ທ່ານ ແດງ ປະທຸມທອງ ຮອງເຈົ້າແຂວງໆໄຊສົມບູນ ທັງເປັນ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ພ້ອມດ້ວຍຄະນະ ໄດ້ລົງເຜີຍແຜ່ແຈ້ງການຂອງ ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 524 ລົງວັນທີ 1 ພຶດສະພາ 2020 ກ່ຽວກັບ ການສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນໄລຍະແຕ່ວັນທີ 4 ຫາ ວັນທີ 17 ພຶດສະພາ 2020 ຢູ່ເມືອງລ້ອງແຈ້ງ ໃນຕອນບ່າຍຂອງວັນທີ 13 ພຶດສະພາ ທີ່ຫ້ອງປະຊຸມ ກອງບັນຊາການ ປກສ ເມືອງ, ໂດຍມີ ທ່ານ ເຍ່ຍຊ່າງ ລ່ອງປາວຈັ້ງ ຮອງເລຂາພັກເມືອງລ້ອງແຈ້ງ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນເມືອງ ພ້ອມດ້ວຍທຸກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ແດງ ປະທຸມທອງ ໃຫ້ຮູ້ວ່າ:

ເພື່ອເຮັດໃຫ້ ຄະນະສະເພາະກິດຂອງເມືອງລ້ອງແຈ້ງ ໄດ້ກຳແໜ້ນເຊື່ອມຊຶມ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບ ເນື້ອໃນແຈ້ງການສະບັບດັ່ງກ່າວຂອງ ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ທັງພ້ອມກັນນຳໄປສືບຕໍ່ຈັດຕັ້ງປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມ ເພື່ອຮັບມືກັບການລະບາດຂອງພະຍາດໂຄວິດ-19 ໃນໄລຍະໃໝ່ ຢ່າງເຂັ້ມງວດ.

ເຊິ່ງເຖິງແມ່ນວ່າ ປະເທດຂອງພວກເຮົາສາມາດຄວບຄຸມ ແລະ ກຳຈັດການແຜ່ລະບາດໄວ້ໄດ້ ໂດຍບໍ່ມີຜູ້ຕິດເຊື່ອເພີ່ມ ແລະ ສາມາດປິ່ນປົວດີເກືອບທັງໝົດຂອງຈຳນວນຜູ້ຕິດເຊື້ອ ກໍຕາມ, ແຕ່ເພື່ອບໍ່ປະມາດ ຈຶ່ງມີຄວາມຈຳເປັນທີ່ບໍ່ຄວນນິ້ງນອນໃຈຕໍ່ຜົນສຳເລັດ ແລະ ການຕີລາຄາດັ່ງກ່າວ ເພາະວ່າມັນເປັນພຽງຜົນສຳເລັດຂັ້ນພື້ນຖານເທົ່ານັ້ນ ເຊິ່ງຍັງມີຄວາມສ່ຽງສູງທີ່ຈະເກີດການລະບາດອີກຮອບ. ດັ່ງນັ້ນ, ທຸກພາກສ່ວນ ກໍຄື ຄະນະສະເພາະກິດຂອງເມືອງ ຈຶ່ງມີຄວາມຈຳເປັນຕ້ອງສືບຕໍ່ມາດຕະການປ້ອງກັນຢ່າງເຄັ່ງຄັດ ເພື່ອຮັບປະກັນໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ປອດໄພ ແລະ ມີຄວາມໝັ້ນຄົງ ຢ່າງໜັກແໜ້ນ.

ພ້ອມດຽວກັນນີ້, ທ່ານຍັງໄດ້ເນັ້ນໜັກໃຫ້ ຄະນະສະເພາະກິດຂອງເມືອງລ້ອງແຈ້ງ ນຳເອົາເນື້ອໃນຈິດໃຈແຈ້ງການສະບັບນີ້ ໄປຈັດຕັ້ງຜັນຂະຫຍາຍໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ດ້ວຍການໂຄສະນາເຜີຍແຜ່ໃຫ້ປະຊາຊົນ ແລະ ບັນດາພາກສ່ວນຫົວໜ່ວຍທຸລະກິດ ໄດ້ຮັບຮູ້ເຖິງຜົນຮ້າຍ ແລະ ວິທີປ້ອງກັນ; ພ້ອມທັງເຂັ້ມງວດໃນການກວດຄົນເຂົ້າ-ອອກ ຢ່າງເຄັ່ງຄັດ ເພາະເມືອງລ້ອງແຈ້ງ ເປັນປ້ອມດ່ານໜ້າທີ່ເຊື່ອມຈອດກັບຕ່າງແຂວງ ເຊິ່ງເປັນເສັ້ນທາງທີ່ຄົນພາຍນອກໃຊ້ສັນຈອນເຂົ້າ-ອອກ ແຂວງໄຊສົມບູນ. ດັ່ງນັ້ນ, ຄະນະສະເພາະກິດຂອງເມືອງ ຈຶ່ງມີຄວາມຈຳເປັນຕ້ອງນຳໃຊ້ມາດຕະການຕ່າງໆທີ່ເຂັ້ມງວດ ຕາມສະພາບຄວາມເປັນຈິງໃນປັດຈຸບັນ.

ນອກນັ້ນ, ທ່ານຮອງເຈົ້າແຂວງ ໄດ້ຖືເອົາໂອກາດດັ່ງກ່າວ ມອບເງິນຈຳນວນ 56 ລ້ານກວ່າກີບ ຊຸກຍູ້ ຄະນະສະເພາະກິດເມືອງລ້ອງແຈ້ງ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານຕ້ານ ແລະ ຄວບຄຸມພະຍາດໂຄວິດ-19 ພ້ອມທັງນຳເອົາຜ້າອັດດັງ-ອັດປາກ, ຫົວອົກຊີ, ເຄື່ອງວັດແທກຄວາມດັນ, ເຄື່ອງວັດແທກອຸນຫະພູມ, ເຈວລ້າງມື ແລະ ວັດຖຸອຸປະກອນອີກຈຳນວນໜຶ່ງ ມາມອບໃຫ້ ຄະນະສະເພາະກິດເມືອງລ້ອງແຈ້ງ ຕື່ມອີກ.