ເພື່ອຮັບປະກັນໃຫ້ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ II ຢູ່ແຂວງວຽງຈັນ ໃນວັນທີ 21 ກຸມພາ ທີ່ຈະມາເຖິງນີ້ໃຫ້ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ 100%. ກອງບັນຊາ ການ ປກສ ແຂວງວຽງຈັນ ໄດ້ສຸມໃສ່ເຮັດວຽກງານປ້ອງກັນຢ່າງເຂັ້ມງວດ.

ພົຈວ ປອ ທອງເຄນ ບຸນໝັ້ນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ປກສ ໃນວັນທີ 17 ກຸມພາ 2021 ວ່າ: ຄະນະພັກ-ຄະນະບັນຊາການ ແລະ ກຳລັງ ປກສ ແຂວງວຽງຈັນ ໄດ້ສ້າງແຜນປ້ອງກັນວັນເລືອກຕັ້ງດັ່ງກ່າວອອກຢ່າງຈະແຈ້ງ ໂດຍສະເພາະໃນມື້ປ່ອນບັດເລືອກຕັ້ງຕ້ອງຮັບປະກັນຄວາມສະຫງົບປອດໄພ 100%. ໂດຍຈະໄດ້ສຸມໃສ່ປ້ອງກັນຢູ່ບັນດາຈຸດສຳຄັນຕ່າງໆ ໂດຍສະເພາະຕາມເສັ້ນທາງ ເລກທີ 13 ເໜືອ ທີ່ຜ່ານ 4 ເມືອງ ຄື: ເມືອງໂພນໂຮງ, ຫີນເຫີບ, ວັງວຽງ ແລະ ກາສີ, ເສັ້ນທາງແຕ່ເມືອງຫີນເຫີບ ຫາຊະນະຄາມ, ເສັ້ນທາງແຕ່ບ້ານຈຽງ ຫາເມືອງແມດ, ເສັ້ນທາງລຽບແມ່ນ້ຳຂອງ ແຕ່ເມືອງຊະນະຄາມ ຫາເມືອງໝື່ນ, ເສັ້ນທາງເລກ 10 ຜ່ານເມືອງທຸລະຄົມ ແລະ ເສັ້ນທາງຊອຍອື່ນໆ ເຊັ່ນ: ແຕ່ຫ້ວຍໝໍ້ ຫາແຂວງໄຊສົມບູນ. ນອກນັ້ນ, ຍັງມີການປ້ອງກັນບັນດາເສົາສາຍສົ່ງກະແສໄຟຟ້າແຮງສູງ, ເຂື່ອນໄຟຟ້ານ້ຳງື່ມ, ເຂື່ອນນ້ຳມັງ ແລະ ເຂື່ອນນ້ຳລີກ, ໂຄງການທາງລົດໄຟລາວ-ຈີນ, ທາງດ່ວນ, ບັນດາສໍານັກງານອົງການ, ສະຖານທີ່ສາທາລະນະ, ຊຸມຊົນ, ຄ້າຍຄຸມຂັງ-ດັດສ້າງ ແລະ ສະຖານທີ່ອື່ນໆທີ່ມີຄວາມສຽງ. ພ້ອມທັງວາງກຳລັງປ້ອງກັນບັນດາຈຸດປ່ອນບັດເລືອກຕັ້ງ, ເຊິ່ງມີຈໍານວນ 494 ໜ່ວຍປ່ອນບັດເລືອກຕັ້ງທົ່ວແຂວງ ໂດຍໄດ້ນໍາໃຊ້ກໍາລັງຢູ່ບັນດາຫ້ອງລົງຊ່ວຍກໍາລັງ ປກສ 11 ເມືອງ ແລະ ສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ.

ນອກນີ້, ເພື່ອສະດວກໃນການຈັດຕັ້ງປະຕິບັດແຜນປ້ອງກັນລະຫວ່າງກໍາລັງທະຫານ ແລະ ປກສ ໃນວັນທີ 15 ກຸມພາ 2021 ກໍາລັງ ປກສ ແຂວງໄດ້ປະຊຸມຮ່ວມກັບກອງບັນຊາການທະຫານແຂວງ, ກອງພົນທີ 1, ກອງພັນໃຫຍ່ 497 ແລະ ວິທະຍາຄານນໍ້າຊ່ວງ ເພື່ອແບ່ງຄວາມຮັບຜິດຊອບໃຫ້ກັນຢ່າງລະອຽດ. ມາຮອດປັດຈຸບັນ, ການກະກຽມວຽກງານປ້ອງກັນໃນວັນເລືອກຕັ້ງດັ່ງກ່າວກໍາລັງ ປກສ ແຂວງວຽງຈັນ ໄດ້ມີຄວາມພ້ອມເຮັດໜ້າທີ່ທີ່ໄດ້ຮັບມອບ ໝາຍ ເພື່ອເຮັດໃຫ້ວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ມີຄວາມສະຫງົບ, ເປັນລະບຽບຮຽນຮ້ອຍ ແລະ ປອດໄພ 100%.