ເຜີຍແຜ່ຄໍາສັ່ງຂອງ ລັດຖະມົນຕີ ກະຊວງ ປກສ

0
1316

ກອງບັນຊາການ ປກສ ແຂວງໄຊສົມບູນ ໄດ້ຈັດພິທີເຜີຍແຜ່ຄຳສັ່ງແນະນຳຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໃນວັນທີ 11 ມີນາ 2020, ເຜີຍແຜ່ໂດຍ ພັອ ບົວພັນ ອິນທະປັນຍາ ຄະນະປະຈຳພັກ ເລຂາຄະນະພັກ ຮັກສາການ ຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ, ມີບັນດາເລຂາ, ຮອງເລຂາຄະນະພັກຮາກຖານ ແລະ ໜ່ວຍພັກບັນດາຫ້ອງ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ ຕະຫຼອດຮອດ ສະມາຊິກພັກສົມບູນ-ສຳຮອງ ເຂົ້້າຮ່ວມ.

ພັອ ບົວພັນ ອິນທະປັນຍາ ຄະນະປະຈຳພັກ ເລຂາຄະນະພັກ ຮັກສາການ ຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ

ພັອ ບົວພັນ ອິນທະປັນຍາ ໄດ້ເຜີຍແຜ່ຄຳສັ່ງແນະນຳຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 536/ປກສ ລົງວັນທີ 26 ກຸມພາ 2020 ກ່ຽວກັບ ການຄັດເລືອກຜົນງານ 10 ປີ (2010-2020) ເພື່ອເປັນການຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ຄົບຮອບ 60 ປີ (5 ເມສາ 1961-5 ເມສາ 2021) ເພື່ອເຮັດໃຫ້ການຄັດເລືອກຍ້ອງຍໍຜົນງານ 10 ປີ ຄັ້ງນີ້ ໄດ້ດຳເນີນໄປຢ່າງຖືກຕ້ອງ, ໜັກແໜ້ນ ແລະ ມີຄຸນະພາບສູງ, ຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດນະໂຍບາຍຍ້ອງຍໍສັນລະເສີນ ໃຫ້ຖືກຕ້ອງ, ສອດຄ່ອງ, ຖືກຕາມເປົ້າໝາຍທີ່ດີເດັ່ນ ແລະ ມີຜົນງານຕົວຈິງ ທີ່ຕິດພັນກັບ ການແຂ່ງຂັນ-ຍ້ອງຍໍ “ຮັກຊາດ ແລະ ພັດທະນາ”, ພ້ອມທັງເປັນການທົບທວນຫວນຄືນຜົນງານ, ຄຸນງາມຄວາມດີຂອງນາຍ ແລະ ພົນຕຳຫຼວດ ທີ່ໄດ້ປະກອບເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະ 10 ປີທີ່ຜ່ານມາ.

ນອກນີ້, ຍັງເປັນການປຸກລະດົມຊຸກຍູ້ນ້ຳໃຈຟົດຟື້ນປະຕິວັດ, ເສີມຂະຫຍາຍຫົວຄິດປະດິດສ້າງ, ສະຕິປັນຍາກຳລັງແຮງສັງລວມຂອງບຸກຄົນ ແລະ ກົມກອງລວມໝູ່ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ການເມືອງ ຕາມພັກ-ລັດ ແລະ ປະຊາຊົນ ມອບໝາຍໃຫ້.

ຈາກນັ້ນ, ຍັງໄດ້ຜ່ານມາດຖານເງື່ອນໄຂຂອງການຍ້ອງຍໍບຸກຄົນ, ກົມກອງລວມໝູ່ ແລະ ການຈັດຕັ້ງທີ່ອຸປະຖຳວຽກງານປ້ອງກັນຄວາມສະຫງົບ ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ ໃນທົ່ວກຳລັງປ້ອງກັນ ຄວາມສະຫງົບ ໃຫ້ໄດ້ຮັບໝາກຜົນຢ່າງຈົບງາມ.