ຄບຕ ກຳລັງເລັ່ງອະນາໄມຮ່ອງລະບາຍນ້ຳໃນນະຄອນຫຼວງວຽງຈັນ ໃນລະດູແລ້ງ ເພື່ອຄວາມສະດວກໃນການອະນາໄມ ແລະ ເມື່ອມີຝົນຕົກລົງມາ ຈະເຮັດໃຫ້ນ້ຳໄຫຼສະດວກ, ບໍ່ເກີດມີນ້ຳຖ້ວມຂັງ, ພ້ອມເລັ່ງປັກເຂດສະຫງວນ ເພື່ອງ່າຍຕໍ່ການປົກປັກຮັກສາ.
ໃນວັນທີ 22 ພະຈິກ 2021, ຫ້ອງການ ຄບຕ ໄດ້ມາລວງຄອງລະບາຍນ້ຳຢູ່ເຂດບ້ານໂພນປາເປົ້າ ເຊິ່ງຮ່ອງດັ່ງກ່າວນີ້ ບໍ່ໄດ້ລວງມາປະມານ 5 ປີແລ້ວ, ຮ່ອງດັ່ງກ່າວນີ້ ເປັນບ່ອນຮັບນ້ຳທີ່ໄຫຼມາຈາກຮ່ອງລະບາຍນ້ຳຕ່າງໃນເຂດບ້ານໂພນປາເປົ້າ, ນັບແຕ່ເຂດໂຮງໝໍ 103 ແມ່ນໄຫຼມາໂຮມຢູ່ຮ່ອງລະບາຍນ້ຳແຫ່ງນີ້, ໃນຊ່ວງລະດູຝົນ ມື້ໃດມີຝົນຕົກໜັກ ຈະມີນ້ຳເຕັມເກືອບລົ້ນຮ່ອງລະບາຍນ້ຳ, ບາງປີກໍລົ້ນ ເນື່ອງຈາກມີສິ່ງອຸດຕັນ ເຮັດໃຫ້ນ້ຳໄຫຼບໍ່ສະດວກ ກ່ອນຈະໄຫຼລົງສູ່ເຂດດອນກອຍ.
ທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ (ຄບຕ) ເປີດເຜີຍຕໍ່ສື່ມວນຊົນວ່າ:
ການລວງຮ່ອງລະບາຍນ້ຳດັ່ງກ່າວນີ້ ມີຄວາມຍາວປະມານ 700 ກວ່າແມັດ ເຊິ່ງພາຍຫຼັງລວງຮ່ອງລະບາຍນ້ຳດັ່ງກ່າວນີ້ສຳເລັດ ຄບຕ ຈະໄປລວງຮ່ອງລະບາຍນ້ຳແຫ່ງອື່ນໆ ເຊິ່ງຮ່ອງລະບາຍນ້ຳໃດທີ່ມີເສດຂີ້ເຫຍື້ອ, ຕົມ ຫຼື ສິ່ງອຸດຕັນ, ຄບຕ ຈະຂຶ້ນແຜນອະນາໄມລວງ ກ່ອນຮອດລະດູຝົນ ເຊິ່ງການລວງຮ່ອງລະບາຍນ້ຳ ຈະເຮັດໃນລະດູແລ້ງ ເນື່ອງຈາກສະດວກຫຼາຍຢ່າງ ນັບແຕ່ການເອົາລົດເຂົ້າ-ອອກ, ຂົນເສດຂີ້ເຫຍື້ອຫຼືຂີ້ຕົມໄປຖິ້ມກໍສະດວກກວ່າ ເຊິ່ງເມື່ອມີຝົນຕົກລົງມາຈະເຮັດໃຫ້ນ້ຳໄຫຼສະດວກ.
ທ່ານ ກ່າວອີກວ່າ: ຮ່ອງລະບາຍນ້ຳຢູ່ໃນຕົວເມືອງໃນນະຄອນຫຼວງວຽງຈັນ ສ່ວນຫຼາຍເກີດມີບັນຫາສິ່ງອຸດຕັນ ເນື່ອງຈາກພວກເຮົາບໍ່ໄດ້ອະນາໄມ ເພາະງົບປະມານມີຈຳນວນຈຳກັດ, ອີກຢ່າງໜຶ່ງພຶດຕິກຳການຖິ້ມຂີ້ເຫຍື້ອຂອງປະຊາຊົນ ສ່ວນຫຼາຍແມ່ນມັກຖິ້ມຕາມຮ່ອງຕາມແຄມທາງ ຈຶ່ງມັກເກີດບັນຫາຮ່ອງລະບາຍນ້ຳອຸດຕັນ. ດັ່ງນັ້ນ, ເມື່ອມີຝົນຕົກໜັກກໍຈະເຮັດໃຫ້ມັກເກີດບັນຫານ້ຳຖ້ວມຂັງ, ສະນັ້ນເມື່ອພວກເຮົາລວງຮ່ອງລະບາຍນ້ຳແລ້ວ ເຖິງວ່ານ້ຳຈະໄຫຼມາຈາກຮ່ອງລະບາຍນ້ຳນ້ອຍຫຼາຍຮ່ອງ ກໍຈະເຮັດໃຫ້ນ້ຳໄຫຼສະດວກ, ບໍ່ເກີດມີບັນຫານ້ຳຖ້ວມເຮືອນຊນບ້ານສ່ອງຂອງປະຊາຊົນ.
ການລວງຄອງລະບາຍນ້ຳໃນນະຄອນຫຼວງວຽງຈັນ ເປັນໜ້າທີ່ຄວາມຮັບຜິດຊອບຂອງ ຄບຕ. ດັ່ງນັ້ນ, ຄບຕ ຈຶ່ງໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ເປັນຕົ້ນແມ່ນ ຄບຕ ເມືອງ, ອຳນາດການປົກຄອງບ້ານ ເພື່ອໃຫ້ມີສ່ວນຮ່ວມໃນການປົກປັກຮັກສາ.
ທ່ານ ກ່າວອີກວ່າ: ໃນຕໍ່ໜ້າ ຄບຕ ຈະພະຍາຍາມສ້າງເຂດສະຫງວນ ເຊິ່ງເຂດສະຫງວນຖືວ່າມີຄວາມສຳຄັນ, ພາຍຫຼັງກໍ່ສ້າງຮ່ອງລະບາຍນ້ຳສຳເລັດແລ້ວ ຈະພະຍາຍາມຮັກສາເຂດສະຫງວນໄວ້ເບື້ອງລະ 6-8 ແມັດ ໂດຍອີງຕາມສະພາບຄວາມເປັນຈິງ.
ໄລຍະຜ່ານມາ, ການປຸກເຮືອນ ຫຼື ກໍ່ສ້າງທີ່ຢູ່ອາໄສຂອງປະຊາຊົນ ບາງເຂດກວມເອົາເຂດຮ່ອງລະບາຍນ້ຳ ເຊິ່ງພາຍຫຼັງທີ່ກໍ່ສ້າງຮ່ອງລະບາຍນ້ຳແລ້ວ ປະຊາຊົນພາກັນເຮັດສວນປູກຜັກໃສ່ຕາມແຄມຮ່ອງລະບາຍນ້ຳ, ບາງເຂດບາງບ່ອນປຸກເຮືອນຈົນເກືອບຈຸຄອງ, ເມື່ອມີແຜນອະນາໄມລວງຄອງ ຈຶ່ງບໍ່ສາມາດນຳລົດຈົກ, ລົດບັນທຸກເຂົ້າເຖິງໄດ້. ດັ່ງນັ້ນ, ຈຶ່ງຈຳເປັນຕ້ອງມີເຂດສະຫງວນ, ເຊິ່ງປະເດັນດັ່ງກ່າວນີ້ ຕາມທິດຊີ້ນຳຂອງເຈົ້າຄອງນະຄອນຫຼວງວຽງຈັນ ກໍໄດ້ແນະນຳຂະແໜງການກ່ຽວຂ້ອງແລ້ວ ເຊິ່ງພວກເຮົາຈະສຸມໃສ່ປັກເຂດສະຫງວນໃຫ້ໄວ ເພື່ອການບຳລຸງຮັກສາງ່າຍຂຶ້ນ.