ປ້ອງກັນເຄື່ອນທີ່ ເຜີຍແຜ່ເຊື່ອມຊຶມເອກະສານມະຕິຂອງກົມການເມືອງສູນກາງພັກ

0
618

ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກະສານມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່, ມະຕິວ່າດ້ວຍການເພີ່ມທະວີການນໍາພາຂອງພັກຕໍ່ວຽກງານວັດທະນະທໍາໃນໄລຍະໃໝ່ ໃນວັນທີ 3 ສິງຫາ 2021,ເຜີຍແຜ່ໂດຍ ພັອ ທອງພັດ ແສນສຸວັນ ຄະນະປະຈໍາພັກ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ພັອ ທອງພັດ ແສນສຸວັນ ໄດ້ຍົກໃຫ້ເຫັນບາງເນື້ອໃນກ່ຽວກັບມະຕິ ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່ໃນໄລຍະຜ່ານມາພັກເຮົາຍາມໃດກໍຍຶດໝັ້ນທິດນໍາພື້ນຖານຂອງພັກເຮົາ  ” ວຽກງານການເມືອງ-ແນວຄິດ ເປັນທີ່ສໍາຄັນພື້ນຖານ, ເປັນວຽກກົກ,ເປັນວຽກທີ່ຕ້ອງເຮັດກ່ອນ,ເຮັດເປັນປະຈໍາ ແລະ ສອດຫ້ອຍໄປທຸກຂົງເຂດວຽກງານຂອງພັກ-ລັດ, ຂອງອົງການຈັດຕັ້ງມະຫາ ຊົນ ແລະ ອົງການຈັດຕັ້ງສັງຄົມ, ເປັນປັດໄຈຮັບປະກັນທຸກໄຊຊະນະຂອງ ການປະຕິວັດ “. ຕະຫຼອດໄລຍະແຫ່ງການຈັດຕັ້ງຜັນຂະຫຍາຍແນວທາງປ່ຽນແປງໃໝ່ ທຸກອົງການຈັດຕັ້ງຂອງພັກ-ລັດ, ແນວລາວສ້າງຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນໄດ້ນໍາເອົາເນື້ອໃນຈິດໃຈບັນດ ມະຕິຂອງພັກ ມາຄົ້ນຄວ້າ, ປຶກສາຫາລື ແລະ ຫັນເປັນອັນລະອຽດ, ສ້າງເປັນປື້ມຄູມືສໍາລັບຊຸດຝຶກອົບຮົມຕາມຫົວຂໍ້ສະເພາະ ສອດຄອງກັບຄວາມຮັບຜິດຊອບຂອງຕົນ ໃຫແຕ່ລະ ເປົ້າໝາຍ, ທັງດໍາເນີນການຝຶກອົບຮົມ, ນໍາພາຈັດຕັ້ງປະຕິບັດເປັນປົກກະຕິ.

ມະຕິວ່າດ້ວຍການເພີ່ມທະວີການນໍາພາຂອງພັກຕໍ່ວຽກງານວັດທະນະທໍາໃນໄລຍະໃໝ່ ສະພາບວຽກງານວັດທະນະທໍາໃນໄລຍະຜ່ານມາ ພັກໄດ້ຕັ້ງໜ້ານໍາພາ-ຊີ້ນໍາການປັບປຸງວຽກງານວັດທະນະທໍາຢ່າງຕໍ່ເນື່ອງ, ທັດສະນະ ແລະ ຄວາມຮັບຮູ້ກ່ຽວກັບວັດທະນະທໍາໄດ້ຮັບການປັບປຸງ, ພັດທະນາ ແລະ ຍົກລະດັບຂຶ້ນ; ການກໍ່ສ້າງຊີວິດວັດທະນະທໍາໃໝ່, ການສ້າງຄອບຄົວ ແລະ ບ້ານວັດທະນະທໍາໄດ້ ດໍາເນີນໄປດ້ວຍຖ່ວງທ່າຂະຫຍາຍຕົວ ທີ່ເປັນຂະບວນການຟົດຟື້ນ, ຕໍ່ເນື່ອງ ແລະ ກວ້າງຂວາງ, ວັດທະນະທໍາອັນດີງາມຂອງຊາດ ແລະ ຂອງບັນດາເຜົ່າໄດ້ຮັບການປົກປັກຮັກສາ , ເຜີຍແຜ່, ໂຄສະນາ, ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ສະຕິຊາດເປັນເອກະພາບ, ຄວາມສາມັກຄີເປັນປຶກແຜ່ນຂອງຊາດເຮົາສືບຕໍ່ໄດ້ຮັບການເພີ່ມທະວີໃຫ້ໜັກແໜ້ນ.

ໂອກາດດັ່ງກ່າວ ຍັງໄດ້ປາຖະກະຖາວັນສ້າງຕັ້ງພັກກອມມູນິດວຽດນາມ ຄົບຮອບ 100 ປີ ( 1 ກໍລະກົດ 1921-1 ກໍລະກົດ 2021 ).

ພາບ-ຂ່າວ: ຄຳໂຖ ວັນນະລາດ