ປະກາດການຈັດຕັ້ງ ຄະນະຄຸ້ມຄອງ ດ່ານສາກົນ ພູເກືອ

0
1338

ພິທີປະກາດການຈັດຕັ້ງ ຄະນະຄຸ້ມຄອງ ດ່ານຊາຍແດນສາກົນ ພູເກືອ ແຂວງອັດຕະປື ໄດ້ຈັດໃນວັນທີ 11 ມິຖຸນາ 2020 ຢູ່ຫ້ອງວ່າການປົກຄອງແຂວງ, ເຂົ້າຮ່ວມເປັນປະທານໂດຍ ທ່ານ ຄຳມຸນ ວິພົງໄຊ ຮອງລັດຖະມົນຕີ ກະຊວງພາຍໃນ ແລະ ທ່ານ ພອນສະໄໝ ມຽງລາວັນ ຮອງເຈົ້າແຂວງໆອັດຕະປື, ມີບັນດາຄະນະກົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຄຳມຸນ ວິພົງໄຊ ຮອງລັດຖະມົນຕີ ກະຊວງພາຍໃນ ແລະ ທ່ານ ພອນສະໄໝ ມຽງລາວັນ ຮອງເຈົ້າແຂວງໆອັດຕະປື

ທ່ານ ຂັນທອງ ຍິ້ນດາວົງ ຮອງຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2880/ປກສ, ລົງວັນທີ 31 ທັນວາ 2019 ວ່າດ້ວຍ ການແຕ່ງຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງອັດຕະປື ເຊິ່ງໄດ້ຕົກລົງແຕ່ງຕັ້ງ:

  • ສະຫາຍ ພັທ ໂພໄຊ ສຸລິວົງສາ ຮອງກອງບັນຊາການ ປກສ ແຂວງ ເປັນ ຫົວໜ້າຄະນະຄຸ້ມຄອງ ດ່ານຊາຍແດນສາກົນ ພູເກືອ

ພ້ອມທັງໄດ້ຜ່ານຂໍ້ຕົກລົງສະບັບເລກທີ 2872/ປກສ, ລົງວັນທີ 31 ທັນວາ 2019 ວ່າດ້ວຍ ການແຕ່ງຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບ ກົມໃຫຍ່ສັນຕິບານ ເຊິ່ງໄດ້ແຕ່ງຕັ້ງ:

  • ສະຫາຍ ພັຕ ເພັດອຸດົມ ສຸໂຄດ ເປັນ ຫົວໜ້າດ່ານ ຕມ ສາກົນ ພູເກືອ ແຂວງອັດຕະປື

ເຊິ່ງການແຕ່ງຕັ້ງ ຄະນະຄຸ້ມຄອງ ດ່ານຊາຍແດນສາກົນ ໃນຄັ້ງນີ້ ກໍເພື່ອເປັນການປັບປຸງກົງຈັກການຈັດຕັ້ງຂອງ ດ່ານຊາຍແດນສາກົນ ຢູ່ແຕ່ລະຂັ້ນ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ໃຫ້ມີຜົນສຳເລັດເປັນກ້າວໆ.

ໃນຕອນທ້າຍ, ທ່ານ ຄຳມຸນ ວິພົງໄຊ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ໃນການປະຕິບັດໜ້າທີ່ວຽກງານຂອງ ຄະນະຄຸ້ມຄອງ ດ່ານຊາຍແດນສາກົນ ຊຸດເກົ່າ ແລະ ໄດ້ສະແດງຄວາມຍິນດີກັບ ຄະນະຄຸ້ມຄອງ ດ່ານຊາຍແດນສາກົນ ຊຸດໃໝ່ ພ້ອມທັງໄດ້ເນັ້ນໃຫ້ເອົາໃຈໃສ່ ໃນການເຮັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍຈາກຂັ້ນເທິງ ໃຫ້ມີຜົນສຳເລັດ.