ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ສາມາດກັກຕົວ 2 ເປົ້າໝາຍພົວພັນຢາເສບຕິດປະເພດຢາບ້າ ຈໍານວນ 3.869 ເມັດ.

ວັນທີ 2 ກຸມພາ 2022, ເຈົ້າໜ້າທີ່ ປກສ ນະຄອນໄກສອນພົມວິຫານ ໄດ້ຈັບຕົວເປົ້າໝາຍຢາເສບຕິດ ຊື່ ທ້າວ ອັກສອນ ປະດິດ ຫຼື ໂອ້ ອາຍຸ 29 ປີ,  ຢູ່ຮ້ານຕັດຜົມແຫ່ງໜຶ່ງເຂດບ້ານທ່າເມືອງນະຄອນໄກສອນ ພ້ອມຂອງກາງຢາເສບຕິດ ຈໍານວນ 1.869 ເມັດ ທີ່ຊຸກເຊື່ອງໄວ້ໃນເບາະລົດຈັກ ແລະ ທ້າວ ໂຊກທະວີ ຫຼື ຈິມມີ້ ອາຍຸ 17 ປີ, ທັງສອງວ່າງງານ ບ້ານໂພໄຊ ນະຄອນໄກສອນ ແຂວງສະຫວັນນະເຂດ, ຜ່ານການກວດຄົ້ນເຮືອນຜູ້ກ່ຽວພົບຢາບ້າ ຈໍານວນ 1 ມັດ ເທົ່າກັບ 2.000 ເມັດ ຊຸກເຊື່ອງໄວ້ໃນຫ້ອງນອນຂອງຜູ້ກ່ຽວ.

ຈາກນັ້ນ, ທາງວິຊາສະເພາະ ຈຶ່ງໄດ້ນໍາຕົວພວກກ່ຽວມາສືບສວນ-ສອບສວນ ພວກກ່ຽວໃຫ້ການວ່າ: ຢາບ້າຈໍານວນ 3.869 ເມັດ, ລົດຈັກ 1 ຄັນ ແລະ ໂທລະສັບ 2 ເຄື່ອງ ເປັນຂອງພວກກ່ຽວທີ່ ນໍາໃຊ້ເຂົ້າໃນການເຄື່ອນໄຫວຄ້າ ຂາຍຢາເສບຕິດ; ປັດຈຸບັນຄະດີດັ່ງ ກ່າວຍັງຢູ່ໃນຂັ້ນຕອນຂະຫຍາຍ ຜົນຫາຜູ້ຮ່ວມຂະບວນການ.