ຕະຫຼອດໄລຍະ 58 ປີຜ່ານມາ, ພັກ ແລະ ລັດຖະບານ ກໍຄືກະຊວງ ປກສ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາຢ່າງໃກ້ຊິດຕໍ່ຂົງເຂດວຽກງານຄຸມຂັງ-ດັດສ້າງ ເຮັດໃຫ້ມີການເຕີບໃຫຍ່ຂະຫຍາຍຕົວເທື່ອລະກ້າວ ຜົນງານເດັ່ນນັບແຕ່ປີ 2010-2022 ການນໍາກະຊວງ ປກສ ໄດ້ ກໍານົດຍຸດທະສາດວຽກງານ ປກສ ໂດຍກໍານົດ 4 ແຜນງານ 41 ໂຄງການ ເພື່ອໃຫ້ຄະນະພັກ-ຄະນະ ບັນຊາແຕ່ລະກົມກອງອ້ອມຂ້າງກະຊວງ ແລະ ທ້ອງ ຖິ່ນຈັດຕັ້ງປະຕິບັດ; ໃນນີ້ ມີໂຄງການວຽກງານ ຄຸມຂັງ-ດັດສ້າງ ເຊິ່ງກໍານົດ 12 ກິດຈະກໍາ ຜ່ານການຈັດຕັ້ງປະຕິ ບັດເຮັດໃຫ້ກົມຕໍາຫຼວດຄຸມຂັງ-ດັດສ້າງ ໄດ້ຮັບການປັບປຸງ ແລະ ປ່ຽນແປງໃໝ່ ຈາກອັນເກົ່າໄປສູ່ອັນໃໝ່ທີ່ມີຄວາມກ້າວໜ້າທັນສະໄໝຂຶ້ນເທື່ອລະກ້າວ.

ພົຈວ ສົມລິດ ດາວຮຸ່ງສຸລິ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ປກສ ໃນວັນທີ 7 ກຸມພາ 2022, ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງຕໍາຫຼວດຄຸມຂັງ-ດັດສ້າງ ຄົບຮອບ 58 ປີ ( 9 ກຸມພາ 1964-9 ກຸມ ພາ 2022 )ໃຫ້ຮູ້ວ່າ: ອັນພົ້ນເດັ່ນ ກ່ວາໝູ່ແມ່ນການປັບປຸງກົງຈັກການ ຈັດຕັ້ງ, ປັບປຸງກໍາລັງດ້ານກົງຈັກ ເບື້ອງລັດ: ກົມຕໍາຫຼວດຄຸມຂັງ-ດັດສ້າງ ໄດ້ແຍກຕົວອອກຈາກກົມໃຫຍ່ຕໍາຫຼວດ ໃນປີ 2009 ເປັນກົມເອກະລາດຂຶ້ນກັບການຊີ້ນໍາໂດຍກົງຂອງລັດຖະມົນຕີກະຊວງ ປກສ ແລະ ໄດ້ປັບປຸງບັນດາພະແນກ ທັງໝົດ 9  ພະແນກ ແລະ ປັບປຸງຄ້າຍຄຸມຂັງ ປະຈໍາພາກເໜືອ, ພາກກາງ, ພາກໃຕ້ ລວມທັງໝົດ 7 ແຫ່ງ ເພື່ອກັກຂັງ ແລະ ຄຸ້ມຄອງສະເພາະແຕ່ນັກໂທດ ແລະ ຫັນ ເອົາຄ້າຍຄຸມຂັງຢູ່ບັນດາແຂວງ ໃນ 18 ແຂວງ ເປັນຄ້າຍກັກຂັງຊົ່ວຄາວຂຶ້ນກັບການຄຸ້ມຄອງຂອງກອງບັນຊາການ ປກສ ແຂວງ; ນອກຈາກຄ້າຍພາກແລ້ວ ພວກ ເຮົາຍັງມີຄ້າຍດັດສ້າງ 1 ແຫ່ງ ແລະ ຄ້າຍທໍາການຜະລິດ 1 ແຫ່ງຂຶ້ນກັບກົມຕໍາຫຼວດຄຸມຂັງ-ດັດສ້າງ.

ດ້ານກົງຈັກເບື້ອງພັກ: ກົມຕໍາຫຼວດຄຸມຂັງ-ດັດສ້າງ ມີ 18 ໜ່ວຍ ພັກຮາກຖານຂຶ້ນກັບເຮັດໜ້າທີ່ຊີ້ ນໍາ-ນໍາພາ ແຕ່ລະພະແນກຄ້າຍໃນ ການປະຕິບັດວຽກງານຮອບດ້ານ ແລະ ສຸມໃສ່ໃນການສ້າງພັກ, ສ້າງພະນັກງານຕ້ານປະກົດການຫຍໍ້ທໍ້ຢູ່ພາຍໃນຢ່າງແຂງແຮງ ເພື່ອເຮັດໃຫ້ກົມກອງປອດໃສ, ເຂັ້ມແຂງໜັກແໜ້ນເທື່ອລະກ້າວ.

ການປັບປຸງກໍາລັງ: ການນໍາກະຊວງ ປກສ ໄດ້ເອົາໃຈໃສ່ໃນການປະກອບກໍາລັງທີ່ຮຽນຈົບວິຊາສະເພາະຊັ້ນກາງ, ຊັ້ນສູງ, ປະລິນຍາຕີ, ປະລິນຍາໂທ, ປະລິນຍາເອກ ຈາກໂຮງຮຽນແຫ່ງຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ. ພ້ອມທັງອະນຸມັດໃຫ້ກົມຕໍາຫຼວດຄຸມຂັງ-ດັດສ້າງ ເປີດຮັບກໍາລັງໃໝ່ທີ່ຮຽນຈົບ ມໍ 7 ເພື່ອເຂົ້າຮຽນວິຊາສະເພາະຕໍາຫຼວດຊັ້ນຕົ້ນສາຂາວິຊາຄຸມຂັງ-ດັດສ້າງ ແລະ ເປີດຮັບສະໝັກນັກສຶກສາທີ່ຮຽນຈົບວິຊາສະເພາະອື່ນໆ ເຊັ່ນ: ວິຊາແພດໝໍ, ວິຊາກົດໝາຍ, ໄຟຟ້າ, ກໍ່ສ້າງ, ວິຊາກະສິກໍາການປູກ, ການລ້ຽງອື່ນໆ ເຂົ້າມາຝຶກອົບຮົມວິຊາສະເພາະຕໍາຫຼວດໄລຍະສັ້ນ ແລ້ວເຂົ້າເຮັດວຽກຢູ່ກົມຄຸມຂັງ-ດັດສ້າງ.

ສໍາລັບທິດທາງແຜນການສະເພາະໜ້າ ແລະ ຍາວນານ, ຄະນະ ພັກ-ຄະນະບັນຊາຈະສຸມໃສ່ປັບປຸງກໍາລັງໃຫ້ຕອບສະໜອງກັບຄວາມຮຽກ ຮ້ອງຕ້ອງການທາງດ້ານປະລິມານ ແລະ ຄຸນະພາບ ເພາະກໍາລັງເປັນສິ່ງທີ່ຕັດສິນຜົນສໍາເລັດຂອງວຽກງານ, ເປັນຜູ້ຕັດສິນປະສິດທິຜົນຂອງງານ ແລະ ຕ້ອງສ້າງກໍາລັງດັ່ງກ່າວເປັນກໍາລັງທີ່ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສ້າງໃຫ້ເປັນຄົນທີ່ຄິດດີ, ເວົ້າດີ ແລະ ເຮັດດີ. ສຸມໃສ່ໃນການປັບປຸງວິຊາສະເພາະ ທຸກວຽກງານຕ້ອງມີນິຕິກໍາເປັນບ່ອນອີງໃສ່ໃນການປະຕິບັດ ແລະ ປະຕິບັດໃຫ້ຖືກຕາມນິຕິກໍາ, ຮັບປະກັນດ້ານແນວ ທາງນະໂຍບາຍຂອງພັກ, ຮັບປະກັນຖືກກັບກົດໝາຍ ແລະ ລະບຽບການ, ຮັບປະກັນດ້ານວິຊາສະເພາະ.