ວັນທີ 18 ກຸມພາ ຜ່ານມາ, ຄະນະບໍລິຫານຊາວໜຸ່ມ ກະຊວງ ປກສ ລົງກວດກາ, ຊຸກຍູ້ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານຂະ ບວນການຂໍ້ແຂງຂັນ 4 ບຸກ ຕິດພັນ 18 ຂໍ້ແຂງຂັນ ປະຈໍາປີ 2020 ຢູ່ຄະນະບໍລິຫານງານຊາວໜຸ່ມ ກົມໃຫຍ່ຕຳຫຼວດ,ໂດຍມີ ພົຈວ ຄຳກິ່ງ ຜຸຍຫຼ້າມະນີວົງ ຫົວໜ້າກົມໃຫຍ່ຕໍາຫຼວດ, ພ້ອມດ້ວຍ ພັທ ບຸນຈັນ ອິນພົມມາ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ແລະ ຄະ ນະບໍລິຫານງານຊາວໜຸ່ມ ກະຊວງ ປກສ, ກົມໃຫຍ່ຕໍາຫຼວດ, ສະມາຊິກຊາວໜຸ່ມເຂົ້າຮ່ວມ.

ພັທ ແສງທອງ ສຸພາພົງ ເລຂາຄະນະບໍລິຫານງານຊາວໜຸ່ມກົມໃຫຍ່ຕໍາຫຼວດ ໄດ້ລາຍງານໂດຍຫຍໍ້ການຈັດຕັ້ງການເຄື່ອນ ໄຫວວຽກງານ 4 ບຸກຂອງຄະນະບໍລິຫານງານຊາວໜຸ່ມ ກົມໃຫຍ່ຕໍາຫຼວດ ປະຈໍາປີ2020 ວ່າ: ຄະນະບໍລິຫານງານຊາວໜຸ່ມ ກົມໃຫຍ່ຕຳຫຼວດ ມີ 15ສະຫາຍ ຍິງ 1 ສະຫາຍ, ມີ 16 ຫົວໜ່ວຍ ອ້ອມຂ້າງກົມໃຫຍ່, ມີສະມາຊິກຊາວໜຸ່ມທັງໝົດ 725 ສະຫາຍ ຍິງ 218 ສະຫາຍ,ຊາວໜຸ່ມເປັນສະມາ ຊິກພັກ 483 ສະຫາຍ ຍິງ 165 ສະຫາຍ,ມີໜ່ວຍຮັບນາມມະຍົດ 4 ບຸກ 16 ໜ່ວຍ ແລະ ໜ່ວຍສະເໜີຮັບທຸງໄຊມີ 6 ໜ່ວຍ.ໃນ1 ປີຜ່ານມາຊາວໜຸ່ມກົມໃຫຍ່ຕຳຫຼວດໄດ້ເອົາໃຈໃສ່ສຶກສາອົບຮົມນຳພາການເມືອງ-ແນວຄິດໃຫ້ແກ່ສະມາຊິກບັນດາໜ່ວຍຊາວໜຸ່ມກົມ,ຫ້ອງ,ສູນ ສຸ່ມໃສ່ເປັນເຈົ້າການປະຕິບັດລະບອບຮ່ວມຊິວິດໃຫ້ເປັນປົກກະຕິເພື່ອກຳແໜ້ນສະພາບການເຄື່ອນໄຫວຂອງສະມາຊິກຊາວໜຸ່ມເອົາໃຈໃສ່ແກ້ປະກົດການຫຍໍ້ທໍ້ພາຍໃນໜ່ວຍ ປະຕິບັດລະບຽບຂອງກຳລັງຢ່າງເຂັ້ມງວດ, ຜ່ານການສຶກສາອົບຮົມການເມືອງນຳພາແນວຄິດ ເຮັດໃຫ້ຄຸນທາດການເມືອງຂອງສະມາຊິກມີຄວາມໜັກແໜ້ນກາຍເປັນແບບຢ່າງໃຫ້ແກ່ມະຫາຊົນ, ເຮັດໃຫ້ສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນແມ່ນມີທ່າອຽ່ງຫຼຸດລົງ, ຄຽງຄູ່ກັບດ້ານວຽກງານວິຊາສະເພາະກົມກອງຂອງຕົນໃນການຈັດຕັ້ງປະຕິບັດ 1 ແຜນງານ 4 ໂຄງການ,17 ວຽກຈຸດສຸ່ມຂອງກົມໃຫຍ່ຕຳຫຼວດວາງອອກ.

ໃນກອງປະຊຸມ,  ພັທ ບຸນຈັນ ອິນພົມມາ ໄດ້ໂອ້ລົມຕໍ່ຄະນະບໍລິຫານງານຊາວໜຸ່ມກົມໃຫຍ່ຕຳຫຼວດ​ໃຫ້ຄະນະໜ່ວຍຊາວໜຸ່ມກົມໃຫຍ່ຕໍາຫຼວດເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດເປັນກົກໃຫ້ແກ່ສະມາຊິກຊາວໜຸຸ່ມກົມໃຫຍ່ຕຳ ຫຼວດ ເພື່ອຍົກສູງທາງດ້ານຄຸນທາດການເມືອງໃຫ້ມີຄວາມໜັກແໜ້ນ,ຄຸນສົມບັດສິນທຳປະຕິວັດແນ່ໃສສ້າງທັດສະນະແນວຄິດໃຫ້ແກ່ສະມາຊິກຊາວໜຸ່ມຕໍ່ແນວທາງນະໂຍບາຍຂອງພັກ,ການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເນື້ອໃນ 4 ບຸກຂອງສູນກາງຊາວໜຸ່ມສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານວິຊາສະເພາະຂອງຕົນໃຫ້ປະກົດຜົນເປັນຈິງ, ສ້າງໃຫ້ໜ່ວຍຊາວໜຸ່ມເປັນກຳລັງຫຼັກແຫຼ່ງເຂັ້ມແຂງຂອງພັກ,ສ້າງໃຫ້ບັນດາໜ່ວຍສາມາດເພິ່ງຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ.