ປັດຈຸບັນ, ຖ້ຽວບິນ ຫຼື ສາຍການບິນທີ່ເດີນທາງເຂົ້າ-ອອກ ຢູ່ດ່ານຕໍາຫຼວດກວດຄົນເຂົ້າ-ອອກເມືອງ (ດ່ານ ຕມ) ສະໜາມບິນສາກົນວັດໄຕ ມີພຽງ 3-4 ຖ້ຽວຕໍ່ອາທິດ ໃນນັ້ນແມ່ນສາຍການບິນແບບພິເສດ ແລະ ແບບເໝົາລໍາ.

ພັຕ ຄໍາພຽງ ສາລະພູວັນ ຫົວໜ້າດ່ານ ຕມ ສະໜາມບິນສາກົນວັດໄຕ ໃຫ້ສໍາພາດໃນວັນທີ 14 ພຶດສະພາ 2020 ວ່າ:

ປັດຈຸບັນ ແມ່ນສືບຕໍ່ປະຕິບັດບັນດາມາດຕະການໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ກ່ອນທີ່ຈະຂຶ້ນເຮືອບິນ ຫຼື ຈະເຂົ້າປະເທດ ໜ່ວຍງານສາທາລະນະສຸກຈະໄດ້ກວດກາອຸນຫະພູມກ່ອນທີ່ຈະເຂົ້າຫາຕໍາຫຼວດ ຕມ ຂອງລາວ ເພື່ອຈະໄດ້ແຈ້ງອອກ-ເຂົ້າຜູ້ໂດຍສານຢ່າງເຂັ້ມງວດ.

ຜູ້ໂດຍສານທີ່ຈະເດີນເຂົ້າມາ ໂດຍສະເພາະແມ່ນຂາເຂົ້າສາກົນ ຕ້ອງໄດ້ປະຕິບັດຢ່າງເຂັ້ມງວດ, ຕ້ອງຜ່ານ ຄະນະສະເພາະກິດສູນກາງ ຢ່າງຄັກແນ່ ເຊິ່ງກະຊວງການຕ່າງປະເທດ ແມ່ນຈະໄດ້ແຈ້ງລາຍຊື່ຜູ້ທີ່ເດີນທາງເຂົ້າມາຕໍ່ເຈົ້າໜ້າທີ່ຕໍາຫຼວດ ຕມ ໃຫ້ຮັບຊາບກ່ອນ ແລະ ຕ້ອງມີໃບຢັ້ງຢືນການກວດກາຈາກແພດ-ໝໍ ຈາກປະເທດຕົ້ນທາງ.

ສ່ວນຂາອອກສາກົນ ແມ່ນໄດ້ມີການກວດກາໂດຍຜ່ານເຄື່ອງສະແກນອຸນຫະພູມ ກ່ອນທີ່ຈະເຂົ້າໄປຕຶກອາຄານ, ຖ້າຫາກວ່າ ຜູ້ໂດຍສານຄົນໃດອຸນຫະພູມຜິດປົກກະຕິ ແມ່ນຈະໄດ້ສັ່ງໂຈະການເດີນທາງ ຫຼື ບໍ່ສາມາດເດີນທາງອອກນອກປະເທດໄດ້. ພ້ອມນີ້, ຜູ້ໂດຍສານຍັງຕ້ອງປະຕິບັດຕາມເງື່ອນໄຂການເຂົ້າເມືອງຂອງປະເທດປາຍທາງ ກໍຄືປະຕິບັດຄໍາສັ່ງຂອງ ກະຊວງສາທາລະນະສຸກ ແຕ່ລະປະເທດທີ່ວາງອອກ ຢ່າງເຂັ້ມງວດ.

ມາຮອດວັນທີ 3 ພຶດສະພາ 2020, ຜູ້ໂດຍສານສ່ວນຫຼາຍ ແມ່ນມາຈາກປະເທດໃກ້ຄຽງ ກໍຄື ສປ ຈີນ ທີ່ຈະເຂົ້າມາສືບຕໍ່ຈັດຕັ້ງປະຕິບັດໂຄງການຂອງລັດຖະບານ ຫຼື ດໍາເນີນທຸລະກິດ ເປັນຕົ້ນແມ່ນ ໂຄງການທາງລົດໄຟ ແລະ ທາງດ່ວນ; ເຊິ່ງຜູ້ທີ່ເດີນທາງມາ ແມ່ນຕ້ອງໄດ້ມີໃບຢັ້ງຢືນຈາກແພດ-ໝໍ ຈາກປະເທດຕົ້ນທາງຢ່າງຖືກຕ້ອງ, ເມື່ອເດີນທາງມາຮອດປາຍທາງແລ້ວ ເຈົ້າໜ້າທີ່ກໍໄດ້ເຂົ້າໄປວັດແທດອຸນຫະພູມ, ຈາກນັ້ນຈະມີລົດຂອງ ຄະນະສະເພາະກິດ ມາຮັບເອົາຕົວພວກກ່ຽວໄປສູນວິເຄາະວິທະຍາ ເພື່ອກັກຕົວກວດຫາເຊື້ອອີກຄັ້ງ, ຖ້າວ່າຜົນກວດຫາກເປັນລົບ ແມ່ນຈະໄດ້ມີການກັກຕົວຢູ່ທີ່ໂຮງແຮມ ໃນຈໍານວນ 10 ໂຮງແຮມ ທີ່ຄະນະສະເພາະກິດໄດ້ກະກຽມໄວ້.

ສ່ວນຜູ້ໂດຍສານຄົນລາວທີ່ຕົກຄ້າງຢູ່ຕ່າງປະເທດ ກໍໄດ້ເດີນທາງເຂົ້າມາ ພາຍຫຼັງມາຮອດກໍໄດ້ກວດກາຢ່າງລະອຽດ ແລ້ວນໍາສົ່ງຕໍ່ໃຫ້ ຄະນະສະເພາະກິດ ເພື່ອກວດກາຫາເຊື້ອ ແລະ ກັກຕົວ ຫຼື ແຍກປ່ຽວພວກກ່ຽວຈົນຄົບ 14 ວັນ.

ໃນຕໍ່ໜ້າ, ຖ້າຫາວ່າ ທາງລັດຖະບານ ໄດ້ມີການຜ່ອນຜັນມາດຕະການໂດຍການເປີດດ່ານ ແມ່ນຈະໄດ້ປະຕິບັດຕາມໜ່ວຍສະເພາະກິດຂອງສູນກາງວາງອອກ ກໍຄື ຜູ້ໂດຍສານທີ່ຈະເຂົ້າ ແມ່ນຈະໄດ້ມີການຂຽນຟອມຢ່າງລະອຽດວ່າ ພາຍຫຼັງທີ່ເຂົ້າມາແລ້ວ ແມ່ນຈະໄປພັກຢູ່ໃສ, ໂຮງແຮມໃດ ຫຼື ມີການຈອງໄວ້ແລ້ວບໍ່. ໃນນັ້ນ, ຕ້ອງໄດ້ເບິ່ງວ່າ ຜູ້ໂດຍສານໄດ້ມີການກວດກາຊອກຫາເຊື້ອພະຍາດແລ້ວບໍ ໂດຍສະເພາະແມ່ນຄົນຕ່າງປະເທດ ຕ້ອງໄດ້ມີໃບຢັ້ງຢືນກວດໂຄວິດ-19 ມາແຕ່ຕົ້ນທາງ.

ສໍາລັບຄົນລາວທີ່ຕົກຢ່າງຢູ່ປະເທດອື່ນທີ່ຈະເຈົ້າມາ ຖ້າບໍ່ມີໃບກວດກາ ຫຼື ໃບຢັ້ງຢືນ ແມ່ນຈະໄດ້ນໍາຕົວພວກກ່ຽວໄປສູນວິເຄາະວິທະຍາທັນທີ ໂດຍມີລົດຮັບ-ສົ່ງປະຈໍາຂອງ ຄະນະໜ່ວຍສະເພາະກິດ. ສ່ວນຄົນຕ່າງປະເທດທີ່ອາໄສຢູ່ ສປປ ລາວ ແມ່ນກັບຄືນປະເທດຂອງພວກກ່ຽວເປັນສ່ວນຫຼາຍແລ້ວ. ໃນນັ້ນ, ກ່ອນທີ່ຈະກັບກໍໄດ້ມີການລົງທະບຽນກັບສະຖານທູດຂອງປະເທດນັ້ນໆ; ຖ້າວ່າບໍ່ມີຄວາມສາມາດກັບປະເທດ ຫຼື ບໍ່ມີຖ້ຽວບິນທີ່ຈະບິນໄປ ແມ່ນຈະໄດ້ຢູ່ຕໍ່ໂດຍມີນະໂຍບາຍຜ່ອນຜັນບໍ່ໃຫ້ມີການປັບໃໝ.

ໃນປັດຈຸບັນ, ສາຍການບິນ ຫຼື ຖ້ຽວບິນ ແມ່ນມີແຕ່ສາຍການບິນແບບພິເສດທີ່ນໍາສົ່ງເຄື່ອງຊ່ວຍເຫຼືອ ເມື່ອສົ່ງເຄື່ອງແລ້ວກໍຈະນໍາຜູ້ໂດຍສານຂອງປະເທດຕົນເອງກັບຄືນ ແລະ ແບບເໝົາລໍາ ເພື່ອຂົນສົ່ງສິນຄ້າ ຫຼື ເໝົາລໍານໍາສົ່ງຜູ້ໂດຍສານກັບຄືນປະເທດປາຍທາງ; ສ່ວນຜູ້ໂດຍສານອື່ນໆ ແມ່ນບໍ່ມີຖ້ຽວບິນໃນການເດີນທາງ. ນອກນັ້ນ, ກໍຍັງມີບາງປະເທດທີ່ມີການເຊົ່າສາຍການບິນລາວ ແບບເໝົາລໍາ ໂດຍສະເພາະແມ່ນ ປະເທດຍີ່ປຸນ ແລະ ເກົາຫຼີໃຕ້ ເຊິ່ງມີນັກທ່ອງທ່ຽວຈໍານວນຫຼາຍທີ່ຕົກຄ້າງ ເພື່ອນໍາສົ່ງຜູ້ໂດຍສານກັບຄືນປະເທດອີກດ້ວຍ.