ເມືອງທ່າພະບາດ ແຂວງບໍລິ ຄໍາໄຊ ໄດ້ເປີດຂະບວນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢູ່ບ້ານໜອງເກີນ ໃນວັນທີ 3 ກຸມພາຜ່ານມາ, ເປັນປະທານໂດຍ ທ່ານ ຄຳປຸ່ນ ສີຫາລາດ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງທ່າພະບາດ, ມີບັນດາຄະນະພັກກອງບັນຊາການ ປກສ ເມືອງ, ຄະນະຮັບຜິດຊອບແກ້ໄຂບັນຫາຢາເສບຕິດຂັ້ນເມືອງ, ພະນັກງານ-ນັກຮົບ, ປກສ ກຸ່ມ ບ້ານ, ນາຍບ້ານ, ພໍ່-ແມ່ປະຊາຊົນ ເຂົ້າຮ່ວມ.

ໃນພິທີ, ຄະນະປະທານ ແລະ ຄະນະຮັບຜິດຊອບ ໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ເຊື່ອມຊຶມເອກະສານທີ່ສໍາຄັນໃຫ້ພໍ່ແມ່ປະຊາຊົນ ໄດ້ຮັບຮູ້ເຂົ້າໃຈ ເຊັ່ນ: ຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກແຕ່ລະຂັ້ນຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາ ເສບຕິດ, ມະຕິຕົກລົງຂອງຄະນະປະຈໍາພັກເມືອງ ວ່າດ້ວຍການແຕ່ງຕັ້ງຄະນະນໍາພາ-ຊີ້ນໍາ ແລະ ຄະນະຮັບຜິດຊອບຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບການແກ້ໄຂບັນຫາຢາເສບຕິດ, ໂຄງການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ. ພ້ອມນັ້ນ, ຍັງໄດ້ຍົກໃຫ້ເຫັນຜົນຮ້າຍ ແລະ ໄພອັນຕະລາຍຂອງຢາ ເສບຕິດມາເຜີຍແຜ່ເຊື່ອມຊຶມ ໃຫ້ພໍ່-ແມ່ປະຊາຊົນ ແລະ ບັນດາ ກຸ່ມເປົ້າໝາຍໄດ້ຮັບຮູ້ເຂົ້າ ໃຈ, ເຊິ່ງ ຢາເສບຕິດທຸກຊະນິດລ້ວນແຕ່ມີຜົນກະທົບ” ໂດຍກົງຕໍ່ບຸກ ຄົນ, ຄອບຄົວທີ່ພົວພັນຄ້າ-ຂາຍ ແລະ ເສບຢາເສບຕິດ, ຕໍ່ກັບຜູ້ເສບ ກໍ່ເຮັດໃຫ້ສຸຂະພາບຮ່າງກາຍຊຸດ ໂຊມຈ່ອຍຜອມ, ເກີດອາການປະ ສາດຫຼອນ, ເຮັດໃຫ້ການປະກອບອາຊີບເພື່ອພັດທະນາຄອບຄົວຫຼຸດລົງ, ເຮັດໃຫ້ຄອບຄົວບໍ່ມີຄວາມສະຫົງບສຸກ, ສັງຄົມບໍ່ມີຄວາມສະ ຫງົບປອດໄພ, ເກີດການກໍ່ອາລະວາດຕີກັນ, ປຸ້ນຈີ້, ຊິງຊັບ, ລັກຊັບ, ຂົ່ມຂືນທໍາຊໍາເລົາ ແລະອື່ນໆ, ຕໍ່ກັບຜູ້ທີ່ພົວພັນຄ້າຂາຍ ກໍຈະຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີຕາມກົດໝາຍ, ຖືກສານຕັດສິນລົງໂທດ, ຕັດອິດສາລະພາບຈໍາຄຸກຕາມສະຖານໜັກເບົາ, ໃນກໍລະນີຮ້າຍແຮງກໍຈະຖືກຕັດສິນຈໍາຄຸກຕະຫຼອດຊີວິດ ຫຼື ຖືກປະຫານຊີວິດ.

ທ່ານ ຄຳປຸ່ນ ສີຫາລາດ ໄດ້ຊີ້ນຳໃຫ້ຄະນະຮັບຜິດຊອບເອົາໃຈໃສ່ຮ່ວມມືປະສານສົມທົບກັບອໍານາດການປົກຄອງບ້ານ ແລະ ພໍ່-ແມ່ປະຊາຊົນພາຍໃນບ້ານ ເພື່ອເຮັດວຽກງານສອບສວນຂັ້ນພື້ນຖານ, ເກັບກໍາສະພາບລວມຂອງ ບ້ານ, ຄັດຈ້ອນ, ຂຶ້ນບັນຊີເປົ້າໝາຍ, ແບ່ງປະເພດເປົ້າໝາຍ ເຊັ່ນ: ເປົ້າ ໝາຍຄ້າ-ຂາຍ, ຂົນສົ່ງ, ເປົ້າໝາຍເຄີຍຖືກຄະດີ, ເຄີຍຖືກ ສານຕັດສິນ, ເຄີຍຖືກດັດສ້າງ, ຖືກສຶກສາອົບຮົມ, ເປົ້າໝາຍຕ້ອງສົງໄສ ແລະ ເປົ້າໝາຍທີ່ເປັນຄົນຕ່າງປະເທດຢ່າງລະອຽດ, ຈະແຈ້ງ, ຮັດກຸມ, ເພື່ອແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນຄຸ້ມຄອງ, ຕິດຕາມ, ກວດກາ, ສຶກສາອົບຮົມກ່າວເຕືອນ, ຕໍ່ເປົ້າໝາຍທີ່ມີຄວາມຕື່ນຕົວສະໝັກໃຈລາຍງານ ກໍຈະໄດ້ເຮັດບົດບັນທຶກມອບໃຫ້ການຈັດຕັ້ງບ້ານ, ພໍ່ແມ່ຜູ້ປົກຄອງ ແລະ ເຈົ້າໜ້າທີ່ ປກສ ກຸ່ມບ້ານ, ປກສ ເມືອງ ຄຸ້ມຄອງ, ຕິດຕາມ, ກວດກາ, ສຶກສາອົບຮົມໃຫ້ຢຸດເຊົາ, ຖ້າບໍ່ສາມາດຢຸດເຊົາດ້ວຍຕົວເອງກໍ່ຈະໄດ້ສົ່ງ ຕົວໄປບໍາບັດປິ່ນປົວ, ຕໍ່ກັບເປົ້າໝາຍທີ່ບໍ່ໃຫ້ການຮ່ວມມື, ບໍ່ຈິງໃຈລາຍງານແມ່ນຈະໄດ້ໃຊ້ມາດຕະການທາງດ້ານກົດໝາຍຢ່າງເຂັ້ມງວດ.