ວັນທີ 22 ຕຸລາ 2019, ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ( ປທສ ) ແຫ່ງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດ ກອງປະຊຸມເຈົ້າໜ້າທີ່ອາວຸໂສໂທລະຄົມ ອາຊຽນ ຄັ້ງທີ 20 ( The 20th ASEAN Telecommunications and Information Technology Senior Officials’ Meeting – TELSOM ) ແລະ ກອງປະຊຸມປິ່ນອ້ອມ ຂຶ້ນທີ່ນະຄອນຫຼວງວຽງຈັນ, ເຊິ່ງກອງປະຊຸມຈະໄດ້ດໍາເນີນໄປເປັນເວລາ 2 ວັນ ( ລະຫວ່າງວັນທີ 22-23 ຕຸລາ 2019 ) ພາຍໃຕ້ການເປັນປະທານຂອງ ທ່ານ ພູຂົງ ຈິດຮູບໂລກ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງ ປທສ, ມີບັນດາເຈົ້າໜ້າທີ່ອາວຸໂສໂທລະຄົມ ຂອງ 10 ປະເທດອາຊຽນ ແລະ ບັນດາປະເທດຄູ່ຮ່ວມເຈລະຈາ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ບັນດາເຈົ້າໜ້າທີ່ອາວຸໂສ ໄດ້ສຸມໃສ່ປຶກສາຫາລືບັນຫາທີ່ສໍາຄັນ ໃນການກະກຽມເນື້ອໃນທີ່ຈະນໍາໄປສະເໜີຮັບຮອງ ໃນກອງປະຊຸມລັດຖະມົນຕີ ໄອຊີທີ ອາຊຽນ ຄັ້ງທີ 19 ( TELMIN 19 ) ທີ່ຈະໄຂຂຶ້ນ ໃນວັນທີ 24 ຕຸລານີ້, ໂດຍໄດ້ປຶກສາຫາລືກັນໃນຫຼາຍບັນຫາສໍາຄັນ ເຊັ່ນ:

ທົບທວນຄືນຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດບັນດາກິດຈະກໍາຕ່າງໆ ປະຈໍາປີ 2019 ທີ່ນອນໃນແຜນແມ່ບົດ ໄອຊີທີ ອາຊຽນ ( AIM 2020 ) ແລະ ການກໍານົດບັນດາຕົວຊີ້ວັດ ຜົນການຈັດຕັ້ງປະຕິບັດກິດຈະກໍາ ແລະ ການແຂ່ງຂັນຜະລິດຕະພັນ ໄອຊີທີ ອາຊຽນ ປະຈໍາປີ 2019.

ພ້ອມນີ້, ຍັງຈະໄດ້ຜ່ານຮ່າງເອກະສານຂອບການຮ່ວມມື ອາຊຽນ ດ້ານການຄຸ້ມຄອງຂໍ້ມູນດີຈິຕອນ ແລະ ຮ່າງເອກະສານແນວທາງຂອງ ອາຊຽນ ໃນການສ້າງຄວາມເຂັ້ມແຂງ ແລະ ການປັບປຸງລະບົບສາຍສົ່ງໃຕ້ທະເລຂອງ ອາຊຽນ, ພິຈາລະນາຕໍ່ກັບ ເອກະສານແນວຄວາມຄິດກ່ຽວກັບ ແຜນແມ່ບົດ ດິຈິຕອນ ອາຊຽນ 2025 ( ASEAN Digital Masterplan – ADMP ) ເຊັ່ນ:

  • ບັນດາຍຸດທະສາດ ແລະ ຂໍ້ລິເລີ່ມທີ່ສາມາດຂັບເຂື່ອນ ການຫັນເປັນເສດຖະກິດ ແລະ ສັງຄົມດິຈິຕອນ ແຕ່ປີ 2020 ຮອດປີ 2025.
  • ທົບທວນຄືນກ່ຽວກັບ ຮ່າງພາລະບົດບາດໃໝ່ຂອງ ກອງປະຊຸມລັດຖະມົນຕີ ດິຈິຕອນ ອາຊຽນ ( The ASEAN Digital Ministers Mee ting – ADGMIN ).
  • ກອງປະຊຸມເຈົ້າໜ້າທີ່ອາວຸໂສ ດິຈິຕອນ ອາຊຽນ ( the ASEAN Digital Senior Officials’ Meeting – ADGSOM ) ຕາມລໍາດັບ ເພື່ອນໍາໄປສະເໜີຮັບຮອງ ໃນກອງປະຊຸມ TELMIN 19.

ໃນໂອກາດດຽວກັນ, ຍັງໄດ້ທົບທວນຄືນການຮ່ວມມື ໃນໄລຍະຜ່ານມາ ແລະ ແຜນການຮ່ວມມື ໃນສົກປີ 2019 ກັບ ບັນດາປະເທດຄູ່ຮ່ວມເຈລະຈາ ( ສປ ຈີນ, ຢີປຸ່ນ, ເກົາຫຼີ, ອິນເດຍ, ອາເມລິກາ, ເອີລົບ ( EU ) ແລະ ສະຫະພາບໂທລະຄົມມະນາຄົມສາກົນ ) ເປັນຕົ້ນແມ່ນ ການລາຍງານຜົນການຈັດຕັ້ງປະຕິບັດກິດຈະກໍາຮ່ວມມື ອາຊຽນ-ປະເທດຄູ່ຮ່ວມ ໃນສົກປີ 2019 ແລະ ເອກະພາບຮັບເອົາ ຮ່າງແຜນກິດຈະກໍາຮ່ວມມືດ້ານໄອຊີທີ ປະຈໍາສົກປີ 2020 ລະຫວ່າງ ອາຊຽນ ກັບ ບັນດາປະເທດຄູ່ຮ່ວມເຈລະຈາ ເພື່ອສະເໜີໃຫ້ກອງປະຊຸມ TELMIN ຮັບຮອງເອົາ. ພ້ອມນັ້ນ, ໄດ້ຄົ້ນຄວ້າ, ເຫັນດີຕໍ່ຂໍ້ສະເໜີຂອງຍີ່ປຸ່ນ ໃນການສືບຕໍ່ຈັດກິດຈະກໍາຝຶກອົບຮົມ ວຽກງານຄວາມປອດໄພທາງໄຊເບີ ໃຫ້ບັນດາປະເທດສະມາຊິກ ທີ່ສູນ ASEAN – Japan Cybersecurity Capacity Building Centre ( AJCCBC ) ປະເທດໄທ ໄລຍະທີ 2.