ພິທີປະກາດບົ່ງຕົວແຕ່ງຕັ້ງຮອງເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານກອງບັນຊາການປ້ອງກັນຄວາມສະຫງົບ ໄດ້ມີຂຶ້ນໃນທ້າຍອາທິດຜ່ານມາ ທີ່ສະໂມສອນເມືອງດາກຈຶງ ແຂວງເຊກອງ ເປັນກຽດເຂົ້າຮ່ວມໂດຍທ່ານ ໄລສວນ ມິດສຸວັນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງດາກຈຶງ, ມີບັນດາຄະນະປະຈຳພັກ, ກຳມະການພັກ, ຫົວໜ້າ ແລະ ຮອງຫ້ອງການພ້ອມດ້ວຍນາຍ ແລະ ພົນຕຳຫຼວດເຂົ້າຮ່ວມນຳ.

ໃນພິທີ, ທ່ານ ແສງສະຫວັນ ມຸງພົງໄຊ ຮອງຫົວໜ້າຄະນະຈັດຕັ້ງເມືອງໄດ້ຮັບກຽດຂຶ້ນຜ່ານມະຕິຕົກລົງສະບັບເລກທີ 258/ ຄປພມ ລົງວັນທີ 20/10/ 2021 ຂອງຄະນະປະຈຳພັກເມືອງວ່າດ້ວຍບົ່ງຕົວ-ແຕ່ງຕັ້ງເລຂາພັກຫ້ອງການກອງບັນຊາການ ປກສ ທີ່ຂຶ້ນກັບຄະນະພັກຮາກຖານກອງບັນຊາການ ປກສ ເມືອງດາກຈຶງ, ເຊິ່ງແຕ່ງຕັ້ງສະຫາຍ ພັທ ເພັດສະຫວັນ ສຸນິສອນ ເປັນເລຂາໜ່ວຍພັກຫ້ອງການກອງບັນຊາການ ປກສ, ມະຕິຕົກລົງສະບັບເລກທີ 250/ຄປພມ/ລົງວັນທີ 15/10/2021 ຂອງຄະນະປະຈຳພັກເມືອງວ່າດ້ວຍບົງຕົວ-ແຕ່ງຕັ້ງຮອງເລຂາຄະນະພັກຮາກຖານ ແລະ ກຳມະການຄະນະພັກຮາກຖານກອງບັນຊາການ ປກສ,ໂດຍແຕ່ງຕັ້ງສະຫາຍ ພັຕ ບຸນທະວີໃສ ພົມມະວົງສາ ຄະນະພັກຮາກຖານ, ປະທານກວດກາຄະນະພັກຮາກຖານຂຶ້ນເປັນຮອງເລຂາຄະນະພັກຮາກຖານ ທັງເປັນປະທານກວດກາຄະນະພັກຮາກຖານກອງບັນຊາການ ປກສ ເມືອງ ແລະ ສະ ຫາຍ ພັທ ເພັດສະຫວັນ ສຸນິສອນ ສະມາຊິກພັກສົມບູນຂຶ້ນເປັນກຳມະການຄະນະພັກຮາກຖານກອງບັນຊາການ ປກສ ເມືອງ.

ຈາກນັ້ນ, ທ່ານ ໄລສວນ ມິດສຸວັນ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງດາກຈຶງ ໄດ້ເນັ້ນໜັກໃຫ້ສະຫາຍທີ່ຖືກແຕ່ງຕັ້ງຕ້ອງແບ່ງໜ້າທີຄວາມຮັບຜິດຊອບໃຫ້ກັນຢ່າງລະອຽດ ເພື່ອສະດວກໃນການຈັດຕັ້ງປະຕິບັດວຽກງານຂອງຕົນຢ່າງເຂັ້ມງວດ, ເພື່ອຊີ້ນຳ-ນຳພາໃຫ້ສະມາຊິກພັກແຕ່ລະພະແນກການໃນກົມກອງກຳແໜ້ນ, ເຊື່ອມຊຶມບັນດາແນວທາງການເມືອງ, ລະບຽບກົດໝາຍ, ເພີ່ມທະວີຄວາມສະໝານສາມັກຄີພາຍໃນໃຫ້ໜັກແໜ້ນ ແລະ ພາຍນອກໃຫ້ກວ້າງຂວາງ.


ຂ່າວ-ພາບ:ອັດມາລາ