ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ (509) ກະຊວງ ປກສ ໄດ້ເປີດບັ້ນດຳເນີນຊີວິດການເມືອງ ປະຈຳປີ 2021 ໃນວັນ ທີ 3 ກຸມພາ 2022, ເປັນປະທານ ໂດຍ ສະຫາຍ ພັອ ໜູໃບ ອິນທິສານ ຄະນະພັກກະຊວງ ເລຂາຄະນະພັກກົມ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຄະນະພັກ, ຄະນະພະແນກ, ສະມາຊິກພັກ, ຫົວໜ້າ-ຮອງໜ່ວຍງານ ເຂົ້າຮ່ວມ.

ການເປີດບັ້ນດໍາເນີນຊີວິດການເມືອງຄັ້ງນີ້, ແມ່ນອີງຕາມແຜນການດຳເນີນຊີວິດການເມືອງຂອງຄະນະພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ 5 ສະບັບເລກທີ 24/ຄພ.ປກສ, ລົງ ວັນທີ 5 ກໍລະກົດ 2021; ອີງຕາມແຜນການຈັດຕັ້ງດໍາເນີນຊີວິດການເມືອງທົ່ວກໍາລັງປ້ອງກັນຄວາມສະຫງົບ ປະຈຳປີ 2021 ສະບັບ ເລກທີ 4390/ກມປສ, ລົງວັນທີ 24 ທັນວາ 2021 ແລະ ອີງຕາມຂໍ້ຕົກລົງຂອງລັດຖະມົນຕີປ້ອງກັນຄວາມສະຫງົບ ສະບັບເລກທີ 3237/ປກສ, ລົງວັນທີ 31 ທັນວາ 2021 ວ່າດ້ວຍການເປີດບັ້ນດຳເນີນຊີວິດການເມືອງ ປະຈຳປີ 2021; ການເປີດບັ້ນດຳເນີນ ຊີວິດການເມືອງແມ່ນເພື່ອເຮັດໃຫ້ພະນັກງານ-ນັກຮົບອ້ອມຂ້າງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານເຊື່ອມຊຶມ, ກຳແໜ້ນ ທາດແທ້ມູນເຊື້ອປະຕິວັດອັນສະຫງ່າງາມ, ຜົນສຳເລັດໄຊຊະນະອັນໃຫຍ່ຫຼວງ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນຕະຫຼອດໄລຍະຜ່ານມາ ພາຍໃຕ້ການນຳພາ ເດັດຂາດໂດຍກົງ ແລະ ຮອບດ້ານ ພ້ອມກັນປົກປັກຮັກສາ, ເສີມຂະຫຍາຍມູນເຊື້ອດັ່ງກ່າວ; ເພື່ອເປັນສຳຫຼວດກວດກາຄືນສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ການຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນວິທີເຮັດວຽກຂອງພະນັກງານ-ນັກຮົບໃນທົ່ວກຳລັງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໃນໄລຍະ 1 ປີ ຜ່ານມາ.

ສໍາລັບເອກະສານທີ່ນໍາມາ ເຜີຍຄັ້ງນີ້ມີ: ເອກະສານເສີມຂະຫຍາຍທາດແທ້-ມູນເຊື້ອປະຕິວັດອັນສະຫງ່າຂອງກຳລັງປ້ອງກັນຄວາມສະຫງົບ, ເອກະ ສານຕັ້ງໜ້າຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທຳປະຕິວັດ ແລະ ປັບປຸງແບບແຜນວ ທີເຮັດວຽກຂອງນາຍ ແລະ ພົນຕຳຫຼວດໃນໄລຍະໃໝ່, ເອກະສານ ຈັນຍາທຳ ແລະ ຈັນຍາບັນຂອງນາຍ ແລະ ພົນຕຳຫຼວດ, ແນະນໍາວິທີການຂຽນໃບສໍາຫຼວດ, ວິທີຜ່ານໃບສໍາຫຼວດ.