ໃນວັນທີ 7 ກຸມພາ 2022, ເຈົ້າໜ້າທີ່ກົມຕໍາຫຼວດສິ່ງແວດລ້ອມ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ນໍາສິນຄ້າປະກອບມີອາຫານແຊ່ແຂງ ປະເພດທະເລ (ກຸ້ງ ແລະ ປາໝຶກ), ໄກ່ປອກ, ໝາກຫົວໃຈ ແລະອື່ນໆ ຈໍານວນ 27.767 ກິໂລ ກຼາມ ແຊ່ແຂງປະເພດອາຫານທະເລ, ຊີ້ນໄກ່ ແລະ ເຄື່ອງໃນໄກ່ ມູນຄ່າປະມານ 500.000.000 ກວ່າກີບ ທີ່ຢຶດໄດ້ຈາກບໍລິສັດທີ່ລັກລອບນໍາເຂົ້າໂດຍບໍ່ຖືກຕ້ອງໄປທໍາລາຍຖິ້ມຢູ່ສະໜາມບໍາບັດຂີ້ເຫຍື້ອຫຼັກ 32 ຕັ້ງຢູ່ບ້ານຜາສຸກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ດ້ວຍຮູບການຝັ່ງດິນ ພ້ອມທັງປະສົມປູນຂາວ.

ພັອ ວັນເຮືອງ ຈັນທະພອນ ຫົວໜ້າກົມຕໍາຫຼວດສິ່ງແວດລ້ອມ ໃຫ້ຮູ້ວ່າ: ໃນວັນທີ 3 ທັນວາ 2021, ໄດ້ມີກຸ່ມຄົນຈໍານວນໜຶ່ງກໍາລັງກະກຽມເຄື່ອນ ໄຫວນໍາເຂົ້າອາຫານແຊ່ແຂງປະເພດຊິ້ນສ່ວນສັດປີກທີ່ນໍາເຂົ້າບໍ່ຖືກຕ້ອງຈາກປະເທດໄທ ໂດຍຜ່ານດ່ານມິດຕະພາບແຂວງບໍລິຄຳໄຊ ເພື່ອນຳເຂົ້າມາຈໍາໜ່າຍໃນນະຄອນຫຼວງວຽງຈັນ ຈຶ່ງໄດ້ແຕ່ງຕັ້ງພະນັກງານລົງພິສູດຕາມເສັ້ນທາງ ເລກທີ 13 ໃຕ້, ເສັ້ນທາງ 405, ເສັ້ນທາງບ້ານຄໍາສະຫວາດ ຈົນຮອດເວລາ 19:30 ໂມງ ກໍພົບເຫັນລົດ 6 ລໍ້ ຍີ່ຫໍ້ ISUSU ສີຂາວໝາຍ ເລກທະບຽນ ບດ 0681 ກຳແພງນະຄອນ ປົກຜ້າບັດສີດຳບັນທຸກສິນຄ້າແລ່ນຜ່ານເສັ້ນທາງຕະຫຼາດໂນນໄຮ່ຄໍາ ຈຶ່ງໄດ້ຕິດຕາມລົດຄັນດັ່ງກ່າວໄປ ຈຶ່ງເຫັນວ່າລົດຄັນນັ້ນແມ່ນໄດ້ຈອດຢູ່ຕໍ່ໜ້າສາງເຢັນບ້ານຄໍາສະຫວາດ ເມືອງໄຊເສດຖາ ຈຶ່ງໄດ້ນໍາກໍາລັງເຂົ້າກວດກາລົດ, ກວດກາສິນຄ້າ ແລະ ເອກະສານການອະນຸຍາດໃນການນຳເຂົ້າສິນຄ້າ.

ຜ່ານການກວດກາເບື້ອງຕົ້ນເຫັນວ່າ: ບໍ່ມີໃບຢັ້ງຢືນການເສຍພາສີປະຈຳດ່ານ, ບໍ່ມີໃບອານຸຍາດເຂົ້າຊິ້ນສ່ວນສັດປີກຈາກກົມລ້ຽງສັດ ແລະ ການປະ ມົງ ແລະ ບໍ່ມີການຢັ້ງຢືນຄຸນນະພາບຈາກພະ ແນກອາຫານ ແລະ ຢາ ກະຊວງສາທາລະນະສຸກ, ເຊິ່ງມີພຽງແຕ່ໃບນໍາສົ່ງສິນຄ້າ ຂອງບໍລິສັດ ວັນລອງການຄ້າຂາອອກ-ຂາເຂົ້າ ຈຶ່ງໄດ້ກັກສິນຄ້າໄວ້ເພື່ອລໍຖ້າເຈົ້າຂອງມາພົວພັນ.

ນາງ ຍົງແພງ ແກ້ວຄໍາລຽງ ເຈົ້າຂອງສິນຄ້າໄດ້ ໃຫ້ການວ່າ: ໄດ້ຊື້ສິນຄ້າປະເພດສິ້ນສ່ວນສັດປີກມາແຕ່ແຂວງບໍລິຄຳໄຊ ເພື່ອນຳມາຈຳໜ່າຍໃນທ້ອງຕະຫຼາດຢູ່ນະຄອນຫຼວງວຽງຈັນ, ເຊິ່ງສິນຄ້າຈຳນວນດັ່ງກ່າວ ປະກອບມີ ໄກ່ປອກ ຈໍານວນ 513 ຖົງ ຖົງ 7 ກິໂລກຼາມ ນ້ຳໜັກ 3.591 ກິໂລກຼາມ, ຂາໄກ່ 210 ແກັດ/ 12 ກິໂລກຼາມນ້ຳໜັກ 1.480 ກິໂລ ກຼາມ ຈຳນວນ 3 ລາຍການ ນໍ້າໜັກລວມ 7.591 ແມ່ນໄດ້ຊີ້ນຳ ບໍລິສັດ ວັນລອງ ການຄ້າ ຂາອອກ-ຂາເຂົ້າ ຈຳກັດ ( ມີໃບບິນຊື້-ຂາຍ ແຕ່ບໍ່ມີລາຄາສິນຄ້າບໍ່ລະບຸເງິນ ແລະ ບໍ່ໄດ້ຈໍາກາຈາກບໍລິສັດ ) ຂຶ້ນມານະຄອນຫຼວງວຽງຈັນ; ຈາກນັ້ນ, ຈຶ່ງນໍາໄປສົ່ງ ແລະ ຂາຍຕໍ່ໃຫ້ແມ່ຄ້າຕາມທ້ອງຕະຫຼາດ, ຕົນເອງແມ່ນມີໃບທະບຽນວິສາຫະກິດ, ໃບອະນຸຍາດດຳເນີນທຸລະກິດກະສິກຳ-ປ່າໄມ້ ແລະ ໃບຢັ້ງຢືນສາງເຢັນເທົ່ານັ້ນ.

ຕໍ່ມາວັນທີ 7 ທັນວາ 2021, ກົມ ຕໍາຫຼວດສິ່ງແວດລ້ອມ ເປີດກອງປະຊຸມກັບພາກສ່ວນກ່ຽວຂ້ອງ ເພື່ອປຶກສາຫາລືກ່ຽວກັບການນໍາເຂົ້າສິນຄ້ານໍາເຂົ້າຜ່ານດ່ານມິດຕະພາບ ແຂວງບໍລິຄຳໄຊ ຂອງບໍລິສັດມະຫາໄຊ ທະເລສົດຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ຮ່ວມກັບພັກພວກ ຊື່ ທ້າວ ທ້າວ ກາສິພັນ ອາຍຸ 35 ປີ ສັນ ຊາດໄທ ພັກເຊົາຢູ່ບ້ານທາດຫຼວງ ເມືອງໄຊເສດຖາ ແລະ ນາງ ນິພາພອນ ອາຍຸ 43 ປີ ສັນຊາດໄທ ທີ່ເຄື່ອນໄຫວຄ້າຂາຍ, ນໍາເຂົ້າ, ຈໍາໜ່າຍສິນຄ້າ ແລະ ບໍລິສັດອື່ນໆ.