ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງ ຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 5 ສິງຫາ ແລະ ຈະດໍາເນີນໄປຮອດວັນທີ 10 ສິງຫາ 2021 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດຫຼັງໃໝ່ ນະຄອນຫຼວງວຽງຈັນ.

ກອງປະຊຸມຈະໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ດັ່ງນີ້:

1. ບົດລາຍງານຂອງລັດຖະບານກ່ຽວກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ.

2. ບົດລາຍງານຂອງລັດຖະບານກ່ຽວກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ.

3. ການປັບປຸງບາງມາດຕາຂອງກົດໝາຍ ຈໍານວນ 5 ສະບັບ ຄື:

– ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ

– ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ

– ກົດໝາຍວ່າດ້ວຍອາກອນລາຍໄດ້

– ກົດໝາຍວ່າດ້ວຍອາກອນຊົມໃຊ້

– ກົດໝາຍວ່າດ້ວຍຢາເສບຕິດ

ກອງປະຊຸມຍັງຈະໄດ້ຮັບຟັງການລາຍງານຂອງລັດຖະບານ ກ່ຽວກັບສະພາບການແຜ່ລະບາດຂອງພະຍາດອັກເສບປອດຮຸນແຮງ ຫຼື ໂຄວິດ-19 ແລະ ມາດຕະການແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດດັ່ງກ່າວ.

ນອກຈາກນີ້, ໃນໂອກາດດໍາເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ນີ້ ສະພາແຫ່ງຊາດຈະຈັດພິທີມອບ-ຮັບຫໍສະພາແຫ່ງຊາດຫຼັງໃໝ່ຢ່າງເປັນທາງ ການ.

ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນທົ່ວໄປ ສາມາດສົ່ງຄຳຄິດຄຳເຫັນ ແລະຄຳສະເໜີໄປຍັງກອງປະຊຸມໄດ້ຕາມໂດຍຜ່ານສາຍດ່ວນ: 156 ຮັບໃຊ້ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ IX.

ອີເມວ: nalao.156@gmail.com