ປກສ ແຂວງວຽງຈັນ ປະກາດຍົກຍ້າຍ-ແຕ່ງຕັ້ງຮອງຫົວໜ້າຫ້ອງສັນຕິບານ

0
704

ທ້າຍອາທິດຜ່ານມາ, ຫ້ອງສັນຕິບານ ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ປະກາດຍົກຍ້າຍ ແລະ ແຕ່ງຕັ້ງຮອງຫົວໜ້າຫ້ອງ, ເປັນປະທານໂດຍ ພັອ ສົມຄິດ ດວງພະຈັນຮອງຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ, ມີຄະ ນະຫ້ອງ,ແຂກຖືກເຊີນ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.

ພັທ ພອນສະຫວັນ ພວງມະໄລ ຮອງຫົວໜ້າຫ້ອງການເມືຶອງ ກອງບັນຊາການ ປກສ ແຂວງວຽຈັນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບສະບັບເລກທີ 998 ແລະ 1000 /ປກສ, ລົງວັນທີ 28 ມີຖຸນາ 2021 ວ່າດ້ວຍການຍົກຍ້າຍນາຍຕໍາຫຼວດ ແລະແຕ່ງຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງວຽງຈັນ.ໃນນີ້, ຍົກຍ້າຍ ແລະ ແຕ່ງຕັ້ງ ພັທ ແກ້ວອຸ່ນ ລ່ຽມພະຈັນ ຮອງຫົວໜ້າຫ້ອງການໄປຮັບໜ້າທີ່ໃໝ່ເປັນຮອງຫົວໜ້າຫ້ອງສັນ ຕິບານ; ຍົກຍ້າຍ ແລະ ແຕ່ງຕັ້ງ ພັທ ປະລຽນ ເສນາຄຳ ຈາກຫ້ອງສັນຕິບານໄປຮັບໜ້າທີ່ໃໝ່ເປັນຮອງຫົວໜ້າກອງບັນຊາການ ປກສ ເມືອງໂພນໂຮງ.

ໃນພິທີ, ພັອ ສົມຄິດ ດວງພະຈັນ ໄດ້ຍົກໃຫ້ເຫັນຄວາມໝາຍ-ຄວາມສຳຄັນໃນການປັບປຸງກົງຈັກການຈັດຕັ້ງ ແມ່ນຍ້ອນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ໂດຍອີງໃສ່ຄວາມຮູ້ຄວາມສາມາດຂອງພະນັກ ງານ ມັນແມ່ນກົດເກນພາວະວິໃສໃນການຊັບຊ້ອນໝູນວຽນຂອງພະນັກງານ ເຮັດໃຫ້ກຳລັງປ້ອງກັນຄວາມສະຫງົບແຂວງວຽງຈັນ ມີຄວາມເຂັ້ມແຂງ.ສະນັ້ນ, ສະຫາຍຜູ້ທີ່ຖືກຍົກຍ້າຍມາຢູ່ຫ້ອງສັນຕິບານ ແລະ ໄປຢູ່ບ່ອນໃໝ່ ຕະ ຫຼອດເຖິງຄະນະພັກ-ຄະນະນໍາແຕ່ລະຂັ້ນ ຕ້ອງເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະ ນັກງານສະມາຊິກພັກ, ພະນັກງານ-ນັກຮົບ ຢ່າງເປັນປົກະຕິ, ສ້າງຄວາມສາມັກຄີພາຍໃນຢ່າງແໜ້ນແຟ້ນ, ຕ້ອງມີຄວາມສະດຸ້ງໄວ,ເອົາໃຈໃສປັບປຸງແບບແຜນວິທີເຮັດວຽກ, ແບບແຜນວິທີນຳພາໃຫ້ສອດຄ່ອງກັບຕົວຈິງ,ເຮັດວຽກຕາມລະບອບລວມສູນປະຊາທິປະໄຕ ໂດຍຖືເອົາການຄົ້ນຄວ້າປຶກສາຫາລືຕົກລົງບັນຫາເປັນໝູ່ຄະນະ,ມອບວຽກໃຫ້ບຸກຄົນຮັບຜິດຊອບ,ມີການສຳຫຼວດກວດກາຢ່າງເປັນປົກກະຕິ,ພ້ອມກັນສືບຕໍ່ຊີ້ນຳ-ນຳພາ ກົມກອງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.