ອົງການກວດສອບແຫ່ງລັດ ຮ່ວມກັບສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການແຫ່ງລຸກຊໍາບວກ ປະຈໍາລາວ ໄດ້ຈັດກອງປະຊຸມວາງແຜນການປັບປຸງກົດໝາຍ ວ່າດ້ວຍການກວດສອບແຫ່ງລັດ ສະບັບເລກທີ 09/ສພຊ, ລົງວັນທີ 11 ພະຈິກ 2016, ເພື່ອ ເຮັດໃຫ້ກົດໝາຍດັ່ງກ່າວຄົບຖ້ວນ, ຮັດກຸມ, ໃຫ້ຮັບປະກັນໄດ້ຄຸນນະພາບ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ.

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 8 ກຸມພານີ້, ທີ່ໂຮງແຮມ ແລນມາກ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນເລີດ ເທບວົງ ສາຮອງປະທານອົງການກວດສອບແຫ່ງລັດ ຜູ້ຊີ້ນໍາຄະນະປັບປຸງກົດໝາຍ, ທ່ານ ຈອນ ຄອນນໍລີ ຜູ້ອໍານວຍການສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການແຫ່ງຣາຊະອານາຈັກລຸກຊໍາບວກ (ILSTA) ປະຈໍາ ສປປ ລາວ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນເລີດ ເທບວົງສາ ໄດ້ກ່າວວ່າ: ເມື່ອເສດຖະກິດ-ສັງຄົມ ມີການຂະຫຍາຍຕົວແນ່ນອນວ່າກົດໝາຍ ວ່າດ້ວຍການກວດສອບແຫ່ງລັດສະບັບປີ 2016 ຈະຕ້ອງມີຄວາມຈໍາເປັນທີ່ຈະຕ້ອງໄດ້ມີການປັບປຸງຕື່ມ ເພື່ອໃຫ້ສອດຄ່ອງ ແລະ ແທດເໝາະກັບຄວາມເປັນຈິງ; ເຊິ່ງເປັນບາດກ້າວໜຶ່ງເພື່ອ ຮອງຮັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງ ລັດ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ບັນດາຜູ້ທີ່ເຂົ້າຮ່ວມ ຈົ່ງພ້ອມກັນປະກອບຄໍາຄິດເຫັນຢ່າງກົງໄປ, ກົງມາ ເພື່ອໃຫ້ມີຄວາມຮັດກຸມ, ຮັບປະກັນ, ຄົບຖ້ວນ ແລະ ຖືກຕ້ອງ.

ທ່ານ ຈອນ ຄອນນໍລີ ໄດ້ກ່າວວ່າ: ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການແມ່ນສະຖາບັນໜຶ່ງຂອງປະເທດລຸກຊໍາບວກ, ເປັນຄູ່ຮ່ວມງານຂອງອົງການຊ່ວຍເຫຼືອເພື່ອການພັດທະນາຂອງລັດຖະບານລຸກຊໍາບວກ ປະຈໍາລາວ ທີ່ໃຫ້ການສະໜັບສະໜູນດ້ານການເສີມສ້າງຂີດຄວາມ ສາມາດແກ່ບັນດາໜ່ວຍງານດ້ານກົດໝາຍແກ່ພາກລັດ, ປະເທດລຸກຊໍາບວກ ເປັນປະເທດໜຶ່ງທີ່ໃຫ້ການຊ່ວຍເຫຼືອດ້ານການພັດທະນາຢູ່ ສປປ ລາວ ມາເປັນເວລາ ຍາວນານ, ການຊ່ວຍເຫຼືອດັ່ງກ່າວ ລວມທັງດ້ານວຽກງານສາທາລະນະສຸກ, ການພັດທະນາຊົນນະບົດ, ການຝຶກອົບຮົມທາງດ້ານວິຊາ ຊີບ ແລະ ຂົງເຂດທາງດ້ານການບໍລິຫານ ຄຸ້ມຄອງ.

ທ່ານ ຈອນ ຄອນນໍລີ ຍັງກ່າວຕື່ມວ່າ: ສະຖາບັນ, ຮູ້ສຶກເປັນກຽດທີ່ໄດ້ເປັນຕົວແທນໃຫ້ແກ່ລັດຖະບານລຸກຊໍາບວກ ໃນຖານະເປັນຜູ້ມີບົດບາດຫຼັກໃນຂົງເຂດວຽກງານດ້ານນີ້ ແລະ ພວກເຮົາຈະສືບຕໍ່ສະໜອງຄວາມຮູ້-ຊ່ຽວຊານ ເພື່ອການສະໜັບສະໜູນໃນຄວາມພະຍາຍາມດ້ານນີ້ໃຫ້ບັນລຸຕາມລະດັບຄາດໝາຍ.