ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ພົບປະແລກປ່ຽນບົດຮຽນ ວຽກງານກວດຄົນເຂົ້າ-ອອກເມືອງ ກັບ ກົມໃຫຍ່ຕຳຫຼວດກວດຄົນເຂົ້າ-ອອກເມືອງ ກະຊວງພາຍໃນ ຣາຊາອານາຈັກ ກຳປູເຈຍ ໃນວັນທີ 11 ທັນວາ 2019 ທີ່ໂຮງແຮມເມືອງແທງ ວຽງຈັນ ນະຄອນຫຼວງວຽງຈັນ, ຝ່າຍລາວນໍາໂດຍ ພັອ ສາຍສະໝິງ ສີວິໄລ ຫົວໜ້າກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ແລະ ຝ່າຍກໍາປູເຈຍນໍາໂດຍ ພົອ ເຄິດ ຈັນທະຣິດ ຫົວໜ້າກົມໃຫຍ່ຕຳຫຼວດກວດຄົນເຂົ້າ-ອອກເມືອງ ພ້ອມທັງມີຄະນະຜູ້ແທນທັງ 2 ຝ່າຍ ເຂົ້າຮ່ວມ.

ຝ່າຍກໍາປູເຈຍນໍາໂດຍ ພົອ ເຄິດ ຈັນທະຣິດ ຫົວໜ້າກົມໃຫຍ່ຕຳຫຼວດກວດຄົນເຂົ້າ-ອອກເມືອງ

ກອງປະຊຸມ, ຄະນະຜູ້ແທນທັງ 2 ຝ່າຍ ໄດ້ລາຍງານໃຫ້ຮູ້ກ່ຽວກັບ ທີ່ຕັ້ງພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ພ້ອມທັງລາຍງານສະພາບການທີ່ພົ້ນເດັ່ນ, ກົນອຸບາຍຂອງກຸ່ມຄົນບໍ່ດີ ທີ່ສວຍໃຊ້ການເຂົ້າ-ອອກເມືອງ ເພື່່ອກໍ່ຄວາມບໍ່ສະຫງົບຢູ່ສອງປະເທດ ລາວ-ກຳປູເຈຍ ໃນໄລຍະຜ່ານມາ.

ຫຼັງຈາກນັ້ນ, ຄະນະຜູ້ແທນ ກໍໄດ້ແລກປ່ຽນຄໍາຄິດເຫັນຮ່ວມກັນ ເປັນຕົ້ນແມ່ນ ການປະສານສົມທົບແລກປ່ຽນຂໍ້ມູນຂ່າວສານ ໃນຂົງເຂດວຽກງານການກວດຄົນເຂົ້າ-ອອກເມືອງ ແລະ ຄຸ້ມຄອງຄົນຕ່າງປະເທດ, ການຊ່ວຍເຫຼືອກັນໃນການຊອກຈັບ, ຕິດຕາມກວດກາເປົ້າໝາຍ ເມື່ອພົບເຫັນແລ້ວແຈ້ງໃຫ້ກັນຊາບ ຢ່າງເປັນທາງການ ຕາມຄວາມຮຽກຮ້ອງຕ້ອງການທັງສອງຝ່າຍ.

ຝ່າຍລາວນໍາໂດຍ ພັອ ສາຍສະໝິງ ສີວິໄລ ຫົວໜ້າກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ

ພ້ອມກັນນັ້ນ, ກໍໄດ້ປຶກສາແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບ ການເຄື່ອນໄຫວລະເມີດກົດໝາຍຂອງພົນລະເມືອງສອງປະເທດ ເຊັ່ນ: ການແຕ່ງດອງບໍ່ຖືກຕ້ອງ, ການໄດ້ສຳມະໂນຄົວແບບບໍ່ຖືກຕ້ອງ, ລີ້ຊ້ອນ, ປະກອບອາຊີບບໍ່ຖືກຕ້ອງ ແລະ ເຄື່ອນໄຫວຜິດລະບຽບການຕ່າງໆ; ນອກຈາກນີ້, ກໍເພື່ອແນໃສ່ເຮັດໃຫ້ ພະນັກງານກວດຄົນເຂົ້າ-ອອກເມືອງ ທັງສອງປະເທດ ຢູ່ດ່ານຊາຍແດນ ເພີ່ມທະວີຄວາມເປັນເຈົ້າການ, ປະສານສົມທົບປະຕິບັດໜ້າທີ່ວິຊາສະເພາະ ໃຫ້ຖືກຕ້ອງ, ສອດຄ່ອງ ແລະ ຮັດກຸມ.

ການແລກປ່ຽນບົດຮຽນຄັ້ງນີ້ ກໍເພື່ອຍົກສູງປະສິດທິພາບ ວຽກງານກວດຄົນເຂົ້າ-ອອກເມືອງ ເພື່ອພ້ອມກັນຄົ້ນຄວ້າເອກະພາບ ການຮ່ວມມືກັນໃນຕໍ່ໜ້າ ໃຫ້ມີຈຸດສຸມ

ຄຽງຄູ່ກັນນີ້, ກໍເພື່ອເປັນການຈັດຕັ້ງຜັນຂະຫຍາຍ ການຮ່ວມມືຮັກສາຄວາມສະຫງົບ ຂອງ 2 ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ກັບ ກະຊວງພາຍໃນ ຣາຊາອານາຈັກ ກຳປູເຈຍ ໃຫ້ປະກົດຜົນເປັນຈິງ ແລະ ຍົກສູງປະສິດທິພາບ ວຽກງານກວດຄົນເຂົ້າ-ອອກເມືອງ ເພື່ອພ້ອມກັນຄົ້ນຄວ້າເອກະພາບ ການຮ່ວມມືກັນໃນຕໍ່ໜ້າ ໃຫ້ມີຈຸດສຸມ ແລະ ກຽມພ້ອມຕອບສະໜອງໜ້າທີ່ການເມືອງ ໃນໄລຍະໃໝ່.