ລົງກໍ່ສ້າງຮາກຖານການເມືອງ ສ້າງບ້ານ ແລະ ຄອບຄົວປ້ອງກັນຄວາມສະຫງົບ ຢູ່ບ້ານສົງເປືອຍ

0
1122

ໃນວັນທີ15 ຕຸລາ ນີ້, ກອງບັນຊາການ ປກສ ເມືອງນາຊາຍທອງ ຮ່ວມກັບກອງເສນາກໍ່ສ້າງຮາກຖານການເມືອງ ກອງຮ້ອຍ 7 ປະຈໍາເມືອງນາຊາຍທອງ ນະຄອນ ຫຼວງວຽງຈັນ ໄດ້ຈັດພິທີລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການສ້າງບ້ານ ແລະ ຄອບຄົວປ້ອງກັນຄວາມສະ ຫງົບດີ ຢູ່ບ້ານສົງເປືອຍ , ເຂົ້າຮ່ວມໂດຍ ພັທ ລໍາພອນ ສີສົມບັດ ຫົວໜ້າກອງບັນຊາການ ປກສ ເມືອງນາຊາຍທອງ, ມີຮອງຫົວໜ້າກອງບັນຊາການ, ຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ພ້ອມດ້ວຍພະນັກງານລົງກໍ່ສ້າງຮາກຖານ, ນາຍບ້ານ, ຫົວໜ້າປກຊ-ປກສ ບ້ານ ແລະ ປະຊາຊົນເຂົ້າຮ່ວມ.

ພັທ  ພອນໄຊ ຫວ່າງຈັນດາ ຮອງຫົວໜ້າກອງເສນາກໍ່ສ້າງຮາກຖານການເມືອງ ກອງຮ້ອຍ 7 ປະຈໍາເມືອງນາຊາຍທອງ ກ່າວວ່າ: ການລົງກໍ່ສ້າງຮາກຖານການເມືອງ ຢູ່ບ້ານສົງເປືອຍ ເມືອງນາຊາຍທອງ ຄັ້ງນີ້ ແມ່ນເລີ່ມແຕ່ວັນທີ 15 ຕຸລາ ຫາ 4 ພະຈິກ 2020,ໂດຍອິງຕາມຂໍ້ ຕົກລົງ ຂອງກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ວ່າດ້ວຍການຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການຈັດສັນຄວາມເປັນລະບຽບ ຮຽບຮ້ອຍ, ປຸກລະດົມກໍາລັງແຮງທົ່ວປວງຊົນ ເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດພັດທະນາ,ຈັດຕັ້ງຜັນຂະຫຍາຍວຽກ ງານ 3 ສ້າງ, ສົມທົບແໜ້ນ 4 ຄາດໝາຍ 4 ເນື້ອໃນໃນວຽການກໍ່ສ້າງຮາກຖານ ຢູ່ນະຄອນຫຼວງວຽງຈັນ ເພື່ອຮັບປະກັນປະສິດທິພາບ ແລະ ປະສິດທິຜົນຂອງການຈັດຕັ້ງປະຕິບັດວຽກງານຈຸດສຸມສືບຕໍ່ເກັບກໍາຂໍ້ມູນຕົວຈິງ,ໂຄສະນາສຶກສາອົບຮົມ,ປຸກລະດົມຂົນຂວາຍກໍາລັງແຮງສັງ ລວມຂອງທົ່ວປວງຊົນ ເປັນຕົ້ນແມ່ນ ອົງການຈັດຕັ້ງສັງຄົມ, ອໍານາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນບັນດາຊັ້ນຄົນຕ່າງໆໃຫ້ການຮ່ວມມື ແລະ ເປັນເຈົ້າການປະກອບສ່ວນຈັດຕັ້ງປະຕິບັດກ່ຽວກັບວຽກງານກໍ່ສ້າງຮາກຖານ,ຈັດສັນຄວາມເປັນລະບຽບຮຽບຮ້ອຍ ແລະ ສະກັດກັ້ນແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ.

ນອກນັ້ນ,ການລົງກໍ່ສ້າງຮາກຖານການເມືອງ ຍັງຈະໄດ້ຕິດຕາມກວດກາສໍາມະໂນຄົວຂອງພົນລະເມືອງພາຍ ໃນບ້ານ, ກວດກາການເໜັງຕີງຂອງພົນລະເມືອງລາວ ແລະ ຄົນຕ່າງດ້າວ,ກວດກາຄຸ້ມຄອງອາຊີບ ແລະ ພາຫະນະພິເສດ, ສ້າງບົດບັນທຶກສັນຍາກັບຄອບຄົວ,ສ້າງຂໍ້ແຂ່ງຂັນ ຄອບຄົວປ້ອງກັນຄວາມສະຫງົບ,ສ້າງຄອບ ຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ.