32 ມື້ແລ້ວ ທີ່ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່

0
797

ສໍາລັບການເຝົ້າລະວັງການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ມາຮອດວັນທີ 14  ພຶດສະພາ 2020 ເປັນມື້ທີ່ 32 ທີ່ບໍ່ມີຜູ້ຕິດເຊື້ອໂຄວິດ-19 ກໍລະນີໃໝ່, ໄດ້ເກັບຕົວຢ່າງມາກວດທັງໝົດມີ 4.092 ຕົວຢ່າງ, ກວດພົບຜູ້ຕິດເຊື້ອສະສົມ 19 ຄົນ ໃນນີ້ປິ່ນປົວຫາຍດີແລ້ວ 15 ຄົນ, ແຕ່ທາງຄະນະສະເພາະກິດຢາກຮຽກຮ້ອງໃຫ້ປະຊາຊົນຢ່າປະມາດ ແລະ ຊ່ວຍມີສະຕິ ເພື່ອປ້ອງກັນຕົວເອງໃຫ້ດີທີ່ສຸດ.

ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ໄດ້ຖະແຫຼງຕໍ່ສື່ມວນຊົນ ໃນວັນທີ 14 ພຶດສະພາ​ ວ່າ:

ການເຝົ້າລະວັງການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ເຊິ່ງລະບົບເຝົ້າລະວັງພະຍາດຈາກທົ່ວປະເທດມາຫາສູນປະຕິບັດງານສຸກເສີນຂອງ ກະຊວງສາທາລະນະສຸກ ຢັ້ງຢືນວ່າ: ສປປ ລາວ ບໍ່ພົບຜູ້ຕິດເຊື້ອໃໝ່ 32 ມື້ແລ້ວ (ເລິ່ມແຕ່ວັນທີ 12 ເມສາ 2020 ເປັນຕົ້ນມາ) ແລະ ໄດ້ເກັບຕົວຢ່າງມາກວດທັງໝົດມີ 4,092 ຕົວຢ່າງ ໃນນີ້ມີຈໍານວນຜູ້ຕິດເຊື້ອສະສົມທັງໝົດ 19 ຄົນ, ປິ່ນປົວຫາຍດີແລ້ວ 15 ຄົນ, ຍັງນອນຕິດຕາມຢູ່ໂຮງໝໍ 5 ຄົນ ແລະ ທຸກຄົນມີອາການປົກກະຕິດີ.

ສຳລັບການຈັດຕັ້ງປະຕິບັດແຈ້ງການ 524/ຫສນຍ ກ່ຽວກັບ ການຜ່ອນຜັນບາງມາດຕະການ ຮອດວັນທີ 17 ພຶດສະພານີ້ ກໍຍັງພຽງແຕ່ 2-3 ວັນ ແຕ່ຍັງມີຄວາມຈຳເປັນທີ່ຈະຕ້ອງໄດ້ເອົາໃຈໃສ່ປ້ອງກັນການຕິດເຊື້ອ ແລະ ວິທີປ້ອງກັນການແຜ່ເຊື້ອພະຍາດ ເພື່ອສະກັດກັ້ນບໍ່ໃຫ້ມີກໍລະນີໃໝ່ເກີດຂຶ້ນ. ປັດໄຈສໍາຄັນທີ່ສຸດ ແມ່ນຂຶ້ນກັບຄວາມຮັບຜິດຊອບຂອງທຸກພາກສ່ວນ ທີ່ເປີດການບໍລິການຄືນໃໝ່ ວ່າຈະປະຕິບັດມາດຕະການໄດ້ຖືກຕ້ອງ ເຂັ້ມງວດພຽງໃດ ແລະ ຂຶ້ນກັບພຶດຕິກໍາຂອງໝົດທຸກຄົນ ທີ່ຈະປັບປຸງວິຖີຊີວິດໃໝ່ຂອງຕົນ ຕາມຄຳແນະນຳຂອງ ຄະນະສະເພາະກິດ.

ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ, ຊຸມຊົນ, ຄອບຄົວ ແລະ ສ່ວນບຸກຄົນ ມີຄວາມອົດທົນພະຍາຍາມເອົາໃຈໃສ່ຮ່ວມແຮງຮ່ວມໃຈກັນ ສືບຕໍ່ຈັດຕັ້ງປະຕິບັດຄຳແນະນຳ ແລະ ມາດຕະການຕ່າງໆໃຫ້ຖືກຕ້ອງແລະເຂັ້ມງວດ ໂດຍສະເພາະແມ່ນ ການລ້າງມືດ້ວຍນໍ້າສະອາດ ແລະ ສະບູ ຫຼື ໃຊ້ເຈວລ້າງມື, ການປະຕິບັດໄລຍະຫ່າງທາງສັງຄົມ, ການໃສ່ຜ້າປິດປາກ-ດັງເວລາອອກຈາກບ້ານ ຫຼື ໄປສະຖານທີ່ບໍລິການຕ່າງໆ ໃຫ້ກາຍເປັນຄວາມຊິນເຄີຍໃນການດຳລົງຊີວິດປະຈຳວັນ.