ໃນໂອກາດຂຶ້ນລາຍງານໂດຍສັັງເຂບກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າ ວັນທີ 5 ສິງຫານີ້, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໃຫ້ຮູ້ກ່ຽວກັບໂຄງປະກອບລວມຂອງວາລະແຫ່ງຊາດ ທັງ 2 ສະບັບ ແມ່ນປະກອບມີ 4 ພາກໃຫຍ່ ຄື:

ພາກທີ 1: ຄວາມຈໍາເປັນ ແລະ ຮີບດ່ວນ ຂອງວາລະແຫ່ງຊາດ;

ພາກທີ 2: ທັດສະນະ-ແນວ ຄິດຊີ້ນໍາ, ຫຼັກການ, ຈຸດປະສົງ ແລະ ລະດັບຄາດໝາຍ;

ພາກທີ 3: ທິດທາງແກ້ໄຂ ແລະ ມາດ ຕະການ;

ພາກທີ 4: ກົນໄກໃນການຈັດຕັ້ງປະຕິບັດ ແລະ ການແບ່ງຄວາມຮັບຜິດຊອບ.

ທ່ານໃຫ້ຮູ້ຕື່ມວ່າ: ສໍາລັບວຽກຈຸດສຸມຂອງວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍສັງລວມມີ 5 ວຽກຈຸດສຸມ ຄື:

1. ສົ່ງເສີມການຜະລິດເພື່ອທົດແທນນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ເພື່ອສ້າງຖານລາຍຮັບທີ່ເຂັ້ມ ແຂງ (ຫັນປ່ຽນຈາກສັງຄົມຊົມໃຊ້ຫຼາຍກວ່າໄປສູ່ສັງຄົມການຜະລິດຫຼາຍຂື້ນ).

2. ສ້າງຄວາມເຂັ້ມແຂງດ້ານການເກັບລາຍຮັບງົບປະມານ.

3. ສົ່ງເສີມການປະຢັດ, ຕ້ານການຟຸມເຟືອຍ ແລະ ຍົກສູງປະສິດທິຜົນການລົງທຶນ-ລາຍຈ່າຍງົບປະມານ ແລະ ການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ.

ສໍາລັບດ້ານການປະຢັດແມ່ນຈະປັບປຸງນິຕິກໍາໃນການນໍາໃຊ້ລົດປະຈໍາຕໍາແຫນ່ງ ແລະ ລົດບໍລິຫານລັດ, ການໃຊ້ຈ່າຍງົບປະມານບໍລິຫານລັດ, ການຮັບແຂກ, ການເຄື່ອນໄຫວວຽກງານ ແລະ ການຈັດງານບຸນຕ່າງໆ ໃນການຈັດຕັ້ງພັກ-ລັດ ແຕ່ລະຂັ້ນທີ່ນໍາໃຊ້ງົບປະມານຂອງລັດໃຫ້ມີຄວາມເປັນເອກະພາບກັນ. ສໍາລັບການລົງທຶນ ແມ່ນຈະປັບປຸງນະໂຍບາຍການລົງທຶນຂອງລັດໃຫ້ສອດຄ່ອງ, ມີຈຸດສຸມ ແລະ ຮັບປະກັນທາງດ້ານປະສິດທິຜົນ.

4. ສ້າງສະຖຽນລະພາບດ້ານການເງິນ.

5. ຍົກສູງປະສິດທິພາບການຄຸ້ມຄອງລັດດ້ວຍກົດໝາຍ ໂດຍຈະປັບປຸງຮ່າງກົດໝາຍ, ນະໂຍບາຍ ແລະ ກົນໄກຕ່າງໆ ໃຫ້ຄ່ອງຕົວກວ່າເກົ່າ.

ສ່ວນວຽກຈຸດສຸມໃຫຍ່ຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍສັງລວມແລ້ວມີ 6 ວຽກຈຸດສຸມ ຄື:

1. ສ້າງຄວາມຮັບຮູ້ເຂົ້າໃຈຜົນຮ້າຍຂອງຢາເສບຕິດໃຫ້ແກ່ສັງຄົມ ທັງສຶກສາອົບຮົມ, ໂຄສະນາເຜີຍແຜ່ ແນວທາງນະໂຍບາຍຕ່າງໆຂອງພັກ-ລັດເຮົາ.

2. ສ້າງ, ປັບປຸງກົດຫມາຍ ແລະ ນິຕິກໍາໃຕ້ກົດຫມາຍທີ່ກ່ຽວຂ້ອງກັບບັນຫາຢາເສບຕິດ.

3. ປັບປຸງກົງຈັກການຈັດຕັ້ງ ແລະ ຍົກລະດັບຄວາມສາມາດຂອງອົງການປົກປ້ອງກົດຫມາຍ, ອົງການຕຸລາ ການ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕໍ່ການແກ້ໄຂບັນຫາຢາເສບຕິດ.

4. ຍົກສູງປະສິດທິພາບດ້ານການຄຸ້ມຄອງ ແລະ ຊີ້ນໍາການຈັດຕັ້ງປະຕິບັດຮອບດ້ານ.

5. ປັບປຸງຂີດຄວາມສາມາດໃນການແກ້ໄຂບັນຫາຢາເສບຕິດທີ່ເກີດຂື້ນຢູ່ໃນຄວາມຮັບຜິດຊອບຂອງຕົ້ນຂອງການຈັດຕັ້ງຕ່າງໆ ກ່ຽວຂ້ອງ.

6. ເພີ່ມທະວີວຽກງານການຮ່ວມມືສາກົນ.

ທ່ານ ພັນຄໍາ ວິພາວັນ ໃຫ້ຮູ້ຕື່ມວ່າ: ສໍາລັບກົນໄກການຈັດຕັ້ງປະຕິບັດວາລະແຫ່ງຊາດ ແມ່ນຈະບໍ່ໄດ້ແຕ່ງຕັ້ງຄະນະຮັບຜິດຊອບສະເພາະກິດຂຶ້ນ, ມີແຕ່ເນັ້ນຄວາມຮັບຜິດຊອບຂອງແຕ່ລະຂະແຫນງການກ່ຽວຂ້ອງ ເປັນຕົ້ນຕໍ ໂດຍກໍານົດໃຫ້ຂະແໜງການຫຼັກເປັນຜູ້ຮັບຜິດຊອບ ແລະ ທັງເປັນໃຈກາງປະສານງານກັບພາກສ່ວນທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດຕົວຈິງ, ແຕ່ຈະມີການສະຫຼຸບລາຍງານຄວາມຄືບໜ້າໃນແຕ່ລະໄລຍະ. ສ່ວນກອງທຶນ ຫຼື ແຫຼ່ງທຶນ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ, ໂດຍສະເພາະວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແມ່ນໃຫ້ອີງໃສ່ກົດຫມາຍ ແລະ ລະບຽບການກ່ຽວຂ້ອງ.

ຂ່າວ: ບຸນຕຽງ ຈັນທະວົງ

ພາບ: ອາພິຍາ ສີສຸວົງ