ນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ

ໃນຕອນບ່າຍຂອງວັນທີ 13 ພຶດສະພາ 2020; ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ, ສະຫາຍ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ ພ້ອມດ້ວຍຄະນະ ໄດ້ຕາງໜ້າໃຫ້ ພັກ, ລັດຖະບານ ແລະ ປະຊາຊົນ ແຫ່ງ ສສ.ຫວຽດນາມ ເຂົ້າຮ່ວມພິທີວາງພວງມາລາ ແລະ ໄວ້ອາໄລຕໍ່ການເສຍຊີວິດຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດກຳມະການສູນກາງພັກ ສະໄໝທີ I; II; III; IV; V; VI; VII ແລະ VIII; ອະດີດເລຂາທິການສູນກາງພັກ ສະໄໝທີ III, IV, ອະດີດກຳມະການກົມການເມືອງສູນກາງພັກ ສະໄໝທີ IV, VI, VII ແລະ VIII, ອະດີດນາຍົກລັດຖະມົນຕີ, ອະດີດຮອງປະທານປະເທດ, ອະດີດປະທານສູນກາງແນວລາວສ້າງຊາດ, ອະດີດຫົວໜ້າເສນາທິການໃຫຍ່ກອງທັບປົດປ່ອຍປະຊາຊົນລາວ, ອະດີດລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ອະດີດເລຂາຄະນະພັກ, ປະທານຄະນະກໍາມະການປົກຄອງກໍາເເພງນະຄອນວຽງຈັນ, ອະດີດລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ອະດີດປະທານຄະນະຂົນຂວາຍສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ທີ່ໄດ້ເຖິງແກ່ມໍລະນະກໍາໃນວັນທີ 12 ພຶດສະພາ 2020 ລວມອາຍຸໄດ້ 92 ປີ.

ໃນວັນດຽວກັນ, ສະຫາຍ ຫງວຽນ ຊວນ ຟຸກ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ທີ່ຫ້ອງວ່າການສຳນັກງານປະທານປະເທດ ແລະ ພົບປະສອງຝ່າຍກັບ ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອສະແດງຄວາມເສົ້າໂສກເສຍໃຈຕໍ່ການຈາກໄປຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ; ພ້ອມທັງນຳເອົາຄຳຢື້ຢາມຖາມຂ່າວ ແລະ ຄວາມເສົ້າສະຫຼົດໃຈຈາກ ສະຫາຍ ຫງວຽນ ຟູ ຈອງ ເລຂາທິການໃຫຍ່ພັກຄອມມູນິດຫວຽດນາມ ແລະ ບັນດາການນຳຂັ້ນສູງ ພັກ-ລັດ ແລະ ປະຊາຊົນຫວຽດນາມ ມາຍັງ ພັກ-ລັດ ແລະ ປະຊາຊົນລາວ ຕໍ່ການຈາກໄປໂດຍບໍ່ມີວັນກັບຄືນມາ ຂອງສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ເປັນການສູນເສຍວິລະຊົນຜູ້ຍິ່ງໃຫຍ່ຂອງຊາດ, ນັກຮົບປະຕິວັດລຸ້ນອາວຸໂສ ອະດີດການນຳ ທີ່ສຳຄັນຂອງຊາດລາວ.

ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ຕາງໜ້າໃຫ້ຄະນະ ວາງພວງມາລາແດດວງວິນຍານຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ
ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ຕາງໜ້າໃຫ້ຄະນະ ວາງພວງມາລາແດດວງວິນຍານຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ

ສະຫາຍເປັນວິລະບຸລຸດທີ່ສຳຄັນທີ່ໄດ້ປະກອບສ່ວນໃນການຕໍ່ສູ້ຢ່າງລະອິດລະອ້ຽວ ຮ່ວມກັບທະຫານອາສາສະມັກຫວຽດນາມ ຮ່ວມຂຸມຄອງສູ້ຮົບອັນດຽວກັນ ເພື່ອຕໍ່ສູ້ຕ້ານກັບຈັກກະພັດຝຣັ່ງ ແລະ ອາເມລິກາ ໃນສະໄໜຕໍ່ສູ້ກູ້ຊາດຂອງລາວ. ພ້ອມກັນນີ້, ກໍມີບົດບາດອັນສຳຄັນໃນການຮັດແໜ້ນການຮ່ວມມືອັນສະນິດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມຕະຫຼອດມາ ຈົນເຖິງປະຈຸບັນ.

ນາຍົກລັດຖະມົນຕີ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ສປປ ລາວ
ນາຍົກລັດຖະມົນຕີ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ສປປ ລາວ

ສະຫາຍເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ສະແດງຄວາມຂອບໃຈ ແລະ ມີຄວາມຊາບຊຶ້ງເປັນຢ່າງຍິ່ງ ທີ່ສະຫາຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ຫວຽດນາມ ໄດ້ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ລັດຖະບານແຫ່ງ ສສ ຫວຽດນາມ ແລະ ປະຊາຊົນຫວຽດນາມ ທີ່ໄດ້ເດີນທາງມາຮ່ວມສະແດງຄວາມໄຫວ້ອາໄລອາວອນອັນສຸດຊຶ້ງ; ແບ່ງຄວາມທຸກໂສກ ຮ່ວມກັບພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ, ຕໍ່ການຈາກໄປຢ່າງບໍ່ມີວັນກັບຄືນຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ, ຊຶ່ງເປັນການສະແດງໃຫ້ເຫັນເຖິງຄວາມມີຊີວິດຊີວາຂອງຄວາມສາມັກຄີພິເສດ ລາວ-ຫວຽດນາມ ທີ່ມີມູນເຊື້ອແຫ່ງຄວາມຜູກພັນແບບ ເຂົ້າເມັດຫັກ, ຜັກເສັ້ນແບ່ງ ຮ່ວມເປັນຮ່ວມຕາຍໃນຂຸມຄອງດຽວກັນ, ທຸກສຸກ ພວກເຮົາຢູ່ຄຽງຂ້າງກັນສະເໝີມາ.

ພ້ອມນີ້, ສະຫາຍເລຂາທິການໃຫຍ່ ຍັງໄດ້ສະແດງຄວາມຂອບໃຈເປັນຢ່າງສູງທີ່ ສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ຄວາມເປັນຫ່ວງເປັນໄຍຕໍ່ການປິ່ນປົວສຸຂະພາບຂອງ ສະຫາຍ ສີສະຫວາດ ແກ້ວບຸນພັນ ໃນໄລຍະທ້າຍຂອງຊີວິດຂອງສະຫາຍ ໂດຍໄດ້ເອົາໃຈໃສາສົ່ງຄະນະແພດໝໍ ມາຊ່ວຍປິ່ນປົວຢ່າງທັນການ ຕາມການສະເໜີຂອງຝ່າຍລາວ ແລະ ໄດ້ຊ່ວຍຢຸກຢາເປັນຈໍານວນຫຼາຍ ຈົນເຖິງວິນາທີສຸດທ້າຍ.

ພ້ອມດຽວກັນນີ້, ສະຫາຍ ບຸນຍັງ ວໍລະຈິດ ຍັງໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າ ສະແດງຄວາມຂອບໃຈເປັນຢ່າງຍິ່ງ ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເຫລືອ ຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອອັນລ້ຳຄ່າໃນການສ້າງສາພັດທະນາປະເທດຊາດຂອງພວກຂ້າພະເຈົ້າຕະຫລອດມາ; ພິເສດ ແມ່ນໄລຍະການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ເຖິງວ່າຫວຽດນາມ ກໍພວມຢູ່ໃນໄລຍະຮັບມືກັບການແຜ່ລະບາດຂອງພະຍາດດັ່ງກ່າວ, ແຕ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ໄດ້ບິແບ່ງນຳ້ໃຈ ແລະ ໃຫ້ການຊ່ວຍເຫຼືອ ດ້ານວັດຖຸອຸປະກອນການແພດ, ສົ່ງຄະນະຊ່ຽວຊານ ແລະ ຖ່າຍທອດບົດຮຽນໃຫ້ແກ່ພວກຂ້າພະເຈົ້າ; ພ້ອມທັງໄດ້ຕີລາຄາສູງຕໍ່ບັນດາຜົນສໍາເລັດທີ່ໜ້າຊື່ນຊົມໃນການພັດທະນາເສດຖະກິດ-ສັງຄົມ ຂອງຫວຽດນາມ ໃນປະຈຸບັນ, ພິເສດ ແມ່ນການປ້ອງກັນ, ຄຸ້ມຄອງ ແລະ ຮັບມືກັບການແຜ່ລະບາດຂອງພະຍາດ ໂຄວິດ-19 ໃນ ສສ ຫວຽດນາມ ເຊິ່ງໄດ້ຮັບການຕີລາຄາສູງຈາກສາກົນ; ສໍາລັບ ສປປ ລາວ ກໍໄດ້ສຸມທຸກກໍາລັງເພື່ອຮັບມືກັບພະຍາດດັ່ງກ່າວ ແລະ ມາຮອດມື້ນີ້ກໍ່ໄດ້ 1 ເດືອນແລ້ວທີ່ບໍ່ມີຜູ້ຕິດເຊື້ອເພີ່ມ.

ປະຈຸບັນທົ່ວພັກ ພວມຂຸ້ນຂ້ຽວກະກຽມໃສ່ການດໍາເນີນກອງປະຊຸມໃຫຍ່ຂອງພັກ ແລະ ຂໍຢືນຢັນວ່າ ຈະເຮັດສຸດຄວາມສາມາດ ຂອງຕົນຮ່ວມກັບພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມຮອບດ້ານລະຫວ່າງ ລາວ-ຫວຽດນາມໃຫ້ນັບມື້ຂະຫຍາຍຕົວ ແລະ ຍືນຍົງຄົງຕົວຕະຫລອດໄປ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ກໍຄືເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.

ໃນໂອກາດພົບປະກັບນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທັງສອງຝ່າຍໄດ້ເຫັນດີສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດຜົນການຕົກລົງຂອງກອງປະຊຸມຄະນະກຳມະການຮ່ວມທະວິພາຄີ ລະຫວ່າງ ສອງລັດຖະບານ ຄັ້ງທີ 42 ໃຫ້ປະກົດຜົນເປັນຈິງ.

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ທ້າຍສຸດນີ້, ສະຫາຍເລຂາທິການໃຫຍ່ ຍັງໄດ້ອວຍພອນສະຫາຍນາຍົກລັດຖະມົນ ສສຫວຽດນາມ ພ້ອມດ້ວຍຄະນະ ແລະ ຜ່ານສະຫາຍ ໄປຍັງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ ແລະ ບັນດາສະຫາຍການນຳຂັ້ນສູງຂອງພັກ-ລັດຖະບານຫວຽດນາມ; ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດໃໝ່ໃຫຍ່ຫລວງກວ່າເກົ່າ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກຢ່າງມີໄຊ ແລະ ກ້າວສູ່ກອງປະຊຸມໃຫຍ່ຂອງພັກກອມມູນິດຫວຽດນາມ ຄັ້ງທີ່ 13 ໃນຕົ້ນປີ 2021, ບັນລຸເປົ້າໝາຍເຮັດໃຫ້ ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ.