ໃນວັນທີ 4 ພຶດສະພາ 2020, ກອງບັນຊາການ ຕຳຫຼວດແຂວງກວາງຈິ ສສ ຫວຽດນາມ ໄດ້ມອບອຸປະກອນການປ້ອງກັນພະຍາດໂຄວິດ-19 ໃຫ້ກອງບັນຊາການ ປກສ ແຂວງສະຫວັນນະເຂດ ສປປ ລາວ. ກ່າວມອບໂດຍ ພັທ ເດລັງຫຽວ ຮອງຫົວໜ້າຫ້ອງສັນຕິບານກອງບັນຊາການ ຕຳຫຼວດແຂວງກວາງຈິ ແລະ ກ່າວຮັບໂດຍ ພັທ ກອງມະນີ ຊົມມີໄຊ ຫົວໜ້າຫອງການກອງບັນຊາການ ປກສ ແຂວງສະຫວັນນະເຂດ ແລະ ມີຄະນະທັງສອງຝ່າຍເຂົ້າຮ່ວມ.

ພັທ ເດລັງຫຽວ ກ່າວວ່າ ເຄື່ອງທີ່ນໍາມາມອບໃຫ້ຄັ້ງນີ້ ປະກອບມີເຄື່ອງວັດອຸນຫະພູມ ຈຳນວນ 3 ເຄື່ອງ, ເຄື່ອງພົ່ນຢາ 1 ເຄື່ອງ, ສະເປລ້າງມື 90 ກ່ອງ ແລະ ຜ້າອັດປາກ 40 ກັບ ລວມມູນຄ່າທັງໝົດ ຈໍານວນ 10 ລ້ານ ກວ່າກີບ ເພື່ອນຳໄປໃຊ້ເຂົ້າໃນການປ້ອງກັນພະຍາດໂຄວິດ-19.

ພ້ອມດຽວກັນນັ້ນ, ພັທ ກອງມະນີ ຊົມມີໄຊ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ພັທ ເດລັງຫຽວ ພ້ອມຄະນະ ທີ່ໄດ້ເຫັນຄວາມສຳຄັນ ແລະ ມີຄວາມເປັນຫ່ວງເປັນໄຍຕໍ່ນາຍ ແລະ ພົນຕຳຫຼວດຂອງ ສປປ ລາວ;  ເຊິ່ງຍາມໃດກໍໃຫ້ການຊ່ວຍເຫຼືອເຊິ່ງກັນແລະກັນຕະຫຼອດມາ ແລະ ອວຍພອນໃຫ້ສາຍພົວພັນຮ່ວມມືອັນພິເສດລະຫວ່າງສອງຊາດລາວ-ຫວຽດນາມ ໃຫ້ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີລະຫວ່າງສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມເວົ້າສະເພາະກໍຄືລະຫວ່າງກອງບັນຊາການ ປກສ ແຂວງສະຫັນນະເຂດ ສປປ ລາວ ກັບກອງບັນຊາການຕຳຫຼວດ ແຂວງກວາງຈິ ສສ ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນສືບຕໍ່ໄປ.