ກອງປະຊຸມໃຫຍ່ຄັ້ງທີ VI ຜູ້ແທນຄະນະພັກກົມໃຫຍ່ສັນຕິບານ ຄັ້ງທີ VI ໄດ້ຈັດຂຶ້ນໃນວັນທີ 20 ພຶດສະພາ 2020, ເພື່ອສະຫຼຸບການເຄື່ອນໄຫວວຽກງານໃນໄລຍະ 5 ປີ ຜ່ານມາ ແລະ ວາງທິດທາງແຜນການໃນ 5 ປີຕໍ່ໜ້າ, ເຂົ້າຮ່ວມໂດຍ ພົຕ ກົງທອງ ພົງວິຈິດ ຮອງເລຂາພັກ ຮອງລັດຖະມົນຕີກະຊວງ ປກສ, ເປັນປະທານໂດຍ ພົຈວ ປອ ບົວວັນ ວົງສາວັນທອງ ເລຂາຄະນະພັກ ຮັກສາການຫົວໜ້າກົມໃຫຍ່ສັນຕິບານ ມີບັນດາຄະນະພັກຮາກຖານ, ສະມາຊິກພັກສົມບູນ ແລະ ສໍາຮອງເຂົ້າຮ່ວມ.

ສະຫາຍ ພັອ ຈູມມະນີ ວົງມະນີ ຄະນະພັກກົມໃຫຍ່ສັນຕິບານ ຮອງຫົວໜ້າກົມໃຫຍ່ສັນຕິບານ ໄດ້ຍົກໃຫ້ເຫັນຜົນງານໃນໄລຍະ 5 ຜ່ານມາວ່າ: ຄະນະພັກກົມໃຫຍ່ສັນຕິບານ ໄດ້ເອົາໃຈໃສ່ເຄື່ອນໄຫວຊີ້ນຳ 10 ກົມວິຊາສະເພາະ, 3 ຫ້ອງການ ແລະ ອົງການຈັດຕັ້ງມະຫາຊົນ ແລະ ແມ່ຍິງ ປະຕິບັດໜ້າທີ່ວິຊາສະເພາະຕາມພາລະບົດບາດເປັນເສນາທິການໃນການຄົ້ນຄວ້າວາງແຜນການ, ສືບຊອກຮູ້ກຳແຫນ້ນສະພາບການແຫຼ່ງຂ່າວ, ກົນອຸບາຍເລ່ລ່ຽມຮູບການເຄື່ອນໄຫວມ້າງເພທຳລາຍຂອງກຸ່ມຄົນບໍ່ດີ ເພື່ອຮັບປະກັນຄວາມສະຫງົບ-ປອດໄພທາງດ້ານການເມືອງ, ຄວາມໝັ້ນຄົງຂອງຊາດ ແລະ ປະກອບສ່ວນຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໃນຂອບເຂດທົ່ວປະເທດ, ສ້າງເງື່ອນໄຂສະດວກແກ່ການສ້າງສາພັດທະນາຢ່າງຮອບດ້ານ; ຜ່ານການຈັດຕັ້ງປະບັດວຽກງານໃນໄລຍະຜ່ານມາ, ທົ່ວກົມໃຫຍ່ສັນຕິບານ ສາມາດຕີລາຄາໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ມີ 9 ໜ່ວຍ, ໃນນີ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 5 ປີຊ້ອມມີ 2 ໜ່ວຍ ຄື: ໜ່ວຍພັກກົມ 201 ແລະ ໜ່ວຍພັກກົມ 204.

ໃນຕໍ່ໜ້າ, ຄະນະພັກກົມໃຫຍ່ສັນຕິບານ ຈະສືບຕໍ່ສຶກສາອົບຮົມການເມືອງແນວຄິດຢ່າງເປັນປົກກະຕິກໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ເຂັ້ມແຂງດ້ານການຈັດຕັ້ງ, ມີແບບ ແຜນວິທີການນຳພາທີ່ສອດຄ່ອງກັບທຸກສະພາບການ, ມີຄວາມຊໍານານ ແລະ ແຫຼມຄົມທາງດ້ານວິຊາສະເພາະ, ສ້າງສະຕິລະວັງຕົວກຽມພ້ອມສູ້ຮົບຢູ່ສະ   ເໝີ, ເປັນເຈົ້າການເຄົາລົບ, ປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ, ລະບຽບວິໄນຂອງກຳລັງປ້ອງກັນຄວາມສະຫງົບ ແລະ ປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດ ຊອບສູງ.

ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະພັກກົມໃຫຍ່ສັນຕິບານຊຸດໃໝ່ ມີຜູ້ສະໝັກ 17 ສະຫາຍ, ເລືອກເອົາ 15 ສະຫາຍ, ໃນນີ້ສາມາດເລືອກໄດ້ສະຫາຍ ພົຈວ ປອ ບົວວັນ ວົງສາວັນທອງ ເປັນເລຂາຄະນະພັກ, ສະ ຫາຍ ພັອ ຈູມມະນີ ວົງມະນີ ເປັນຮອງເລຂາ, ສະຫາຍ ພັອ ປອ ວັນທອນ ສຸລິສັກ ເປັນປະທານກວດກາ, ສະ ຫາຍ ພັທ ທອງຊຽນ ສຸນາເຄນ ເປັນຮອງປະທານກວດກາ, ສະຫາຍ ພັທ ຄຳສາຍ ພົມມະເຊີນ ເປັນຄະນະກວດກາ ແລະ ອີກ 10 ສະຫາຍເປັນຄະນະ.

ພາບ-ຂ່າວ: ບຸນພະຈັນ