ກອງປະຊຸມໃຫຍ່ ຄັ້ງທີ VI ຂອງ ໜ່ວຍພັກຫ້ອງການເມືອງ ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 10 ມີນາ 2020, ເປັນປະທານໂດຍ ສະຫາຍ ພັທ ຄໍາສິນ ຜິວວັນນາ ເລຂາໜ່ວຍພັກ ຫົວໜ້າຫ້ອງການເມືອງ, ເຂົ້າຮ່ວມມີ ສະຫາຍ ພັອ ຄຳແພງ ເພັດ ກຳມະການພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ, ມີແຂກຮັບເຊີນ ແລະ ສະມາຊິກພັກສົມບູນ-ສໍາຮອງ ເຂົ້າຮ່ວມ.

ພັທ ຄໍາສິນ ຜິວວັນນາ ເລຂາໜ່ວຍພັກ ກ່າວວ່າ:

ຕະຫຼອດໄລຍະ 5 ປີຜ່ານມາ, ໄດ້ຄົ້ນຄວ້າເຊື່ອມຊຶມແນວທາງ, ແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ເປັນຕົ້ນແມ່ນ ມະຕິ, ຄໍາສັ່ງ, ຂໍ້ກໍານົດ, ມູນເຊື້ອອັນດີງາມຂອງພັກ, ຂອງຊາດ, ຂອງກໍາລັງປ້ອງກັນຄວາມສະຫງົບ ແລະ ຜັນຂະຫຍາຍມະຕິຄໍາສັ່ງຂອງຄະນະພັກຂັ້ນເທິງ ມາເປັນແຜນການອັນລະອຽດຂອງໜ່ວຍພັກ.

ພ້ອມກັນສຸມໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ, ວຽກງານກໍ່ສ້າງພັກ-ພະນັກງານ ຮັບປະກັນເຮັດໃຫ້ກໍາລັງມີຄຸນນະພາບທາງດ້ານການເມືອງ ໜັກແໜ້ນ, ຊໍານານດ້ານວິຊາສະເພາະ, ລະບຽບວິໄນເຂັ້ມງວດ, ຄົ້ນຄວ້ານໍາສະເໜີຂັ້ນເທິງປັບປຸງ, ບູລະນະການຈັດຕັ້ງພັກ-ລັດຂັ້ນຕ່າງໆ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນນັບແຕ່ແຂວງລົງຮອດເມືອງ, ສຸມໃສ່ປະຕິບັດນະໂຍບາຍດ້ານຕ່າງໆ ຕໍ່ກໍາລັງຕາມລະບຽບຫຼັກການຢ່າງຖືກຕ້ອງ, ກວດກາ ແລະ ປ້ອງກັນກໍາລັງ ເຮັດໃຫ້ກໍາລັງມີຄວາມໂປງໃສ, ຍຸຕິທໍາ, ເປັນເຈົ້າການໃນການເຮັດວຽກງານກໍ່ ສ້າງພັກ-ກໍ່ສ້າງກໍາລັງ ແລະ ຊີ້ນໍາອົງການຈັດຕັ້ງມະຫາຊົນເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ພ້ອມທັງຄົ້ນຄວ້າເລືອກເຟັ້ນກໍານົດນາຍ ແລະ ພົນຕຳຫຼວດ ບັນຈຸໃສ່ຕໍາແໜ່ງງານຂັ້ນຕ່າງໆ ໃຫ້ແທດເໝາະກັບສະພາບເງື່ອນໄຂຕົວຈິງ, ກໍານົດນາຍຕໍາຫຼວດຜູ້ສືບທອດປ່ຽນແທນໃນແຕ່ລະຮຸ່ນ ຢ່າງເປັນລະບົບຕໍ່ເນື່ອງ ແລະ ແຕ່ງຕັ້ງ, ໂຍກຍ້າຍ, ຊັບຊ້ອນ, ບັນຈຸ ແລະ ຈັດວາງຢ່າງເໝາະສົມ, ກໍ່ສ້າງຍົກລະດັບວິຊາສະເພາະທາງດ້ານທິດສະດີ, ວິຊາສະເພາະບວກກັບພຶດຕິກໍາຕົວຈິງໃຫ້ສົມຄູ່ກັບ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.

ເຊິ່ງສະແດງອອກໃນໄລຍະ 5 ປີຜ່ານມາ ຄື: ກວດກາເອກະສານຕ່າງໆເຂົ້າ-ອອກໄດ້ 7.000 ກວ່າສະບັບ, ຄົ້ນຄວ້ານໍາສະເໜີຄະນະພັກຂັ້ນເທິງ ປະຕິບັດນະໂຍບາຍດ້ານຕ່າງໆຕໍ່ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ ຖືກຕາມລະບຽບຫຼັກການ ເຊັ່ນ:

ລາພັກ, ສ້າງຄອບຄົວໃໝ່ມີ 495 ສະຫາຍ, ອຸດໜູນປິ່ນປົວສຸຂະພາບ, ອຸດໜູນລູກ-ເມຍ ມີ 784 ສະຫາຍ ເປັນເງິນ 227,260,400 ກີບ, ອຸດໜູນບໍາເນັດ 18 ສະຫາຍ ເປັນເງິນ 1.173.000.000 ກວ່າກີບ, ບໍານານ 53 ສະຫາຍ ເປັນເງິນ 1.258.000.000 ກວ່າກີບ ແລະ ອຸດໜູນເສຍຊີວິດມີ 20 ສະຫາຍ ເປັນເງິນ 1.216.000.000 ກວ່າກີບ.

ລູກ-ເມຍນາຍຕໍາຫຼວດເສຍຊີວິດ ມີ 5 ສະຫາຍ ເປັນເງິນ 59.000.000 ກວ່າກີບ, ສະເໜີສູ່ຂໍບ່າວ-ສາວ ຈໍານວນ 472 ສະບັບ, ໃບຄໍາຮ້ອງສ້າງຄອບຄົວໃໝ່ ຈໍານວນ 413 ສະຫາຍ, ໄດ້ຮັບບັດປະກັນສັງຄົມນຳ ກົມນະໂຍບາຍ ກະຊວງປ້ອງກັນຄວາມສະຫງົບ ຈຳນວນ 3.318 ບັດ, ນະໂຍບາຍໃຫ້ໄປຍົກລະດັບວິຊາສະເພາະ ແລະ ທິດສະດີການເມືອງລະດັບຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ມີຈໍານວນ 181 ສະຫາຍ ເປັນເງິນ 139.300.000 ກີບ

ຄົ້ນຄວ້າ ແລະ ຍ້ອງຍໍ ກົມກອງລວມໝູ່, ຕໍ່ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ ຜູ້ທີ່ມີຜົນງານດ້ານຕ່າງໆ ຄື: ໄດ້ຮັບໃບຍ້ອງຍໍທັງໝົດ 4.836 ໃບ, ຫຼຽນໄຊແຮງງານຊັ້ນ II ມີ 37 ສະຫາຍ, ຫຼຽນໄຊແຮງງານຊັ້ນ III ມີ 141 ສະຫາຍ, ຫຼຽນກາມີ 197 ສະຫາຍ, ໄດ້ລົງເຄື່ອນໄຫວເກັບຂໍ້ມູນ-ຂ່າວສານ ຢູ່ບັນດາກົມກອງອ້ອມຂ້າງແຂວງ-ເມືອງ ຂຽນຂ່າວໄດ້ 3.300 ກວ່າຂ່າວ ແລະ ຮັບຂໍ້ມູນຂ່າວສານຈາກເພື່ອນຮ່ວມງານ ໄດ້ 2.100 ກວ່າຂ່າວ.

ໃນຕໍ່ໜ້າ, ຄະນະໜ່ວຍພັກ ຈະເອົາໃຈໃສ່ເພີ່ມທະວີບົດບາດ ການນຳພາຂອງພັກ, ສືບຕໍ່ບູລະນະການຈັດຕັ້ງຂອງພັກ, ກໍ່ສ້າງພັກຮັບປະກັນໃຫ້ມີຄຸນນະພາບ, ຍົກສູງປະສິດທິຜົນ ໃນການຊີ້ນຳ-ນໍາພາປະຕິບັດໜ້າທີ່ການເມືອງ ໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ, ຕັ້ງໜ້າປະຕິບັດກົດລະບຽບຂອງພັກ, ລະບຽບວິໄນຂອງກຳລັງ ຢ່າງເຂັ້ມງວດ, ພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ຂອງຕົນວາງອອກ ໃຫ້ບັນລຸຕາມຄາດໝາຍ, ສູ້ຊົນກໍ່ສ້າງໜ່ວຍພັກຂອງຕົນ ໃຫ້ກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.

ໃນຕອນທ້າຍ, ກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາ ຄະນະໜ່ວຍພັກຊຸດໃໝ່ ມີຜູ້ສະໝັກ 7 ສະຫາຍ ເລືອກເອົາ 5 ສະຫາຍ, ກອງປະຊຸມ ເປັນເອກະສັນກັນເລືອກເອົາ ສະຫາຍ ພັທ ຄໍາສິນ ຜິວວັນນາ ເປັນ ເລຂາ, ສະຫາຍ ພັທ ຄໍາອ່ອນ ວັນເຮື່ອງ ເປັນ ຮອງເລຂາ ທັງເປັນ ປະທານກວດກາ ແລະ ອີກ 3 ສະຫາຍ ເປັນ ຄະນະ.