ກອງບັນຊາການ ປກສ ແຂວງຄໍາມ່ວນ ສປປ ລາວ ແລະ ກອງບັນຊາການຕຳຫຼວດ ແຂວງກວາງບິ່ງ ສສ ຫວຽດນາມ ໄດ້ຈັດກອງປະຊຸມປືກສາຫາລືໃນການລົງສໍາຫຼວດສະຖານທີ່ກະກຽມການກໍ່ສ້າງຫ້ອງການປະສານງານທີ່ມີຊາຍແດນຕິດຈອດກັນ ໃນວັນ ທີ 12 ພະຈິກ 2021; ມີ ພັທ ຄຳສິງ ນົນທະສອນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ສປປ ລາວ ແລະ ພັອ ເລຫວັນຮົ໋ວ ຮອງຫົວໜ້າກອງ ບັນຊາການ ປກສ ແຂວງກວາງບິ່ງ ສສ ຫວຽດນາມ; ພ້ອມດ້ວຍຄະນະທັງ 2 ຝ່າຍ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້; ທັງ 2 ຝ່າຍ ໄດ້ປືກສາຫາລືກັນ ໃນການກໍານົດເອົາສະຖານທີ່ກະກຽມກໍ່ສ້າງຫ້ອງ ການປະສານງານວຽກງານວິຊາສະເພາະ ຢູ່ຕາມຂອບເຂດທີ່ມີຊາຍແດນຕິດຈອດກັນ ລະຫວ່າງ ກອງບັນຊາການ ປກສ ແຂວງຄໍາມ່ວນ ສປປ ລາວ ແລະ ກອງບັນຊາການຕໍາຫຼວດ ແຂວງກວາງບິ່ງ ສສ ຫວຽດນາມ ໃຫ້ມີຄວາມສະດວກ; ຮັບປະກັນດ້ານວຽກງານວິຊາສະເພາະແກ້ໄຂບັນຫາບັນຫາປະກົດການຫຍໍ້ທໍ້ທີ່ ເກີດຂຶ້ນຮ່ວມກັນ.

ຜ່ານການປຶກສາຫາລືຮ່ວມກັນທັງ 2 ຝ່າຍໄດ້ ຕົກລົງກຳນົດຈຸດທີ່ຈະສ້າງຫ້ອງການປະສານມີທັງ ໝົດ 11 ຈຸດ; ໃນນີ້, ຢູ່ເມືອງບົວລະພາ 10 ຈຸດ ແລະ ເມືອງນາກາຍ 1 ຂອງແຂວງຄຳມ່ວນ ສປປ ລາວ. ເຊິ່ງໂຄງການດັ່ງກ່າວນີ້ຈະເລີ່ມລົງມືສ້າງແຕ່ທ້າຍພະຈິກ 2021 ເປັນຕົ້ນໄປ.