ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປະສານງານລະຫວ່າງກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ ກັບກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ສະຫະພັນນັກຮົບເກົ່າ ແຫ່ງຊາດລາວ ໄລຍະ 5 ປີ ( 2016 -2020 ) ໄດ້ຈັດຂຶ້ນໃນວັນທີ 9 ກຸມພາ 2022, ໂດຍມີ ທ່ານ ປອ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນ ຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີປະທານກໍາມາທິການ ປກຊ-ປກສ ສະພາແຫ່ງຊາດ, ຕາງໜ້າຈາກກໍາມາທິການກະຊວງປ້ອງ ປະເທດ, ກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍສະຫະພັນນັກຮົບແຫ່ງຊາດລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ປອ ມາລາ ວິລະຈິດ ຮອງປະທານກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ ໄດ້ຂຶ້ນລາຍງານບົດສະຫຼຸບຕີລາຄາໂດຍສັງເຂບ ຜ່ານການເຄື່ອນໄຫວປະສານງານໄລຍະ 5 ປີ, ເຊິ່ງໄດ້ຜົນງານເປັນຕົ້ນແມ່ນໄດ້ເອົາໃຈໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສາມາດນໍາມາພິຈາລະນາ ແລະ ຮັບຮອງເອົາໃນກອງປະຊຸມສາມັນຂອງສະພາແຫ່ງຊາດ ມີ 3 ສະບັບ ຄື: ກົດໝາຍ ວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບ (ປັບປຸງປີ 2017), ກົດໝາຍ ວ່າດ້ວຍທະຫານກອງທັບປະຊາຊົນລາວ (ປັບປຸງປີ 2018) ແລະ ກົດໝາຍ ວ່າດ້ວຍການຮ່ວມມືລະຫວ່າງປະເທດທາງອາຍາ ( ສ້າງໃໝ່ປີ 2020 ), ໃນປີ 2021 ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງການຈັດຕັັ້ງປະຕິບັດວາລະແຫ່ງຊາດຂອງລັດຖະບານ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄດ້ນໍາສະເໜີປັບປຸງກົດ ໝາຍ ວ່າດ້ວຍຢາເສບຕິດ ແລະ ຖືກຮັບຮອງເອົາໃນກອງປະຊຸມວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ, ດໍາລັດວ່າດ້ວຍກໍາລັງສໍາຮອງປ້ອງກັນຊາດ ( ສ້າງໃໝ່ປີ 2021 ) ແລະ ສົນທິສັນຍາວ່າດ້ວຍການໂອນຜູ້ຖືກສານຕັດສິນລົງໂທດລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ (ສ້າງໃໝ່ປີ 2020).

ນອກນັ້ນ, ຍັງໄດ້ແກ້ໄຂຄໍາຮ້ອງຂໍຄວາມເປັນທໍາທີ່ພົວພັນເຖິິງຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທັງໝົດ 47 ເລື່ອງ, ໃນກອງປະຊຸມ, ໄດ້ລົງນາມຂໍ້ຕົກລົງຮ່ວມກັນ ວ່າດ້ວຍການປະສານງານ 5 ປີຕໍ່ໜ້າ (2021-2025) ລະຫວ່າງກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສະ ພາແຫ່ງຊາດ ຕາງໜ້າໂດຍ ພົຕ ສົງສັດ ພັນທະວົງ ປະທານກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສະພາແຫ່ງຊາດ ກັບຄະນະປະສານກະຊວງປ້ອງກັນປະເທດຕາງໜ້າ ໂດຍ ພົຕ ຈັນທອນ ສອນຕະອາດ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ຕາງໜ້າ ໂດຍ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ຕາງໜ້າໂດຍ ພົຈວ ຄໍາຫອມ ແສງບົວລົມ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ.