ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມອບ-ໂອນການຄຸ້ມຄອງນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ທີ່ໄດ້ຮັບນະໂຍບາຍອຸດໜູນບໍານານ, ເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ ໃຫ້ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ເພື່ອສະດວກໃນການຄຸ້ມຄອງການມອບອຸດໜູນບໍານານ ໃຫ້ພະນັກງານ.

ພິທີເຊັນບົດບັນທຶກມອບ-ຮັບ ໄດ້ຈັດຂຶ້ນໃນວັນທີ 24 ມັງກອນ 2020 ໂດຍການເຂົ້າຮ່ວມເປັນປະທານຂອງ ພົອ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ, ທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພົຕ ສົມຫວັງ ທຳມະສິດ ຮອງລັດຖະມົນຕີ ກະຊວງ ປກສ, ມີພະນັກງານບໍານານ-ເສຍອົງຄະ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຄໍາຂານ ພິນສະຫວັນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານມະຕິຕົກລົງຂອງ ຄະນະເລຂາທິການສູນກາງພັກ ສະບັບເລກທີ 189/ຄລສພ ລົງວັນທີ 26 ທັນວາ 2018, ຜ່ານຂໍ້ຕົກລົງ ວ່າດ້ວຍ ການມອບ-ໂອນການຄຸ້ມຄອງນາຍ ແລະ ພົນຕໍາຫຼວດ ສະບັບເລກທີ 0201/ຮສສ ລົງວັນທີ 22 ມັງກອນ 2020, ເຊິ່ງໃນນັ້ນເຫັນດີມອບ-ໂອນນາຍ ແລະ ພົນຕໍາຫຼວດ ທີ່ໄດ້ຮັບນະໂຍບາຍອຸດໜູນບໍານານ ແລະ ເສຍອົງຄະ ທີ່ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຄຸ້ມຄອງຜ່ານມາ ຄືນໃຫ້ ກະຊວງປ້ອງກັນຄວາມສະຫງົບ ຮັບຜິດຊອບຄຸ້ມຄອງດູແລຕໍ່ໄປ ໂດຍລາຍລະອຽດມີຄື:

  • ນາຍ ແລະ ພົນຕໍາຫຼວດ ທີ່ໄດ້ຮັບນະໂຍບາອຸດໜູນບໍານານ ແລະ ເສຍອົງຄະ ຈໍານວນ 2.384 ທ່ານ
  • ລູກນາຍ ແລະ ພົນຕໍາຫຼວດບໍານານ ແລະ ເສຍອົງຄະ ທີ່ຍັງບໍ່ພົ້ນກະສຽນ ຈໍານວນ 315 ທ່ານ
  • ຜູ້ໄດ້ຮັບອຸດໜູນສະມາຊິກຄອບຄົວ ຈໍານວນ 58 ທ່ານ
  • ພະນັກງານເສຍອົງຄະປະຈໍາການ ຈໍານວນ 31 ທ່ານ
  • ຜູ້ເກີດສິດປິ່ນປົວສຸຂະພາບ, ຜູ້ໄດ້ຮັບອຸດໜູນໄລຍະຍາວ ຄູ່ສົມລົດ ແລະ ລູກ ຈໍານວນ 3.068 ທ່ານ.

ຈາກນັ້ນ, ຜ່ານຂໍ້ຕົກລົງ ວ່າດ້ວຍ ການມອບ-ໂອນນາຍ ແລະ ພົນທະຫານ ສະບັບເລກທີ 0202/ຮສສ ລົງວັນທີ 22 ມັງກອນ 2020, ໃນນັ້ນ ລັດຖະມົນຕີ ກະຊວງແຮງງານ ຕົກລົງເຫັນດີມອບ-ໂອນການຄຸ້ມຄອງນາຍ ແລະ ພົນທະຫານ ທີ່ໄດ້ຮັບນະໂຍບາຍອຸດໜູນບໍານານ, ພະນັກງານເສຍອົງຄະ ແລະ ເສຍອົງຄະພັກຜ່ອນ ຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ, ພະນັກງານເສຍອົງຄະພິເສດ, ຜູ້ດູແລຜູ້ເສຍອົງຄະພິເສດ, ພະນັກງານ-ລັດຖະກອນ ທີ່ເຮັດວຽກຢູ່ໃນ 12 ສູນເສຍອົງຄະ ທົ່ວປະເທດ ໃຫ້ ກະຊວງປ້ອງກັນປະເທດ ຮັບຜິດຊອບຄຸ້ມຄອງດູແລຕໍ່ໄປ ລາຍລະອຽດມີຄື:

  • ນາຍ ແລະ ພົນທະຫານບໍານານ-ເສຍອົງຄະ ຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ ພ້ອມດ້ວຍຜູ້ຮັບອຸດໜູນສະມາຊິກຄອບຄົວ ຈໍານວນ 8.171 ທ່ານ ລວມທັງ 12 ສູນເສຍອົງຄະທົ່ວປະເທດ
  • ລູກພະນັກງານບໍານານ ແລະ ເສຍອົງຄະ ທີ່ຍັງບໍ່ທັນພົ້ນກະສຽນ ຈໍານວນ 1.130 ທ່ານ ລວມທັງລູກພະນັກງານບໍານານ ແລະ ເສຍອົງຄະ ທີ່ຍັງບໍ່ທັນພົ້ນກະສຽນ.

ສ່ວນງົບປະມານແມ່ນມອບໃຫ້ ກະຊວງປ້ອງກັນຄວາມສະຫງົບ-ປ້ອງກັນປະເທດ ຂຶ້ນແຜນງົບປະມານດ້ານຕ່າງໆ ເຊິ່ງປະກອບມີເງິນສົມທົບ 8,5% ຂອງລັດຖະບານ ແລະ 8% ຕາມກົດໝາຍ ວ່າດ້ວຍ ປະກັນສັງຄົມ, ເງິນຊ່ວຍໜູນຈາກລັດຖະບານ ເບີກຈ່າຍໃຫ້ຜູ້ເສຍອົງຄະຍ້ອນສູ້ຮົບ ແລະ ຮັບໃຊ້ການສູ້ຮົບແຕ່ລະປະເພດ, ເງິນອຸດໜູນລູກພະນັກງານບໍານານ ແລະ ພະນັກງານເສຍອົງຄະ ທີ່ຍັງບໍ່ພົ້ນກະສຽນ, ເງິນເດືອນ ແລະ ເງິນບໍລິຫານໃຫ້ 12 ສູນເສຍອົງຄະ ໃນຂອບເຂດທົ່ວປະເທດ ຕາມລະບຽບການນັບແຕ່ວັນທີ 1 ມັງກອນ 2021 ເປັນຕົ້ນໄປ. ສໍາລັບປີ 2020, ການຂຶ້ນແຜນງົບປະມານຂ້າງເທິງ ແມ່ນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນຜູ້ຮັບຜິດຊອບ.

ສ່ວນການມອບ-ໂອນການຄຸ້ມຄອງນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ທີ່ໄດ້ຮັບນະໂຍບາຍຮັບການອຸດໜູນບໍານານ ເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ, ຜູ້ດູແລຜູ້ເສຍອົງຄະພິເສດ ຢູ່ຂັ້ນທ້ອງຖິ່ນ ແມ່ນມອບໃຫ້ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ນະຄອນຫຼວງ, ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ແລະ ນະຄອນ ສົມທົບກັນກັບ ກອງບັນຊາການທະຫານ-ຕໍາຫຼວດແຂວງ, ນະຄອນຫຼວງ, ເມືອງ ແລະ ນະຄອນ ພ້ອມກັນຈັດຕັ້ງການມອບ-ໂອນ ຕາມລະບຽບການ.