍ່ຫຼວງຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາຂອງ ພັກປະຊາຊາ ປະຕິວັດລາວ ຂອງພວກເຮົາ ຈຶ່ງເຮັດໃຫ້ຊາວໂລກໄດ້ຮັບຮູ້ກ່ຽວກັບ ຄວາມເປັນຊາດລາວ ກໍຄື ຮັບຮູ້ ອະທິປະໄຕ ແລະ ເຂດນໍ້າດິນແດນຂອງປະເທດລາວ.

ວິທະຍາຄານຕໍາຫຼວດປະຊາຊົນ ກະຊວງ ປກສ ຈັດປາຖະກະຖາ 3 ເອກະສານສໍາຄັນ

ມະຕິກອງປະຊຸມຄົບຄະນະ ຄັ້ງທີ 8 ຂອງ ຄະນະບໍລິຫານງານສູນກາງພັກ ສະໄໝທີ X ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ໂດຍກອງປະຊຸມ ແມ່ນໄດ້ຮັບຟັງບົດລາຍງານ ແລະ ການຄົ້ນຄວ້າປຶກສາຫາລືເນື້ອໃນທີ່ສໍາຄັນ ໃນບາງຂົງເຂດວຽກງານ ຄື:

  • ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກ ຕິດພັນກັບ ການຜັນຂະຫຍາຍ ມະຕິກອງປະຊຸມສູນກາງພັກຄົບຄະນະ ຄັ້ງທີ 7 ສະໄໝທີ X
  • ການພັດທະນາຊົນນະບົດ
  • ການແບ່ງຂັ້ນຄຸ້ມຄອງ ໃນລະບົບອົງການບໍລິຫານລັດ
  • ການດໍາເນີນຄະດີ ຕາມຂະບວນຍຸຕິທໍາ
  • ກ່ຽວກັບ ໂຄງຮ່າງລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ

ສໍາລັບ ມະຕິຂອງ ກົມການເມືອງສູນກາງພັກ ວ່າດ້ວຍ ການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໂດຍ ພັອ ປອ ວົງເຊໂດນ ພັນທະແກ້ວ ຮອງອໍານວຍການວິທະຍາຄານ ຍົກໃຫ້ເຫັນບາງຕອນວ່າ: ໃນສະໄໝທີ່ ປະທານ ປະທານ ໄກສອນ ພົມວິຫານ ນໍາພາ-ພາລະກິດຕໍ່ສູ້ປົດປ່ອຍຊາດ ໄດ້ປຸກລະດົມເຕົ້າໂຮມຄວາມສາມັກຄີ ປະຊາຊົນທຸກເຜົ່າ-ທຸກຊັ້ນຄົນ ຢ່າງກວ້າງຂວາງ ໃຫ້ລຸກຂຶ້ນຕໍ່ສູ້ ດ້ວຍການສົມທົບການຕໍ່ສູ້ດ້ານຕ່າງໆ ຢ່າງແໜ້ນແຟ້ນ; ເພິ່ນໄດ້ຮ່ວມກັບ ໝູ່ຄະນະນໍາພາ ການປະຕິບວັດຊາດ ປະຊາທິປະໄຕ ຈົນສາມາດຍາດໄດ້ໄຊຊະນະມາໄດ້ຢ່າງສົມບູນ ດ້ວຍສາມບາດຄ້ອນຍຸດທະສາດ ແລະ ສະຖາປະນາ ສປປ ລາວ ຂຶ້ນໃນວັນທີ 2 ທັນວາ 1975 ເຊິ່ງແມ່ນ ລັດທີ່ເປັນຕົວແທນອັນແທ້ຈິງ ແຫ່ງສິດຜົນປະໂຫດຂອງ ປະຊາຊົນລາວບັນດາເຜົ່າ.