ຮອງລັດຖະມົນຕີ ປກສ ຕ້ອນຮັບການຢ້ຽມຂໍ່ານັບຂອງ ຜູ້ແທນສໍານັກງານຕ້ານການຟອກເງິນ

0
1247

ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ເອລິນ ລຸໂບວິກ ຮອງເລຂາທິການ ກອງເລຂາອາຊີ-ປາຊີຟິກ ພ້ອມດ້ວຍຄະນະ ສໍານັກງານຂໍ້ມູນຕ້ານການຟອກເງິນ ໃນວັນທີ 13 ທັນວາ 2019 ເພື່ອປຶກສາຫາລື ໃນຂົງເຂດວຽກງານຕ້ານການຟອກເງິນ.

ທ່ານ ນາງ ເອລິນ ລຸໂບວິກ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ພ້ອມທັງໄດ້ແຈ້ງຈຸດປະສົງໃນການມາຢ້ຽມຢາມ ໃຫ້ທ່ານຮອງລັດຖະມົນຕີ ກະຊວງ ປກສ ຮັບຊາບ ເພື່ອແລກປ່ຽນຄໍາຄິດ-ຄໍາເຫັນ ກ່ຽວກັບ ບັນຫາສໍາຄັນຕ່າງໆ ໂດຍສະເພາະແມ່ນ ຄວາມພ້ອມໃນການກະກຽມ ການປະເມີນຜົນຮອບດ້ານ ວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ກຸ່ມກໍ່ການຮ້າຍ ເພື່ອຮັບປະກັນໃຫ້ທຸກວຽກງານມີປະສິດທິຜົນ ແລະ ມີຜົນສຳເລັດຕາມແຜນການທີ່ວາງໄວ້.

ການເຂົ້າຢ້ຽມຂ່ຳນັບຄັ້ງນີ້ ມີຂຶ້ນພາຍຫຼັງທີ່ ສຳນັກງານຂໍ້ມູນຕ້ານການຟອກເງິນ ຮ່ວມກັບ ກຸ່ມອາຊີ-ປາຊີຟິກ ເພື່ອຕ້ານການຟອກເງິນ ໄດ້ຈັດການຝຶກອົບຮົມ ແລະ ເຮັດທົດລອງການປະເມີນຜົນຮອບດ້ານ ວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເພື່ອຊ່ວຍໃຫ້ ສປປ ລາວ ມີຄວາມພ້ອມໃນການກະກຽມ ແລະ ຮອງຮັບການປະເມີນຜົນຮອບດ້ານ ທີ່ໃກ້ຈະມາເຖິງນີ້.

ໃນໂອກາດນີ້, ພົຕ ກົງທອງ ພົງວິຈິດ ໄດ້ກ່າວສະແດງຄວາມຍິນດີ ແລະ ຕີລາຄາສູງຕໍ່ການມາພົບປະຂອງ ທ່ານ ນາງ ເອລິນ ລຸໂບວິກ ທີ່ໄດ້ເຂົ້າມາຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນຮ່ວມກັບ ກະຊວງປ້ອງກັນຄວາມສະຫງົບ ໃນຄັ້ງນີ້, ເຊິ່ງຖືໄດ້ວ່າມີຄວາມໝາຍ-ຄວາມສໍາຄັນເປັນຢ່າງຍິ່ງ ໃນການແລກປ່ຽນຖອດຖອນບົດຮຽນເຊິ່ງກັນແລະກັນ ທາງດ້ານວຽກງານຕ້ານການຟອກເງິນ ເພື່ອແກ້ໄຂບັນຫາດັ່ງກ່າວ ໃຫ້ຫຼຸດໜ້ອຍຖອຍລົງ.