ໜ່ວຍງານຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສີໂຄດຕະບອງ ສົມທົບກັບເຈົ້າໜ້າທີ່ ປກສ ກຸ່ມສີໄຄ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຂົ້າຈັບຕົວເປົ້າໝາຍຄ້າຂາຍຢາເສບຕິດ ເປັນເພດຢູ່ບ້ານສີໄຄທົ່ງ ເມືອງສີໂຄດຕະບອງ ໃນຂະນະນັ່ງກິນເຂົ້າຢູ່ພາຍໃນເຮືອນ ກ່ອນກວດຄົ້ນເຮືອນພົບຢາບ້າ 2.250 ເມັດ ໃນວັນທີ 20 ກຸມພາ 2020.

ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ໃຫ້ຮູ້ວ່າ: ຜູ້ຖືກຫາຊື່ ນາງ ລັດສະໝີ ຫຼື ຈຸ່ນ ອາຍຸ 39 ປີ ປະຊາ ຊົນ ບ້ານສີໄຄທົ່ງ ເມືອງສີໂຄດຕະບອງ ເປັນເປົ້າໝາຍຕິດຕາມຕົວຂອງເຈົ້າໜ້າທີ່ມາໄດ້ໄລຍະໜຶ່ງແລ້ວ ເນື່ອງຈາກຜູ້ກ່ຽວຮັບຊື້-ຂາຍຢາບ້າໃນແຕ່ລະວັນ ໂດຍມີພວກໄວລຸ້ນມົ້ວສຸມຢາເສບຕິດທ່ຽວເຂົ້າ-ອອກເຮືອນ ຂອງຜູ້ກ່ຽວເປັນປະຈໍາ. ຜ່ານການຕິດຕາມ ຈົນຮອດວັນທີ 20 ກຸມພາ ສືບຮູ້ວ່າ ຜູ້ກ່ຽວເອົາຢາບ້າຈໍານວນຫຼາຍເມັດໄປຊຸກເຊື່ອງໄວ້ພາຍໃນເຮືອນ ຈຶ່ງສົມທົບກັບ ປກສ ກຸມສີໄຄ ເຂົ້າກວດຄົ້ນຜ່ານການກວດຄົ້ນພົບເຫັນຢາບ້າຈໍານວນ 2.250 ເມັດ ໄວ້ຢູ່ຫ້ອງນອນ.

ນາງ ລັດສະໝີ ໄດ້ຮັບສາລະພາບວ່າ: ຢາບ້າທີ່ເຈົ້າໜ້າທີ່ຄົ້ນພົບຈຳນວນດັ່ງກ່າວແມ່ນຂອງຕົນເອງແທ້, ເຊິ່ງຜູ້ ກ່ຽວມີການລັກລອບຊື້ຂາຍມາແຕ່ເດືອນມິຖຸນາ 2016 ເປັນຕົ້ນມາ; ເຊິ່ງໄດ້ໄປຊື້ຢາບ້ານໍາຊາຍຄົນໜຶ່ງໃນບ້ານດຽວກັນ ຊື້ຄັ້ງລະ 1-2 ຖົງ ( 200-400 ເມັດ ), ເມື່ອໄດ້ຢາມາແລ້ວ ກໍນຳມາຂາຍໃຫ້ກຸ່ມໄວລຸ້ນຢູ່ພາຍໃນບ້ານ ແລະ ກຸ່ມຄົນທີ່ຕ້ອງການ. ຄັ້ງລ່າສຸດ, ແມ່ນກາງເດືອນກຸມພາ 2020 ຜູ້ກ່ຽວໄດ້ໄປຊື້ຢາບ້ານຳຊາຍຄົນດັ່ງກ່າວອີກຈຳນວນ 2.000 ເມັດ ເພື່ອເອົາໄປໄວ້ຂາຍໃຫ້ໄວລຸ້ນທີ່ມົ້ວສຸມເສບຢາບ້າ. ມາຮອດວັນທີ 20 ກຸມພາ 2020, ເວລາ 14: 00 ໂມງ ໃນຂະນະທີ່ຕົນນັ່ງກິນເຂົ້າຢູ່ໃນເຮືອນນັ້ນ ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າຈັບຕົວ ພ້ອມກວດ ຄົ້ນເຮືອນຕົນພົບຂອງກາງຢາບ້າລວມທັງໝົດ 2.250 ເມັດ, ທີ່ຕົນໄດ້ຊຸກເຊື່ອງໄວ້ເພື່ອລໍຖ້າຂາຍ.