ບໍລິສັດທີ່ປຶກສາກົດໝາຍ ອາໄພສັກສິດ ຈໍາກັດ ໄດ້ມອບຄອມພິວເຕີໂນດບຸກໃຫ້ ກົມສື່ມວນຊົນ ກົມໃຫຍ່ການເມືອງ ປກສ, ກ່າວມອບໂດຍ ທ່ານ ສິດປະກອນ ພົມມະວົງສາ ປະທານບໍລິສັດດັ່ງກ່າວ ແລະ ຮັບໂດຍ ພັອ ພອນພິລຸນ ປັນຍາສີລິ ຮອງຫົວໜ້າກົມສື່ມວນຊົນ ປກສ, ໂດຍມີຄະນະທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ ໃນວັນທີ 10 ກຸມພາ 2022.

ທ່ານ ສິດປະກອນ ພົມມະວົງສາ ກ່າວວ່າ: ຄອມພິວເຕີ້ໂນດບຸກນີ້ຍີ້ຫໍ້ DELL ທີ່ມອບໃຫ້ມີຈໍານວນ 2 ຊຸດ ລວມມູນຄ່າ 26 ລ້ານກີບ ເພື່ອປະກອບສ່ວນນຳໃຊ້ເຂົ້າໃນການປະຕິບັດວຽກງານວິຊາສະເພາະຂອງ ກົມສື່ມວນຊົນ ປກສ ໃຫ້ມີຄວາມສະດວກວ່ອງໄວ, ທັນສະໄໝ ແລະ ມີປະສິດທິຜົນສູງຂຶ້ນ ໂດຍສະເພາະໄລຍະນີ້ກໍແມ່ນໄລຍະສຸມໃສ່ການປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ເພື່ອທີ່ຈະໄດ້ນໍາສະເໜີຂໍ້ມູນທີ່ເປັນປະໂຫຍດໃຫ້ມວນຊົນໄດ້ຮັບຮູ້ຢ່າງ ແລະ ທັງເປັນການປຸກລະດົມໃຫ້ທຸກຄົນທົ່ວສັງຄົມ ມີສ່ວນຮ່ວມໃນວຽກງານດັ່ງກ່າວ.

ໂອກາດນີ້, ພັອ ພອນພິລຸນ ປັນຍາສີລິ ໄດ້ມອບໃບຊົມເຊີຍ ແລະ ກ່າວສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ທ່ານ ສິດປະກອນ ພົມມະວົງສາ ພ້ອມຄະນະ ທີ່ໄດ້ນໍາເອົາຄອມພິວເຕີໂນດບຸກມາມອບໃຫ້ໃນຄັ້ງນີ້ ແລະ ສັນຍາວ່າຈະນໍາໃຊ້ເຂົ້າໃນວຽກງານວິຊາສະເພາະຂອງກົມ ໃຫ້ໄດ້ຍາວນານ ແລະ ມີປະສິດທິຜົນສູງສຸດ.