ໃນວັນທີ 30 ເມສາ 2020, ຢູ່ທີ່ດ່ານສາກົນບໍ່ຫານ ສປ ຈີນ, ຄະນະກຳມະການປາບປາມຢາເສບຕິດ ແຫ່ງ ສປ ຈີນ ໄດ້ມອບອຸປະກອນການແພດເພື່ອປ້ອງກັນພະຍາດໂຄວິດ-19 ໃຫ້ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ສປປ ລາວ ປະກອບມີຜ້າອັດປາກ 10.000 ອັນ, ແວ່ນປ້ອງກັນໃບໜ້າ ຈໍານວນ 500 ຊຸດ, ຖົງມືປ້ອງກັນ ຈຳນວນ 4.000 ຄູ່ ແລະ ເຄື່ອງວັດແທກອຸນຫະພຸມ ຈຳນວນ 50 ອັນ ກ່າວມອບໂດຍ ພົຕ ລີລິຊິງ ຮອງຫົົວໜ້າຄະນະກຳມະການປາບປາມຢາເສບຕິດ ແຂວງສິບສອງພັນນາ ແລະ ກ່າວຮັບໂດຍ ພັທ ກອງແກ້ວ ສິງມີໄຊ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ.

ພ້ອມດຽວກັນນັ້ນ, ພັທ ກອງແກ້ວ ສິງມີໄຊ ກໍໄດ້ກ່າວສະແດງຄວາມຮູ້ບຸນຄຸນ ແລະ ຄວາມຂອບໃຈຕໍ່ຫ້ອງ ການຄະນະກຳມະການ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດແຫ່ງ ສປ ຈີນ ທີ່ເຫັນໄດ້ຄວາມສຳຄັນ ແລະ ໄດ້ໃຫ້ການຊ່ວຍເຫຼື່ອເຄື່ອງອຸປະກອນປ້ອງກັນໂຄວິດ-19 ຄັ້ງນີ້ ພ້ອມທັງໃຫ້ສັນຍາວ່າຈະນຳເອົາເຄື່ອງດັ່ງກ່າວນຳໃຊ້ເຂົ້າໃນວຽກງານໃຫ້ຖືກເປົ້າໝາຍ ແລະ ເກີດປະໂຫຍດສູງສຸດ.

ພາບ-ຂ່າວ: ຮທ ທະວີສັກ ປກສ ແຂວງຫຼວງນໍ້າທາ