ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳຂົງເຂດເສດຖະກິດ ໄດ້ຂຶ້ນລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ເລີ່ມແຕ່ເດືອນສິງຫາ 2021 ເປັນຕົ້ນມາ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 20 ມິຖຸນາ 2022, ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ວ່າ:

ໃນໄລຍະຜ່ານມາ, ເຖິງວ່າການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຈະດຳເນີນໄປໃນສະພາບການຂອງໂລກ ແລະ ພາກພື້ນມີການຜັນແປຢ່າງສັບສົນ ລວມທັງການແພ່ລະບາດຂອງພະຍາດໂຄວິດ-19 ເປັນວົງກວ້າງ ເຮັດໃຫ້ສະພາບເສດຖະກິດ-ການເງິນພາຍໃນປະເທດທີ່ມີຄວາມບອບບາງຢູ່ແລ້ວ ຍິ່ງເພີ່ມມີຄວາມຫຍຸ້ງຍາກຕື່ມອີກ ແຕ່ກໍສາມາດຍາດໄດ້ຜົນສໍາເລັດຈໍານວນໜຶ່ງທີ່ພົ້ນເດັ່ນ.

ແຕ່ພາຍໃຕ້ການຊີ້ນຳ-ນໍາພາຂອງສູນກາງພັກ, ການຕິດຕາມກວດກາຂອງ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນທ້ອງຖິ່ນ ແລະ ຄວາມພະຍາຍາມຢ່າງຕັ້ງໜ້າຂອງທຸກຂະແໜງການ ທີ່ໄດ້ຈັດຕັ້ງປະຕິບັດ 5 ວຽກຈຸດສຸມ ໄປຄຽງຄູ່ກັບ ການຈັດຕັ້ງປະຕິບັດແຜນພັດທະນາຂອງຂະແໜງການ ຈຶ່ງໄດ້ເຮັດໃຫ້ມີຜົນສໍາເລັດຈໍານວນໜຶ່ງ ພົ້ນເດັ່ນ. ໃນນີ້, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ຍົກໃຫ້ເຫັນບາງວຽກງານພົ້ນເດັ່ນໃນ 5 ແຜນວຽກຈຸດສຸມໃຫຍ່ດັ່ງກ່າວ ເປັນຕົ້ນແມ່ນ ວຽກງານສົ່ງເສີມການປະຢັດ, ຕ້ານການຟຸມເຟືອຍ, ຍົກສູງປະສິດທິຜົນການລົງທຶນ-ລາຍຈ່າຍງົບປະມານ ແລະ ການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ ຄື:

1). ໄດ້ຊຸກຍູ້ ແລະ ການຈັດຕັ້ງປະຕິບັດມາດຕະການປະຢັດ ແລະ ຕ້ານການຟຸມເຟືອຍ ຢູ່ບັນດາຂະແໜງການ ແລະ ທ້ອງຖິ່ນ, ໃນທ້າຍປີ 2021 ໄດ້ ຄົ້ນຄວ້າຫຼຸດລາຍຈ່າຍ, ສະລໍລາຍຈ່າຍ ແລະ ເລື່ອນລາຍຈ່າຍບາງຮ່ວງຂອງຂະແໜງການຂັ້ນສູນກາງ 15%, ທ້ອງຖິ່ນ 10% ແລະ ບາງລາຍຈ່າຍຂອງລັດຖະບານ ທີ່ເຫັນວ່າບໍ່ຈໍາເປັນ, ເຊິ່ງສາມາດປະຢັດໄດ້ ປະມານ 558 ຕື້ກີບ; ໄດ້ປະຢັດລາຍຈ່າຍສໍາລັບຂັ້ນສູນກາງ ໂດຍບໍ່ໄດ້ອະນຸມັດໃຫ້ຈ່າຍຕາມແຜນລາຍຈ່າຍ ປະມານ 512,76 ຕື້ກີບ.

ສໍາລັບການປະຕິບັດດໍາລັດ ວ່າດ້ວຍ ລົດຂອງລັດ ສະບັບເລກທີ 599/ລບ ລົງວັນທີ 29/9/2021 ກໍມີຄວາມຄືບໜ້າໃນເບື້ອງຕົ້ນ ທັງກະກຽມຫັນໄປນໍາໃຊ້ລົດໄຟຟ້າ ຢູ່ໃນການບໍລິຫານພາກລັດ.

2). ການຍົກສູງປະສິດທິພາບຂອງການລົງທຶນລັດ (ໂຄງການກໍ່ສ້າງພື້ນຖານໂຄງລ່າງ): ໄດ້ສຸມໃສ່ຄຸ້ມຄອງການລົງທຶນຂອງລັດ ໃຫ້ປະມີປະສິດທິຜົນສູງຂຶ້ນຕາມກົດໝາຍທີ່ກ່ຽວຂ້ອງ.

ມາຮອດປັດຈຸບັນ, ສາມາດຫັກລົບມູນຄ່າໂຄງການທີ່ເກີນມູນຄ່າສັນຍາ ແລະ ມູນຄ່າສະພາຮັບຮອງ ອອກຈາກສາລະບານແຜນການລົງທຶນຂອງລັດ ຈໍານວນ 91 ໂຄງການ ມູນຄ່າປະມານ 727,22 ຕື້ກີບ. ຄຽງຄູ່ກັນນັ້ນ, ກໍໄດ້ເອົາໃຈໃສ່ຍົກສູງຄຸນນະພາບການປະເມີນໂຄງການລົງທຶນຂອງລັດ ກ່ອນພິຈາລະນາບັນຈຸເຂົ້າແຜນ ຈໍານວນ 439 ໂຄງການ, ເຊິ່ງສາມາດຕັດຮອນຄ່າໃຊ້ຈ່າຍຂອງໂຄງການທີ່ບໍ່ສອດຄ່ອງກັບລະບຽບການ ຈໍານວນ 115,2 ຕື້ກີບ.

3). ການປັບປຸງການຄຸ້ມຄອງບັນດາໂຄງການຊ່ວຍເຫຼືອທາງການ ເພື່ອການພັດທະນາ (ODA) ໃຫ້ມີປະສິດທິຜົນສູງ: ໄດ້ສຸມໃສ່ເຜີຍແຜ່ນິຕິກໍາຕ່າງໆ ເປັນຕົ້ນແມ່ນ ດໍາລັດ 357/ລບ, ຍຸດທະສາດການລະດົມທຶນຊ່ວຍເຫຼືອ ເພື່ອການພັດທະນາ (ຊກພ) ສປປ ລາວ ຮອດປີ 2030 ແລະ ແນະນໍາການນໍາໃຊ້ລະບົບຄຸ້ມຄອງ ແລະ ຕິດຕາມແບບເອເລັກໂຕຼນິກ (ODA-MIS.GOV.LA) ໃຫ້ກະຊວງ, ຂະແໜງການ ແລະ ຄູ່ຮ່ວມພັດທະນາ.

ພ້ອມທັງໄດ້ຕິດຕາມກວດກາ ການຈັດຕັ້ງປະຕິບັດພັນທະສັນຍາ ທີ່ລັດຖະບານໄດ້ໃຫ້ຄໍາໝັ້ນສັນຍາກັບຄູ່ຮ່ວມພັດທະນາ ເປັນຕົ້ນແມ່ນ ສໍາເລັດການຂໍອະນຸມັດແຜນງານການຮ່ວມມື ໄລຍະໃໝ່ 2022-2026 ລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການແຮງງານສາກົນ (ILO), ສໍາເລັດຈັດພິທີເຊັນສັນຍາຮັບເອົາການຊ່ວຍເຫຼືອລ້າ ຈາກລັດຖະບານຍີ່ປຸ່ນ ໃນໂຄງການທຶນການສຶກສາ ເພື່ອພັດທະນາຊັບພະຍາກອນມະນຸດ ປະຈໍາປີ 2022 ແລະອື່ນໆ. 

4). ໄດ້ມີຄວາມພະຍາຍາມແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ ໂດຍການລະດົມແຫຼ່ງທຶນ ແລະ ແຫຼ່ງລາຍຮັບ ທັງພາຍໃນ ແລະ ຕ່າງປະເທດ ເພື່ອມາຊໍາລະຕົ້ນທຶນ ແລະ ດອກເບ້ຍໃຫ້ພຽງພໍ ແລະ ທັນຕາມກໍານົດເວລາ ດ້ວຍຮູບແບບຕ່າງໆ ເພື່ອປະຄັບປະຄອງການຊໍາລະໜີ້ສິນໃຫ້ໄດ້ໂດຍພື້ນຖານ.

ນອກຈາກນັ້ນ, ຍັງໄດ້ພະຍາຍາມສຸມໃສ່ແກ້ໄຂໜີ້ສິນການລົງທຶນຂອງລັດ ດ້ວຍຫຼາຍຮູບແບບ ເພື່ອເຮັດໃຫ້ໜີ້ສິນຫຼຸດລົງເປັນກ້າວໆ. ມາຮອດປັດຈຸບັນ, ປະຕິບັດໄດ້ 9.577 ຕື້ກີບ ເທົ່າກັບ 95,78% ຂອງແຜນການ. ໃນປີ 2022, ແມ່ນໄດ້ແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ດ້ວຍງົບປະມານປົກກະຕິ 532,65 ຕື້ກີບ, ເຊິ່ງໃນນີ້ໄດ້ສຸມໃສ່ແກ້ໄຂໜີ້ສິນທີ່ມີມູນຄ່າຄ້າງຊໍາລະ 300 ລ້ານກີບ ລົງມາ.

5). ການປະຕິຮູບການບໍລິຫານ ແລະ ດໍາເນີນທຸລະກິດຂອງລັດວິສາຫະກິດ ທີ່ລັດຖືຮຸ້ນ: ໄດ້ສໍາເລັດການແຕ່ງຕັ້ງ ຄະນະປະຕິຮູບ 3 ຫົວໜ່ວຍລັດວິສາຫະກິດ (ທັງໝົດ 15 ຫົວໜ່ວຍ) ຄື: ລັດວິສາຫະກິດ ໄຟຟ້າລາວ, ລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ ແລະ ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ.

ສໍາລັບອີກ 2 ຫົວໜ່ວຍລັດວິສາຫະກິດ (ລັດວິສາຫະກິດ ການບິນລາວ ແລະ ລັດວິສາຫະກິດ ກະສິກໍາ ອຸດສາຫະກໍາ ບໍລິການ ຂາເຂົ້າ-ຂາອອກ) ແມ່ນກໍາລັງດໍາເນີນຕາມຂັ້ນຕອນຕ່າງໆ; ນອກຈາກນັ້ນ, ຍັງໄດ້ດຳເນີນການແກ້ໄຂລັດ ວິສາຫະກິດທີ່ຂາດທຶນຕໍ່ເນື່ອງ ຄື: ສອງ ທະນາຄານລັດ (ທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກໍາ), ໄດ້ຂາຍຮຸ້ນລັດວິສາຫະກິດທີ່ຫຼຸບທຶນຕໍ່ເນື່ອງ ໃຫ້ພາກເອກະຊົນມາຮ່ວມທຶນ ຄື: ລັດວິສາຫະກິດ ໄປສະນີລາວ, ລັດວິສາຫະກິດ ບໍລິການສິນຄ້າຜ່ານແດນ ແລະ ບໍລິສັດ ເອັມເອສໄອຈີ ປະກັນໄພ (ລາວ) ຈໍາກັດ ແລະອື່ນໆ.