ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ພິຈາລະນາ ແລະ ລົງຄະແນນສຽງເຫັນດີເປັນສ່ວນຫຼາຍ ຮັບຮອງເອົາການແຕ່ງ ຮອງນາຍົກລັດຖະມົນຕີ ເພີ່ມອີກ 2 ທ່ານ; ພ້ອມນີ້, ກໍໄດ້ລົງຄະແນນສຽງເຫັນດີເປັນສ່ວນຫຼາຍ ຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງ-ຍົກຍ້າຍສະມາຊິກລັດຖະບານອີກ 4 ທ່ານ ຕາມການສະເໜີຂອງ ທ່ານນາຍົກລັດຖະມົນຕີ.
ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 20 ມິຖຸນາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ສສຊ ໄດ້ພ້ອມກັນພິຈາລະນາຮັບຮອງເອົາການແຕ່ງຕັ້ງ ຮອງນາຍົກລັດຖະມົນຕີ, ການຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານຕາມການສະເໜີຂອງ ທ່ານນາຍົກລັດຖະມົນຕີ.
ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຂຶ້ນຜ່ານຄຳສະເໜີຂອງ ທ່ານນາຍົກລັດຖະມົນຕີ ເຊິ່ງມີ 2 ສະບັບ ຄື:
+ ສະບັບເລກທີ 33/ນຍ ລົງວັນທີ 17 ມິຖຸນາ 2022 ວ່າດ້ວຍ ການພິຈາລະນາຮັບຮອງເອົາການແຕ່ງຕັ້ງ ຮອງນາຍົກລັດຖະມົນຕີ ທີ່ມີເນື້ອໃນສຳຄັນວ່າ ທ່ານນາຍົກລັດຖະມົນຕີ ໄດ້ສະເໜີມາຍັງ ຄະນະປະຈຳສະພາແຫ່ງຊາດ ຊຸດທີ IX ພິຈາລະນາຮັບຮອງເອົາການແຕ່ງຕັ້ງ ຮອງນາຍົກລັດຖະມົນຕີ ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ດັ່ງນີ້:
- ທ່ານ ພົອ ວິໄລ ຫຼ້າຄຳຟອງ ເປັນ ຮອງນາຍົກລັດຖະມົນຕີ ທັງເປັນ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ
- ທ່ານ ສະເຫຼີມໄຊ ກົມມະສິດ ເປັນ ຮອງນາຍົກລັດຖະມົນຕີ ທັງເປັນ ລັດຖະມົນຕີ ກະຊວງການຕ່າງປະເທດ
+ ສະບັບທີ 2 ແມ່ນສະບັບເລກທີ 34/ນຍ ລົງວັນທີ 17 ມິຖຸນາ 2022 ວ່າດ້ວຍ ການພິຈາລະນາການຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານ ໂດຍໄດ້ຍົກຍ້າຍ ແລະ ແຕ່ງຕັ້ງດັ່ງນີ້:
- ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາ ຫະກຳ ແລະ ການຄ້າ ໄປຮັບໜ້າທີ່ໃໝ່ເປັນ ລັດຖະມົນຕີ ປະຈຳ ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ
- ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄປຮັບໜ້າທີ່ໃໝ່ເປັນ ລັດຖະມົນຕີ ປະຈຳ ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ
- ທ່ານ ມະໄລທອງ ກົມມະສິດ ເປັນ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ
- ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີ ກະຊວງການເງິນ ເປັນ ຜູ້ວ່າການທະນາຄານແຫ່ງ ສປປ ລາວ
ນອກຈາກນີ້, ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຍັງໄດ້ພ້ອມກັນພິຈາລະນາ ແລະ ໄດ້ລົງຄະແນນສຽງເຫັນດີເປັນສ່ວນຫຼາຍ ຮັບຮອງເອົາ ທ່ານ ວຽງທະວີສອນ ເທບພະຈັນ ດຳລົງຕຳແໜ່ງເປັນ ປະທານອົງການກວດສອບແຫ່ງລັດ ຄົນໃໝ່.
ໃນນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຂຶ້ນຜ່ານຄຳສະເໜີຂອງທ່ານປະທານປະເທດ ສະບັບເລກທີ 059/ປປທ ລົງວັນທີ 17/6/2022 ກ່ຽວກັບ ການຍົກຍ້າຍ ແລະ ເລືອກຕັ້ງ ປະທານອົງການກວດສອບແຫ່ງລັດ ເຊິ່ງມີເນື້ອໃນສຳຄັນ ວ່າ:
ປະທານປະເທດ ໄດ້ຂໍສະເໜີຕໍ່ ຄະນະປະຈຳສະພາແຫ່ງຊາດ ຊຸດທີ IX ພິຈາລະນາກ່ຽວກັບການຍົກຍ້າຍ ແລະ ເລືອກຕັ້ງ ປະທານອົງການກວດສອບແຫ່ງລັດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ດັ່ງນີ້:
- ຍົກຍ້າຍ ທ່ານ ມະໄລທອງ ກົມມະສິດ ກຳມະການສຳຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ໄປຮັບໜ້າທີ່ໃໝ່
- ເລືອກຕັ້ງ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ ເປັນ ປະທານອົງການກວດສອບແຫ່ງລັດ