ວັນທີ 5 ກຸມພາ 2022, ນາງ ແກ້ວ ອາຍຸ 46 ປີ ເຈົ້າຂອງຮ້ານຂາຍເຄື່ອງ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ເຂົ້າແຈ້ງຄວາມຕໍ່ການຈັດຕັ້ງບ້ານວ່າ: ມີຊາຍຄົນໜຶ່ງທີ່ມາຊື້ຢາສູບ ແລ້ວກໍ່ເຫດດຶງສາຍຄໍຄໍາໜັກ 1 ບາດ.

ພາຍຫຼັງຮັບແຈ້ງຄວາມຈາກຜູ້ເສຍຫາຍ ຈຶ່ງໄດ້ມອບໝາຍໜ້າທີ່ໃຫ້ ປກຊ- ປກສ ບ້ານລົງຕິດຕາມ ແລະ ແກ້ໄຂເຫດຢ່າງຮີບດ່ວນ ໃນເວລາຕໍ່ມາ, ເຈົ້າໜ້າທີ່ ປກຊ-ປກສ ບ້ານ ກໍສາມາດຕິດຕາມຈັບ ທ້າວ ພອນ ອາຍຸ 25 ປີ ບ້ານເກີດ ໜອງແຫ້ວ ນະຄອນຫຼວງພະບາງ ພັກເຊົາ ຢູ່ບ້ານດົງໂພນແຮ່ ເມືອງ ຫາດຊາຍຟອງ ນະຄອນຫຼວງ ວຽງຈັນ ໄດ້ພ້ອມຂອງກາງສາຍ ຄໍຄໍາ 1 ເສັ້ນ, ໜັກ 1 ບາດ ແລະ ໄດ້ມອບຊັບຄືນເຈົ້າຂອງເດີມ.ຜ່ານການສອບສວນໃນເບື້ອງ ຕົ້ນຜູ້ຖືກຫາສາລະພາບວ່າ: ໃນຕອນເຊົ້າຂອງວັນທີ 5 ກຸມພາ 2022, ໄດ້ມາສະໝັກເຮັດວຽກເປັນກຳມະກອນຢູ່ຈຸດກໍ່ສ້າງແຫ່ງໜຶ່ງຢູ່ບ້ານດົງໂພນແຮ່, ພາຍຫຼັງຜູ້ຮັບເໝົາໄດ້ຮັບເປັນກຳມະກອນ, ພໍຮອດເວລາ 12:00 ໂມງ ຜູ້ກ່ຽວໄດ້ຍ່າງໄປຊື້ຢາສູບຢູ່ຮ້ານຂາຍເຄື່ອງຢູ່ບ້ານດົງໂພນແຮ່. ໃນຂະນະນັ້ນ, ຜູ້ກ່ຽວໄດ້ເຫັນຄົນຂາຍເຄື່ອງໃສ່ສາຍຄໍາ ຄິດຢາກໄດ້ ຈຶ່ງລົງມືດຶງເຮັດໃຫ້ສາຍຄໍຂາດແລ້ວຫຼົບໜີ. ໃນເວລາຕໍ່ມາຂອງວັນດຽວກັນ, ກໍຖືກຕິດຕາມຈັບຕົວ.

ຄະດີດັ່ງກ່າວ, ອົງການ ປົກຄອງບ້ານໄປນໍາສົ່ງຕົວຜູ້ຖືກ ຫາໃຫ້ພະແນກຕໍາຫຼວດ ປກສ ເມືອງຫາດຊາຍຟອງ ສືບຕໍ່ດໍາເນີນ ຄະດີຕາມກົດໝາຍ.