ກອງປະຊຸມປະຖົມນິເທດໃຫ້ນັກສຶກສາປະລິນຍາຕີກໍ່ສ້າງ ຮຸ່ນທີ 26 ແລະ ປະລິນຍາຕີຕໍ່ເນື່ອງ ຮຸ່ນທີ 19 ຈັດຂຶ້ນໃນວັນທີ 9 ກຸມພາ 2022, ເປັນປະທານໂດຍ ພັທ ນາງ ທອງສີ ທະແອງພົງສັກ ຫົວໜ້າຫ້ອງຄຸ້ມຄອງຫຼັກສູດການສຶກສາປະລິນຍາຕີ, ເຂົ້າຮ່ວມໂດຍ ພັອ ບຸນນ້ອມ ໄຊຍະພູມ ຮອງຫົວໜ້າອໍານວຍການວິທະຍາຄານສັນຕິບານປະຊາຊົນ (ວສປ), ມີຄູ-ອາຈານ ແລະ ນັກສຶກສາທັງ 2 ຮຸ່ນ ເຂົ້າຮ່ວມ.

ພັທ ບຸນຮຽນ ວົງຊົມພູ ຮອງຫົວໜ້າຫ້ອງຄຸ້ມຄອງຫຼັກສູດການສຶກສາປະລິນຍາຕີ ໄດ້ລາຍງານແຜນການຮຽນ-ການສອນລະບົບປະລິນຍາຕີຂອງ ວສປ ທັງນີ້ກໍເພື່ອກໍ່ສ້າງນາຍ ແລະ ພົນຕໍາຫຼວດ ໃຫ້ຖືກຕ້ອງຕາມແຜນຍຸດທະສາດການກໍ່ສ້າງຂອງກໍາລັງ ປກສ, ແນວທາງຂອງພັກ ແລະ ແຜນນະໂຍບາຍຂອງລັດ, ກໍ່ສ້າງນາຍ ແລະ ພົນຕໍາຫຼວດໃຫ້ຖືກຕ້ອງຕາມມາດຖານຫຼັກສູດແຫ່ງຊາດຂອງ ກະຊວງສຶກສາທິການ ແລະ ກິລາ ວາງອອກ, ສ້າງໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມູນເຊື້ອຂອງຊາດ, ມີຄວາມຮູ້-ຄວາມສາມາດທາງດ້ານວິຊາສະເພາະຂອງ ກໍາລັງ ປກສ.

ເຊິ່ງເນື້ອໃນການສຶກສາແມ່ນອີງໃສ່ຫຼັກການ, ວິທີການທາງວິທະຍາສາດປ້ອງກັນຄວາມສະຫງົບ ແລະ ລະບຽບກົດໝາຍຂອງ ສປປ ລາວ, ການຮຽນ-ການສອນຕ້ອງຕິດພັນກັບ ພຶດຕິກໍາຕົວຈິງ, ຕິດພັນກັບ ຄວາມກ້າວໜ້າທາງດ້ານວິທະຍາສາດເຕັກໂນໂລຍີອັນໃໝ່ ແລະ ວິທະຍາການອັນທັນສະໄໝຂອງໂລກ; ແຜນການຮຽນ-ການສອນຢູ່ ວສປ ຈະໄດ້ຈັດຕັ້ງປະຕິບັດວັນໜຶ່ງຮຽນ 5 ຊົ່ວໂມງ -7 ຊົ່ວໂມງ (ຈັນ-ສຸກ), ໜຶ່ງສົກຮຽນແບ່ງຄົນອອກເປັນ 2 ພາກຮຽນ, ພາກຮຽນ 1 ມີ 20 ອາທິດ, ໃຊ້ເວລາຮຽນຕົວຈິງ 16 ອາທິດ, ທວນ ແລະ ຈັດຕັ້ງສອບເສັງ 2 ອາທິດ.

ພັອ ບຸນນ້ອມ ໄຊຍະພູມ ໄດ້ເນັ້ນໃຫ້ ຄະນະຫ້ອງຄຸ້ມຄອງຫຼັກສູດການສຶກສາປະລິນຍາຕີ ເອົາໃຈໃສ່ກໍ່ສ້າງນັກຮຽນປະລິນຍາຕີທຸກຮຸ້ນ ໃຫ້ມີຄຸນນະພາບຄວາມສາມາດຮອບດ້ານ, ສາມາດນໍາໃຊ້ຄວາມຮູ້ເຂົ້າໃນພຶດຕິກໍາຕົວຈິງ ຢູ່ບັນດາກົມກອງຂອງຕົນທີ່ສັງກັດໄດ້ຮັບຜົນດີ.

ສະເພາະການຮຽນ-ການສອນຕ້ອງເລີ່ມຈັດຕັ້ງປະຕິບັດໂດຍໄວ ເພື່ອໃຫ້ທັນກັບກໍານົດເວລາທີ່ໂຮງຮຽນວາງອອກ, ຖ້ານັກສຶກສາຜູ້ໃດມີການຢຸດ-ໂຈະການຮຽນກາຍໜຶ່ງອາທິດຂຶ້ນໄປ ຕ້ອງໄດ້ຮຽນທົດແທນຄືນໃນວັນພັກລັດຖະການ ຫຼຶ ວັນເສົາ-ອາທິດ ເພື່ອທົດແທນໂມງທີ່ເສຍໄປ.

ສະເພາະນັກສຶກສາ ຕ້ອງເອົາໃຈໃສ່ສຶກສາຮໍ່າຮຽນໃຫ້ດີນໍາຄູ-ອາຈານ, ຫ້າວຫັນໃນການຮໍ່າຮຽນ ເພື່ອເຮັດໃຫ້ຕົນເອງກາຍເປັນນັກຮຽນດີ-ຮຽນເກັ່ງ ໄປຄຽງຄູ່ກັບ ການປະຕິບັດກົດລະບຽບຂອງໂຮງຮຽນວາງອອກຢ່າງເຂັ້ມງວດ.