ພັທ ເກດສະໜາ ພິຈິດ ຫົວໜ້າພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງ ວຽງຈັນ ໃຫ້ຮູ້ວ່າ: ໃນທ້າຍເດືອນມັງກອນ 2022, ເຈົ້າໜ້າທີ່ ສືບຮູ້ວ່າ ມີກຸ່ມຄົນບໍ່ດີເຄື່ອນໄຫວຄ້າຂາຍຢາເສບຕິດຢູ່ ບ້ານໂພສີ ເມືອງຫາດຊາຍຟອງ, ຈິ່ງໄດ້ແຕ່ງຕັ້ງກຳລັງວິຊາສະເພາະເກັບກຳຂໍ້ມູນແຫຼ່ງຂ່າວ ເຫັນວ່າມີມູນຄວາມຈິງ ຈິ່ງໄດ້ ລົງແກ້ໄຂເປົ້າໝາຍ ສາມາດຈັບຕົວຜູ້ຄ້າຂາຍຢາເສບຕິດໄດ້ 2 ຄົນ ພ້ອມຂອງກາງຈຳນວນຫຼາຍລາຍການ.

ໃນວັນທີ 12 ກຸມພາ 2022, ເວລາປະມານ 13:15 ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ພະແນກຕຳຫຼວດ ປກສ ເມືອງຫາດຊາຍຟອງ ໄດ້ເຂົ້າຈັບຕົວເປົ້າໝາຍຄ້າຂາຍຢາເສບຕິດຢູ່ບ້ານ ໂພສີ ໃນນີ້ ຈັບຜູ້ຖືກຫາ ໄດ້ 2 ຄົນ ຄືທ້າວ: ອານຸພາບ ( ຕ້າ ) ອາຍຸ 29 ປີ ກຳມະກອນ ຢູ່ບ້ານໜອງບອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ພ້ອມຂອງກາງຢາບ້າ 4 ມັດ ເທົ່າກັບ 8.000 ເມັດ, ຢາໄອສ໌ 7 ຖົງນ້ອຍ, ລົງເກັງວີອອດ ໝາຍເລກທະບຽນ ນຄ 9444 ຄຳແພງນະຄອນ; ທ້າວ ມານາຈິດ ( ຕູ່ນີ່ ) ອາຍຸ 32 ປີ ກຳມະກອນ ຢູ່ບ້ານສາຍລົມ ເມືອງຈັນທະບູລີ ນະຄອນຫຼວງວຽງ ວຽງຈັນ ພ້ອມຂອງກາງ ຢາໄອສ໌ 4 ຖົງ, ຢາອີ 5 ເມັດ.

ຜູ້ຖືກຫາທັງສອງສາລະພາບກັບເຈົ້າໜ້າທີ່ໃນເບື້ອງຕົ້ນວ່າ: ພວກກ່ຽວມີເຈດຕະນາພົວພັນຄ້າຂາຍຢາເສບຕິດ ແທ້, ຢາເສບຕິດທີ່ຊື້ມາຂາຍນັ້ນ ແມ່ນໄດ້ສັ່ງຊື່ຈາກຊາຍບໍ່ຮູ້ ຢູ່ເຂດບ້ານໜອງບຶກ ເມືອງສີໂຄດຕະບອງ ນະຄອນຫຼວງ ວຽງຈັນ ແລ້ວກໍນຳມາຂາຍໃຫ້ກຸ່ມມົ້ວສຸມຢາເສບຕິດຢູ່ເຂດບ້ານໂພສີ ເມືອງຫາດຊາຍຟອງ.

ທ້າວ ມານາຈິດ ຍັງໃຫ້ການອີກວ່າ: ຜ່ານມາ ຜູ້ກ່ຽວຖືກດຳເນີນຄະດີມາແລ້ວ 1 ຄັ້ງ ໃນປີ 2016 ໃນຂໍ້ຫາຄ້າ ຂາຍຢາເສບຕິດ ຖືກຕັດອິດສະຫຼະພາບ 5 ປີ ແລະ ຖືກປ່ອຍຕົວອອກມາໃນປີ 2020 ແລ້ວກັບມາກໍ່ເຫດອີກ.

 ປັດຈຸບັນ ເຈົ້າໜ້າທີ່ກຳລັງເລັ່ງສືບສວນ-ສອບສວນຫາຜູ້ຮ່ວມຂະບວນການມາລົງໂທດຕາມກົດໝາຍ.

         ຂໍ້ມູນ: ປກສ ເມືອງຫາດຊາຍຟອງ.