ປ້ອງກັນເຄື່ອນທີ່ ປະກາດເລື່ອນຊັ້ນໃຫ້ພະນັກງານ-ນັກຮົບ

0
2247

ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ພະນັກງານ-ນັກຮົບ ຜູ້ທີ່ມີຜົນງານດີເດັ່ນ, ຄົບມາດຖານເງື່ອນໄຂຕາມກົດໝາຍ ແລະ ກົດລະບຽບຂອງ ກໍາລັງປ້ອງກັນຄວາມສະຫງົບ ວາງອອກ ໃນວັນທີ 9 ມັງກອນ 2020, ເຂົ້າຮ່ວມ ແລະ ປະດັບຊັ້ນໂດຍ ພົຈວ ຈັນສະແຫວງ ທິບຄູນທອງ ຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່, ພ້ອມທັງມີ ຮອງຫົວໜ້າກອງບັນຊາການ, ຫົວໜ້າ-ຮອງຫ້ອງ, ຫົວໜ້າ-ຮອງພະແນກ, ພະນັກງານ-ນັກຮົບ ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ປະດັບຊັ້ນໂດຍ ພົຈວ ຈັນສະແຫວງ ທິບຄູນທອງ ຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່

ການເລື່ອນຊັ້ນໃນຄັ້ງນີ້ ລວມທັງໝົດ 34 ສະຫາຍ ເຊິ່ງມີລາຍລະອຽດດັ່ງນີ້:

  • ພັນຕີ ຂຶ້ນ ພັນໂທ 3 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ 9 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 4 ສະຫາຍ
  • ຮ້ອຍຕີ ຂຶ້ນ ຮ້ອຍໂທ 14 ສະຫາຍ ຍິງ 3 ສະຫາຍ
  • ວາທີ ຂຶ້ນ ຮ້ອຍຕີ 4 ສະຫາຍ

ໃນຕອນທ້າຍພິທີ, ພົຈວ ຈັນສະແຫວງ ທິບຄູນທອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນຄັ້ງນີ້ ເຊິ່ງມັນສະແດງເຖິງຄວາມຮູ້-ຄວາມສາມາດ ແລະ ຜົນງານທີ່ບັນດາສະຫາຍເຮັດໄດ້ ໃນໄລຍະຜ່ານມາ.

ສະນັ້ນ, ມື້ນີ້ ການຈັດຕັ້ງ ກໍຄື ພັກ-ລັດ ຈຶ່ງໄດ້ຕອບແທນບັນດາສະຫາຍ ດ້ວຍການປະຕິບັດນະໂຍບາຍດັ່ງກ່າວນີ້ໃຫ້ ຢ່າງເໝາະສົມ. ພ້ອມນັ້ນ, ຂໍໃຫ້ທຸກສະຫາຍ ຕ້ອງເພີ່ມຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ໃຫ້ມີຄວາມເຂັ້ມແຂງຂຶ້ນຕື່ມ ເພື່ອໃຫ້ສົມກັບຊັ້ນ, ຕໍາແໜ່ງ ແລະ ການຈັດຕັ້ງ ທີ່ໄວ້ເນື້ອເຊື່ອໃຈບັນດາສະຫາຍ ຢ່າງແທ້ຈິງ.

ການເລື່ອນຊັ້ນໃນຄັ້ງນີ້ ລວມທັງໝົດ 34 ສະຫາຍ