ວິທະຍາຄານ ສັນຕິບານ ປະຊາຊົນ () ກະຊວງ ປກສ ໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາບັນຊາຂັ້ນກະຊວງຄຸ້ມຄອງ ເພື່ອບຳລຸງ-ກໍ່ສ້າງ ຈັດວາງ, ສັບຊ້ອນ ແລະ ນຳໃຊ້ຜູ້ທີ່ມີຄວາມຮູ້ຄວາມສາມາດ, ຄົບມາດຖານເງື່ອນໄຂຢູ່ຕຳແໜ່ງງານຂັ້ນນຳພາ-ບັນຊາຕາມເປົ້າໝາຍ, ໃນວັນທີ 9 ກຸມພາ 2022, ໂດຍ ມີ ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ພົຈວ ປອ ວັນສົມ ສີສົມບັດ ອຳນວຍການ ວສປ ມີບັນດາຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງ ວສປ ເຂົ້າຮ່ວມ.

ພົຈວ ຄຳສາຍ ຈັນທະວົງ ກ່າວວ່າ: ແຜນກຳນົດພະນັກງານແມ່ນຂະບວນວິວັດແຫ່ງການສ້າງພະນັກງານຫຼັກແຫຼ່ງທັງໃນປັດຈຸບັນ ແລະ ອະນາຄົດ, ເນື້ອແທ້ຂອງການສ້າງແຜນກຳນົດພະນັກງານແມ່ນເພື່ອບຳລຸງ-ກໍ່ສ້າງຈັດວາງ, ສັບຊ້ອນ ແລະ ນຳໃຊ້ຜູ້ທີ່ມີຄວາມຮູ້ຄວາມສາມາດ, ຄົບມາດຖານເງື່ອນໄຂຢູ່ຕຳແໜ່ງງານຂັ້ນນຳພາ-ບັນຊາຕາມເປົ້າໝາຍຜ່ານໄລຍະເວລາຍາວ. ດັ່ງນັ້ນ, ວຽກສ້າງແຜນກໍານົດພະນັກງານ ຈຶ່ງເປັນໜ້າທີ່ ຄວາມຮັບຜິດຊອບ ໂດຍກົງເປັນວຽກປົກກະຕິໃນຊີວິດການເມືອງຂອງຄະນະພັກແຕ່ລະຂັ້ນ.

ໂດຍເຫັນໄດ້ຄວາມໝາຍຄວາມສຳຄັນດັ່ງກ່າວ, ວສປ ໄດ້ຄົ້ນຄວ້າກຳນົດເປົ້າໝາຍພະນັກງານ ເພື່ອຈັດວາງສັບຊ້ອນເຂົ້າໃສ່ຕຳແໜ່ງງານຂັ້ນ ກະຊວງຄຸ້ມຄອງປະສົບຜົນສຳເລັດ, ໂດຍສະເພາະແມ່ນການຄົ້ນຄວ້າກະກຽມບຸກຄະລາກອນໃຫ້ແກ່ກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນອັນໄດ້ປະກອບສ່ວນສຳຄັນໃຫ້ແກ່ການປັບປຸງພາຍໃນພັກມີຄວາມໜັກແໜ້ນ, ເຂັ້ມແຂງ ຍົກສູງຄວາມສາມາດນຳພາຂອງຄະນະພັກໃຫ້ສົມຄູ່ກັບການເລັ່ງທວງຂອງໜ້າທີ່ການເມືອງໃນໄລຍະໃໝ່, ຮັບປະກັນການຄົ້ນຄວ້າເລືອກເຟັ້ນບຸກຄະລາກອນປະກອບເຂົ້າໃນຄະນະພັກແຕ່ລະຂັ້ນຖືກຕ້ອງ ຕາມມາດຖານ-ເງື່ອນໄຂທີ່ໄດ້ກໍານົດໄວ້.

ສໍາລັບການສ້າງແຜນກໍານົດພະນັກງານນຳພາ-ບັນຊາຂັ້ນກະ ຊວງຄຸ້ມຄອງ ຂອງວິທະຍາຄານສັນຕິບານ ປະຊາຊົນໃນຄັ້ງນີ້, ໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳ ແລະ ບັນດາອະນຸກຳມະການຊ່ວຍວຽກບົນພື້ນຖານຫຼັກການປະສານສົມທົບກັບກົມຈັດຕັ້ງພະນັກງານ ແນໃສ່ໃຫ້ກອງປະຊຸມສ້າງແຜນກຳນົດພະນັກງານດຳເນີນໄປຖືກຕ້ອງຕາມທິດຊີ້ນໍາ, ຄາດໝາຍ ແລະ ຮັບປະກັນດ້ານເນື້ອໃນທີ່ໄດ້ກຳນົດໃນມະຕິເລກ ທີ 38, 39 ຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ແລະ ຄຳແນະນຳຂອງກົມໃຫຍ່ການເມືອງປ້ອງກັນຄວາມ ສະຫງົບ ເລກທີ 3543/ ກມປສ, ລົງວັນທີ 9 ພະຈິກ 2028. (ກອງ ປະຊຸມຈະດຳເນີນເປັນເວລາ 3 ວັນ ຈຶ່ງສຳເລັດ).