ໃນຕົ້ນເດືອນມັງກອນນີ້, ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງໄຊຍະບູລີ ໄດ້ກັກຕົວ ທ້າວ ຄໍາພຸດ ອາຍຸ 25 ປີ ປະຊາຊົນ ຢູ່ບ້ານທ່ານາ ເມືອງໄຊຍະບູລີ ແຂວງໄຊຍະບູລີ ພ້ອມຢາໄອສ໌ 2 ຖົງນ້ອຍ ນໍ້າໜັກ 2,3 ກຼາມ.

ໃນເວລາຕໍ່ມາ, ເຈົ້າໜ້າທີ່ໄດ້ກັກຕົວ ທ້າວ ສົມພອນ (ນີ່) ອາຍຸ 20 ປີ ປະຊາຊົນ ຢູ່ບ້ານດອນແດງ ເມືອງຈັນ ທະບູລີ ນະຄອນຫຼວງວຽງຈັນ ຢຶດໄດ້ວັດຖຸຂອງກາງ ຢາໄອສ໌ 1 ຖົງໃຫຍ່ ນໍ້າໜັກ 975,7 ກຼາມ, ຢາໄອສ 49 ຖົງນ້ອຍ ນໍ້າ ໜັກ 60,8 ກຼາມ, ອຸປະກອນເສບຢາໄອສ໌ 1 ຊຸດ ລົດເກ໊ງຍີ່ຫຍໍ້ຮຸນໄດ 1 ຄັນ.

ນອກນັ້ນ. ໃນມື້ຕໍ່ມາ ໄດ້ກັກຕົວ ທ້າວ ຕ່ອນ ອາຍຸ 17 ປີ ປະຊາຊົນຢູ່ບ້ານທ່ານາ ເມືອງໄຊຍະບູລີ ແຂວງໄຊຍະບູລີ ພ້ອມຢາບ້າ 200 ເມັດ ມາດໍາເນີນການສືບສວນ-ສອບສວນຕາມກົດໝາຍ.