ພິທີມອບ-ຮັບໂຄງການກໍ່ສ້າງສະໂມສອນ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດຂຶ້ນໃນວັນທີ 14 ກຸມພາ 2022, ມີ ພົອ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງ ປກສ ແລະ ທ່ານ ພຶດສະພາ ພູມມະສັກ ຕາງໜ້າບໍລິສັດ ນໍຣິນໂກ້ ສປ ຈີນ, ມີຮອງລັດຖະມົນຕີ, ຄະນະລັດຖະມົນຕີ ພ້ອມດ້ວຍຫົວໜ້າ-ຮອງຫ້ອງວ່າການ, ກົມໃຫຍ່, ກອງບັນຊາການ ແລະ ກົມກອງ ອ້ອມຂ້າງ ກະຊວງ ປກສ ເຂົ້າຮ່ວມ.

ທ່ານ ພຶດສະພາ ພູມມະສັກ ຕາງໜ້າບໍລິສັດ ນໍຣິນໂກ້ ສປ ຈີນ ໄດ້ລາຍງານ ວ່າ:

ໂຄງການດັ່ງກ່າວຕັັ້ງຢູ່ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເຊັນສັນຍາການກໍ່ສ້າງລະຫວ່າງ ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ກັບ ບໍລິສັດ ນຣິນໂກ້ ສປ ຈີນ ມູນຄ່າກໍ່ສ້າງທັງໝົດ 66.900.000.000 ກີບ ຫຼື 8.362.500 ໂດລາສະຫະລັດ, ເຊິ່ງໄດ້ເລີ່ມລົງມືກໍ່ສ້າງແຕ່ວັນທີ 14 ກຸມພາ 2020 ແລະ ໄດ້ສໍາເລັດການກໍ່ສ້າງວັນທີ 30 ມີນາ 2021.

ຜ່ານການຈັດຕັ້ງດຳເນີນການກໍ່ສ້າງສະໂມສອນຂອງ ກະຊວງປ້ອງກັນຄວາມສະຫງົບ, ມາຮອດວັນທີ 24 ທັນວາ 2021, ຄະນະກໍາມະການຮັບຜິດຊອບໂຄງການ ກໍໄດ້ລົງກວດກາເຫັນວ່າ ບັນດາໜ້າວຽກຕ່າງໆໄດ້ສຳເລັດ 100% ຕາມສັນຍາ, ຖືກຕ້ອງຕາມເຕັກນິກການກໍ່ສ້າງເຄຫາສະຖານ, ມີຄຸນນະພາບ ແລະ ມີຄວາມສວຍງາມ.

ໂດຍອີງຕາມການສະເໜີຂອງບໍລິສັດ ນໍຣິນໂກ້ ສປ ຈີນ ຜູ້ຮັບເໝົາກໍ່ສ້າງສະເໜີຂໍມອບໂຄງການກໍ່ສ້າງສະໂມສອນດັ່ງກ່າວໃຫ້ ກະຊວງປ້ອງກັນຄວາມສະຫງົບ ເພື່ອນຳໃຊ້ເຂົ້າໃນວຽກງານ ແລະ ຄຸ້ມຄອງປົກປັກຮັກສາຕໍ່ໄປ, ເພື່ອແນໃສ່ພັດທະນາພື້ນຖານໂຄງລ່າງຂອງ ກະຊວງປ້ອງກັນຄວາມສະຫງົບ ເປັນບ່ອນປະຊຸມ, ໂຮມຊຸມນຸມ ທັງເປັນສະຖານທີ່ຍຸດທະສາດຂອງກໍາລັງປ້ອງກັນຄວາມສະຫງົບ.

ໂຄງການກໍ່ສ້າງສະໂມສອນ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖືກອອກແບບໂດຍ ຜູ້ທີ່ມີປະສົບການ, ເຊິ່ງໄດ້ລວບລວມເອົາສະຖາປັດຕະຍາກໍາຂອງລາວຫຼາຍບ່ອນ ເປັນຕົ້ນແມ່ນຮູບຊົງ, ຫຼັງຄາຈາກຫຼວງພະບາງ ປະດັບປະດາດ້ວຍລາຍລາວປະສົມ ລາວປະຍຸກຝັ່ງ, ມີຮູບປັ້ນມ້າ 2 ໂຕ ຢູ່ດ້ານໜ້າ ເພືີ່ອເລົ່າຫວນຄືນປະຫວັດຂອງສະໜາມມ້າ (ເຊິ່ງສະຖານທີ່ດັ່ງກ່າວໃນອະດີດ ແມ່ນເປັນສະໜາມຝຶກຊ້ອມມ້າມາກ່ອນ).