ເຈົ້າແຂວງໆໄຊຍະບູລີ ພົບປະໂອ້ລົມປະຊາຊົນບ້ານໃຫຍ່ພັດທະນາຄົກແອກ

0
1357

ໃນວັນທີ 19 ພຶດສະພາ 2020, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ໂອ້ລົມປະຊາຊົນບ້ານໃຫຍ່ພັດທະນາຄົກແອກ ເມືອງຫົງສາ ແຂວງໄຊຍະບູລີ, ໃຫ້ການຕ້ອນຮັບໂດຍ ທ່ານ ຄໍາຫຼ້າ ຜີວວັນນາ ເຈົ້າເມືອງໆຫົງສາ ພ້ອມດ້ວຍອໍານາດການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານ ຢ່າງອົບອຸ່ນ.

ທ່ານ ອົ້ນ ປະທຸມທອງ ນາຍບ້ານໆໃຫຍ່ພັດທະນາຄົກແອກ ໄດ້ລາຍງານສະພາບການພັດທະນາຂອງບ້ານ ວ່າ:

ບ້ານໃຫຍ່ພັດທະນາຄົກແອກ ເປັນບ້ານຕັ້ງລຽບແຄມຂອງ, ຫ່າງຈາກເທດສະບານເມືອງ 46 ກິໂລແມັດ, ມີ 260 ຄອບຄົວ, ມີພົນລະເມືອງ 1.500 ກວ່າຄົນ ຍິງ 700 ກວ່າຄົນ, ອາຊີບຕົ້ນຕໍຂອງປະຊາຊົນ ແມ່ນຊາວກະສິກອນ, ການຄ້າ ແລະ ບໍລິການ.

ຜ່ານມາ, ຄະນະບ້ານ ໄດ້ຊຸກຍູ້ປະຊາຊົນໃນການປູກຝັງ-ລ້ຽງສັດ ແລະ ດໍາເນີນທຸລະກິດ-ບໍລິການຄ້າ-ຂາຍ ເພື່ອພັດທະນາຊີວິດການເປັນຢູ່, ເຮັດໃຫ້ຄອບຄົບມີລາຍຮັບນັບມື້ຫຼາຍຂຶ້ນ, ປີຜ່ານມາ ບ້ານສາມາດສ້າງລາຍຮັບໄດ້ 19,36 ຕື້ກີບ, ສະເລ່ຍໄດ້ 12,33 ລ້ານກີບຕໍ່ຄົນຕໍ່ປີ, ຜະລິດເຂົ້າໄດ້ເກືອບ 600 ໂຕນ, ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 377 ກິໂລຕໍ່ຄົນຕໍ່ປີ.

ນອກນີ້, ປະຊາຊົນຍັງປູກພືດອຸດສາຫະກໍາ ເຊັ່ນ: ສາລີ, ໝາກງາ, ໝາກເດືອຍ, ມັນຕົ້ນ ແລະອື່ນໆ, ພ້ອມດຽວກັນຍັງໄດ້ລ້ຽງສັດໃຫຍ່ ເຊັ່ນ: ງົວ-ຄວາຍມີທັງໝົດ 1.622 ໂຕ, ໝູ-ແບ້ 2.000 ກວ່າໂຕ ແລະ ສັດປີກ 6.000 ກວ່າໂຕ, ທົ່ວບ້ານຍັງມີຄອບຄົວບໍ່ທັນພົ້ນທຸກຕາມດໍາລັດ 309 ມີທັງໝົດ 6 ຄອບຄົວ.

ໃນຕອນທ້າຍ, ທ່ານ ພົງສະຫວັນ ສິດທະວົງ ໄດ້ໂອ້ລົມຕໍ່ປະຊາຊົນບັນດາເຜົ່າພາຍໃນບ້ານ, ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ພ້ອມທັງເນັ້ນໃຫ້ຄະນະບ້ານ ແລະ ປະຊາຊົນພາຍໃນບ້ານ ຈົ່ງສືບຕໍ່ເອົາໃຈໃສ່ໃນການສ້າງເສດຖະກິດຂອງແຕ່ລະຄອບຄົວ ໃຫ້ມີຢູ່ມີກິນ, ໂດຍການຊຸກຍູ້ສົ່ງເສີມປະຊາຊົນປູກພືດອຸດສາຫະກໍາເປັນສິນຄ້າ ທີ່ຕະຫຼາດຕ້ອງການຫຼາຍທີ່ສຸດ, ການລ້ຽງສັດໃຫຍ່ກໍຕ້ອງຕິດພັນກັບການປູກຫຍ້າ, ເອົາໃຈໃສ່ສຶກສາອົບຮົມລູກຫຼານ ແລະ ພໍ່ແມ່ປະຊາຊົນໃຫ້ຫຼີກເວັ້ນຈາກບັນຫາປະກົດການຫຍໍ້ທໍ້ຕ່າງໆ ເຊັ່ນ: ບັນຫາຢາເສບຕິດ, ລັກເລັກຂະໂມຍນ້ອຍ ແລະ ບັນຫາອື່ນໆທີ່ເປັນໄພຕໍ່ສັງຄົມ, ຊຸກຍູ້ລູກຫຼານໃນເກນອາຍຸໃຫ້ໄດ້ເຂົ້າຮຽນ, ປ້ອງກັນບໍ່ໃຫ້ມີການປະລະການຮຽນ, ເອົາໃຈໃສ່ເຝົ້າລະວັງຕໍ່ພະຍາດໂຄວິດ-19, ການລະບາດຂອງພະຍາດໄຂ້ຍຸງລາຍ ດ້ວຍການເຮັດອະນາໄມບ້ານ-ເຮືອນ, ສໍາຄັນແມ່ນໃຫ້ປະຕິບັດຕາມ 5 ປໍ ຂອງ ສາທາລະນະສຸກ ວາງອອກໃຫ້ເປັນປົກກະຕິ.

ໂອກາດດັ່ງກ່າວ ທ່ານເຈົ້າແຂວງກໍໄດ້ມອບເງິນຈໍານວນ 20 ລ້ານກີບ ໃຫ້ບ້ານ ເພື່ອເປັນເງິນກອງທຶນພັດທະນາບ້ານຕື່ມອີກ.