ໃນວັນທີ 5 ພຶດສະພາ 2020, ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຈັດພິທີສົ່ງອັດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ສປປ ລາວ ກັບຄືນປະເທດ ຈຳນວນ 2 ອັດຖິ ໂດຍມີ ພົຈວ ສີພອນ ຈັນສົມວົງ ຫົວໜ້າການເມືອງທະຫານ ນວ, ພັທ ຫງວຽນ ເມົານາມ ຫົວໜ້າຄະນະປະຕິບັດງານພິເສດຂຸດຄົ້ນອັດຖິ ກອງບັນຊາການທະຫານແຂວງຮ່າຕີ໋ງ, ມີຄະນະປະຕິບັດງານພິເສດທັງສອງຝ່າຍ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພິທີດັ່ງກ່າວ, ໄດ້ມີການເຂົ້າວາງພວງມາລາຕໍ່ໜ້າອັດຖິທະຫານດັ່ງກ່າວ ເພື່ອສະແດງເຖິງຄວາມຮູ້ບຸນຄຸນຕໍ່ຜົນງານ, ຄຸນງາມຄວາມດີຂອງພະນັກງານ-ນັກຮົບ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ສປປ ລາວ ໃນການຕໍ່ສູ້ກູ້ຊາດໃນພາລະກິດອັນສູງສົ່ງ ເພື່ອຄວາມພູນສຸກຄວາມເປັນເອກະລາດ ຂອງປະຊາຊົນລາວບັນດາເຜົ່າ ໃນການປະຕິບັດໜ້າທີ່ສາກົນຂອງບັນດາສະຫາຍນັກຮົບວິລະຊົນຢ່າງອົງອາດກ້າຫານ ຕໍ່ສູ້ບໍ່ຍອມຈຳນົນ ຈົນໄດ້ຮັບໄຊຊະນະມາໄດ້ເຖິງປັັດຈຸບັນ.

ໂດຍປະຕິບັດຕາມສັນຍາຂອງສອງລັດຖະບານ ແລະ ບົດບັນທຶກຊ່ວຍຈຳລະຫວ່າງສອງຄະນະປະຕິບັດງານພິເສດລາວ-ຫວຽດນາມ ໃນການຊອກຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ສປປ ລາວ ເວົ້າລວມ-ເວົ້າສະເພາະກໍຄືຢູ່ກອງບັນຊາການທະຫານ ນວ ໄດ້ມີການຮ່ວມມືກັນແຕ່ປີ 2000 ຈົນເຖິງປັດຈຸບັນ. ສະເພາະປີ 2020 ນີ້, ສາມາດຂຸດຄົ້ນໄດ້ 2 ອັດຖິ. ໂອກາດດຽວກັນນີ້, ກອງບັນຊາການທະຫານ ນວ ກໍໄດ້ຈັດພິທີຈັດສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດຢ່າງສົມກຽດ.