ໃນວັນທີ 11 ກຸມພາ 2022, ຫ້ອງວ່າການ ກະຊວງ ປກສ ໄດ້ຈັດພິທີເຊື່ອມຊຶມເອກະສານເປີດບັ້ນດໍາເນີນຊີວິດການເມືອງ ເພື່ອສໍາຫຼວດກວດກາຄືນການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ, ໂດຍການເຜີຍແຜ່ເອກະສານຂອງ ສະຫາຍ ພົຕ ສົມວັນ ສາຍລ້ອງພາ ຄະນະປະຈຳພັກກະຊວງ ເລຂາຄະນະພັກ ຫົວໜ້າຫ້ອງວ່າການ ກະຊວງ ປກສ, ມີຄະນະພັກ-ຄະນະກົມ, ຫົວໜ້າພະແນກ-ຮອງພະແນກ ພ້ອມດ້ວຍພະນັກງານ-ນັກຮົບ ອ້ອມຂ້າງ ຫ້ອງວ່າການ ກະຊວງ ປກສ ເຂົ້າຮ່ວມ.
ສະຫາຍ ພົຕ ສົມວັນ ສາຍລ້ອງພາ ກ່າວວ່າ:
ການເປີດບັ້ນດໍາເນີນຊີວິດການເມືອງ ທົ່ວຫ້ອງວ່າການ ກະຊວງ ປກສ ຄັ້ງນີ້ ເພື່ອໃຫ້ນາຍ ແລະ ພົນຕຳຫຼວດໄດ້ເຊື່ອມຊຶມ, ກໍາແໜ້ນທາດແທ້ມູນເຊື້ອອັນສະຫງ່າງາມ, ຜົນງານໄຊຊະນະອັນໃຫຍ່ຫຼວງ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບ ກໍຄື ກຳລັງຫ້ອງວ່າການປ້ອງກັນຄວາມສະຫງົບ ຕະຫຼອດໄລຍະຜ່ານມາ ພາຍໃຕ້ການນຳພາເດັດຂາດໂດຍກົງ ແລະ ຮອບດ້ານຂອງພັກປະຊາຊົນປະຕິວັດລາວ ເພື່ອພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອດັ່ງກ່າວໃຫ້ເຂັ້ມແຂງຂຶ້ນເລື້ອຍໆ.
+ ສຳລັບເນື້ອໃນເອກະສານບັ້ນດຳເນີນຊີວິດການເມືອງ ປະກອບມີ 4 ເອກະສານ ຄື:
- ເອກະສານເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດອັນສະຫງ່າງາມຂອງ ກຳລັງປ້ອງກັນຄວາມສະຫງົບປະຊາຊົນ
- ເອກະສານຕັ້ງໜ້າຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທຳປະຕິວັດ ແລະ ປັບປຸງແບບແຜນວິທີເຮັດວຽກຂອງນາຍ ແລະ ພົນຕຳຫຼວດໃນໄລຍະໃໝ່
- ເອກະສານຈັນຍາທຳ ແລະ ຈັນຍາບັນຂອງນາຍ ແລະ ພົນຕຳຫຼວດ
ພາຍຫຼັງເຊື່ອມຊຶມເອກະສານແລ້ວ, ຈະໄດ້ແນະນຳການຂຽນໃບສໍາຫຼວດຕົນເອງ ເພື່ອສັງເກດຕີລາຄາຄືນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ໃນໄລຍະ 1 ປີຜ່ານມາ ເພື່ອຕີລາຄາແບ່ງປະເພດ ໂດຍໃຫ້ໝູ່ຄູ່ໄດ້ປະກອບຄຳຄິດ-ຄຳເຫັນ.
ການຜ່ານບັ້ນດຳເນີນຊີດວິດການເມືອງໃນຄັ້ງນີ້ ຈະເຮັດໃຫ້ນາຍ ແລະ ພົນຕຳຫຼວດທຸກສະຫາຍ ມີການຫັນປ່ຽນຢ່າງຈະແຈ້ງ, ຕັ້ງໜ້າຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທຳປະຕິວັດ ເພື່ອເຮັດໃຫ້ຕົນເອງກາຍເປັນນາຍ ແລະ ພົນຕໍາຫຼວດທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮັບຜິດຊອບສູງ ໃນການປະຕິບັດໜ້າທີ່ວຽກງານ ໃຫ້ມີຜົນສໍາເລັດສູງຂຶ້ນກວ່າເກົ່າ.