ໃນວັນທີ 26 ມັງກອນ ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ແຂວງຄຳມ່ວນ ສືບຮູ້ຈະມີກຸ່ມແກ້ງຄ້າຂາຍນັດສົ່ງຢາເສບຕິດ ຢູ່ເຂດບ້ານໃໝ່ໂພສີ ເມືອງທ່າແຂກ ແຂວງຄຳມ່ວນ ຈຶ່ງນໍາກໍາລັງເຂົ້າຈັບເປົ້າໝາຍ ພ້ອມຢາບ້າ 2.000 ເມັດ.

ເຈົ້າໜ້າທີ່ວິຊາສະເພາະ ເປີດເຜີຍວ່າ: ພາຍຫຼັງສືບຮູ້ ຈຶ່ງໄດ້ລົງຕິດຕາມເປົ້າໝາຍເຄື່ອນໄຫວຄ້າຂາຍຢາເສບຕິດ. ຈາກນັ້ນ, ກໍໄດ້ສົ່ງເຈົ້າໜ້າທີ່ວິຊາສະເພາະ ລົງຕິດຕາມການເຄື່ອນໄຫວຢ່າງໃກ້ຊິດ.

ຜ່ານການຕິດຕາມ, ມາຮອດເວລາ 13:00 ໂມງ ຂອງວັນດຽວກັນ ພົບເຫັນເປົ້າໝາຍກໍາລັງຍ່າງເຂົ້າມາເຮືອນ. ດັ່ງນັ້ນ, ທາງເຈົ້າໜ້າທີ່-ທີ່ຕິດຕາມການເຄື່ອນໄຫວຢູ່ນັ້ນ ຈຶ່ງໄດ້ສະແດງຕົວນຳກຳລັງເພື່ອເຂົ້າຈັບກຸມ ທ້າວ ພົມມາ ອາຍຸ 28 ປີ ອາຊີບເຮັດນາ ຢູ່ບ້ານໃໝ່ໂພສີ ແລະ ໄດ້ກວດຄົ້ນເຮືອນຂອງຜູ້ກ່ຽວຈຶ່ງພົບເຫັນຢາບ້າ ຈຳນວນ 1 ມັດ ເທົ່າກັບ 2.000 ເມັດ ແລະ ຢາໄອສ໌ 1 ຖົງນ້ອຍ. ນອກນັ້ນ, ຍັງໄດ້ກວດພົບປືນແກັບ 1 ກະບອກ ແລະ ປືນລົມ 1 ກະບອກ ທີ່ໄດ້ຊຸກເຊື່ອງຢູ່ໄວ້ໃນຫ້ອງນອນຜູ້ກ່ຽວ.

ຜ່ານການສອບສວນ ຜູ້ກ່ຽວຍອມຮັບສາລະພາບວ່າ: ຢາເສບຕິດຈໍານວນດັ່ງກ່າວ ໄດ້ຊື້ມາຈາກກຸ່ມແກ້ງດຽວກັນ, ໄດ້ນຳມາເສບຈຳນວນໜຶ່ງ ສ່ວນທີ່ເຫຼືອແມ່ນນໍາໄປຂາຍໃຫ້ກັບໄວລຸ້ນທົ່ວໄປ ໃນເທດສະບານເມືອງທ່າແຂກ.